ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີໂກລົມບີ

2023-10-27 13:52:59
ມາຈາກ:CRI

ຕອນບ່າຍວັນທີ 25 ຕຸລານີ້, ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງຂອງຈີນ, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານກຸສຕາໂວ ເປໂຕຣ, ປະທານາທິບໍດີໂກລົມບີທີ່ເດີນທາງມາຢ້ຽມຢາມຈີນທາງລັດຖະກິດ. ປະມຸກລັດສອງປະເທດປະກາດວ່າ: ຈະຍົກລະດັບການພົວພັນລະຫວ່າງຈີນ-ໂກລົມບີຂຶ້ນເປັນການພົວພັນຄູ່ຮ່ວມຍຸດທະສາດ.

ທ່ານສີຈິ້ນຜິງຊີ້ອອກວ່າ: ການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຈີນ-ໂກລົມບີ, ແມ່ນຜົນສຳເລັດຈາກຄວາມພະຍາຍາມມາເປັນເວລາຍາວນານໂດຍວົງການຕ່າງໆຂອງສອງປະເທດ, ແມ່ນສ່ອງແສງໃຫ້ເຫັນເຖິງຄວາມຕ້ອງເປັນໄປບົນພື້ນຖານຄວາມເຊື່ອໃຈກັນແລະການຮ່ວມມືລະຫວ່າງສອງຝ່າຍ, ຕ້ອງການໃຫ້ສອງຝ່າຍທະນຸຖະໜອມເປັນຢ່າງດີແລະເພີ່ມເນື້ອໃນການພັດທະນາໃຫ້ສົມບູນຂຶ້ນກວ່າເກົ່າຢ່າງບໍ່ຢຸດຢັ້ງ. ຈີນຍິນດີຮ່ວມກັນກັບໂກລົມບີ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຈີນ-ໂກລົມບີສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດດີກວ່າເກົ່າ, ທຸ້ມເທກຳລັງທາງບວກເຂົ້າໃນສັນຕິພາບແລະການພັດທະນາຂອງໂລກ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ:ຈີນສະໜັບສະໜູນໂກລົມບີສຳຫຼວດຄົ້ນຫາເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບການຂອງປະເທດຕົນຢ່າງເປັນເຈົ້າຕົນເອງ, ສະໜັບສະໜູນຂະບວນການສັນຕິພາບຂອງໂກລົມບີ, ຫວັງວ່າໂກລົມບີຈະບັນລຸສັນຕິພາບຢ່າງຮອບດ້ານ, ຖາວອນແລະຍືນຍົງໂດຍໄວ, ເຊື່ອໝັ້ນວ່າການພັດທະນາທີ່ມີຄຸນນະພາບສູງແລະຂະບວນການຫັນເປັນທັນສະໄໝຂອງຈີນຈະນຳເອົາໂອກາດໃໝ່ດ້ານການພັດທະນາມາໃຫ້ແກ່ແຕ່ລະປະເທດໃນທົ່ວໂລກເຊິ່ງລວມທັງໂກລົມບີ.

ທ່ານກຸສຕາໂວ ເປໂຕຣກ່າວວ່າ, ຍິນດີເພີ່ມທະວີການແລກປ່ຽນປະສານງານກັນພາຍໃນກົນໄກຫຼາຍຝ່າຍກັບຈີນ. ໂກລົມບີສະໜັບສະໜູນການສ້າງສາເວທີເປິກສາຫາລືລະຫວ່າງອາເມຣິກາລາຕິນ-ຈີນ,ຍິນດີນຳໃຊ້ໂອກາດທີ່ເປັນປະເທດປະທານໝູນວຽນຂອງປະຊາຄົມອາເມຣິກາລາຕິນປີ 2025, ຕັ້ງໜ້າຊຸກຍູ້ໃຫ້ການພົວພັນລະຫວ່າງອາເມຣິກາລາຕິນ-ຈີນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

ຫຼັງຈາກການພົບປະເຈລະຈາ, ປະມຸກລັດສອງປະເທດໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການລົງນາມເອກະສານຮ່ວມມືສອງຝ່າຍຫຼາຍສະບັບກ່ຽວກັບ ການລົງທຶນໃນຂະແໜງການ, ການຄ້າ, ເສດຖະກິດດີຈີຕອນ, ການພັດທະນາສີຂຽວແລະຂົງເຂດອື່ນໆ.ສອງຝ່າຍໄດ້ອອກ “ຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງ ສາທາລະນະລັດປະຊາຊົນຈີນແລະສາທາລະນະລັດໂກລົມບີ”.

ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີໂກລົມບີ