ທ່ານສີຈິ້ນຜິງສົ່ງສານເຖິງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6

2023-11-06 17:10:04
ມາຈາກ:CRI

ວັນທີ 5 ພະຈິກນີ້ ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານເຖິງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6 ທີ່ຈັດຂຶ້ນຢູ່ນະຄອນຊຽງໄຮ້.

ເນື້ອໃນສານຂອງທ່ານສີຈິ້ນຜິງລະບຸວ່າ: ນັບແຕ່ປີ2018ເປັນຕົ້ນມາ, ງານວາງສະ ແດງສິນຄ້ານຳເຂົ້າສາກົນຈີນໄດ້ຈັດຂຶ້ນຢ່າງສຳເລັດຜົນມາແລ້ວ5ຄັ້ງ, ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເລັ່ງສ້າງສະພາບການພັດທະນາແບບໃໝ່ແລະຊຸກຍູ້ການພັດທະນາເສດຖະກິດໂລກ.

ເນື້ອໃນສານຂອງທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: ປັດຈຸບັນ, ການຟື້ນຕົວຂອງເສດຖະກິດໂລກຂາດແຮງຂັບເຄື່ອນອັນພຽງພໍ, ຈຶ່ງຕ້ອງການໃຫ້ບັນດາປະເທດຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະຮ່ວມກັນສະແຫວງຫາການພັດທະນາ. ຈີນຈະເປັນໂອກາດສຳຄັນແຫ່ງການພັດທະນາໂລກຢ່າງສະເໝີຕົ້ນສະເໝີປາຍ, ຈະເດັດດ່ຽວຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ, ສືບຕໍ່ຊຸກຍູ້ໃຫ້ເສດຖະກິດໂລກາພິວັດຂະຫຍາຍຕົວໄປຕາມທິດທາງທີ່ເປີດກວ້າງ, ກວມລວມ, ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ, ດຸນດ່ຽງ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ. ຫວັງວ່າ ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຈະເລັ່ງຍົກສູງບົດບາດເປັນປ່ອງຢ້ຽມແຫ່ງການສ້າງສະພາບການພັດທະນາແບບໃໝ່ ເພື່ອສ້າງໂອກາດໃໝ່ໃຫ້ກັບໂລກດ້ວຍການພັດທະນາອັນໃໝ່ຂອງຈີນ, ເສີມຂະຫຍາຍບົດບາດເປັນເວທີຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງຢ່າງເຕັມສ່ວນເພື່ອເຮັດໃຫ້ຕະຫຼາດໃຫຍ່ຂອງຈີນກາຍເປັນຕະຫຼາດໃຫຍ່ສຳລັບທົ່ວໂລກຊົມໃຊ້ຮ່ວມກັນ, ສະໜອງຜະລິດຕະພັນສາທາລະນະສາກົນສຳລັບທົ່ວໂລກຊົມໃຊ້ຮ່ວມກັນໃຫ້ດີກວ່າເກົ່າ, ປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງເສດຖະກິດໂລກແບບເປີດກວ້າງ ເພື່ອເຮັດໃຫ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດສ້າງຜົນປະໂຫຍດໃຫ້ກັບທົ່ວໂລກ.

ທ່ານສີຈິ້ນຜິງສົ່ງສານເຖິງງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6