ທ່ານສີຈິ້ນຜິງກ່າວຄຳປາໄສຜ່ານທາງວີດີໂອຕໍ່ພິທີໄຂກອງປະຊຸມສຸດຍອດອູເຈິ້ນຂອງກອງປະຊຸມໃຫຍ່ອິນເຕີເນັດໂລກ 2023

2023-11-09 18:50:50
ມາຈາກ:CRI

ຕອນເຊົ້າວັນທີ 8 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສຜ່ານທາງວີດີໂອຕໍ່ພິທີໄຂກອງປະຊຸມສຸດຍອດອູເຈິ້ນຂອງກອງປະຊຸມໃຫຍ່ອິນເຕີເນັດໂລກ 2023.

ທ່ານສີຈິ້ງຜິງກ່າວວ່າ: ການສ້າງປະຊາຄົມຮ່ວມຊາຕາກຳຂອງພື້ນທີ່ອິນເຕີເນັດເປັນທາງເລືອກທີ່ຈຳເປັນໃນການຕອບຄຳຖາມຂອງຍຸກສະໄໝ ແລະ ເປັນສຽງຮຽກຮ້ອງຮ່ວມຂອງປະຊາຄົມໂລກເຊັ່ນດຽວກັນ. ພວກເຮົາຕ້ອງລົງເລິກການແລກປ່ຽນ ແລະ ດຳເນີນການຮ່ວມມືທີ່ຕິດແທດຕົວຈິງ, ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳພື້ນທີ່ອິນເຕີເນັດໃຫ້ກ້າວເຂົ້າສູ່ໄລຍະໃໝ່.

ທ່ານສີຈິ້ນຜິງເນັ້ນໜັກວ່າ: ພວກເຮົາສົ່ງເສີມການໃຫ້ບຸລິມະສິດແກ່ການພັດທະນາ, ສ້າງພື້ນທີ່ອິນເຕີເນັດທີ່ເອື້ອປະໂຫຍດຢ່າງທົ່ວເຖິງ ແລະ ມີຄວາມຈະເລີນຮຸ່ງເຮືອງຫຼາຍກວ່າເກົ່າ. ພວກເຮົາສົ່ງເສີມການຮ່ວມກັນຊົມໃຊ້ຄວາມຜາສຸກ ແລະ ແບກຫາບຄວາມອັນຕະລາຍ, ສ້າງພື້ນທີ່ອິນເຕີເນັດທີ່ມີສັນຕິພາບ ແລະ ໝັ້ນຄົງກວ່າເກົ່າ. ພວກເຮົາສົ່ງເສີມການແລກປ່ຽນດ້ານອະລິຍະທຳເຊິ່ງກັນແລະກັນ, ສ້າງພື້ນທີ່ອິນເຕີເນັດທີ່ສະເໝີພາບ ແລະ ກວມລວມຫຼາຍກວ່າເກົ່າ.

ກອງປະຊຸມສຸດຍອດອູເຈິ້ນຂອງກອງປະຊຸມໃຫຍ່ອິນເຕີເນັດໂລກ 2023 ຈັດຂຶ້ນຢູ່ເມືອງອູເຈິ້ນແຂວງເຈີ້ຈ່ຽງຈີນລະຫວ່າງວັນທີ 8 ຫາ 10 ພະຈິກນີ້.

ທ່ານສີຈິ້ນຜິງກ່າວຄຳປາໄສຜ່ານທາງວີດີໂອຕໍ່ພິທີໄຂກອງປະຊຸມສຸດຍອດອູເຈິ້ນຂອງກອງປະຊຸມໃຫຍ່ອິນເຕີເນັດໂລກ 2023