ທ່ານສີຈິ້ນຜິງຈະເດີນທາງໄປອາເມຣິກາເພື່ອເຂົ້າຮ່ວມພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ

2023-11-13 17:29:30
ມາຈາກ:CRI

ວັນທີ 10 ພະຈິກນີ້, ທ່ານນາງຮວາຊຸ່ນຢິງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ໂດຍຕອບສະຫນອງຕາມຄຳເຊີນຂອງທ່ານໂຈໄບເດັນ ປະທານາທິບໍດີອາເມຣິກາ, ທ່ານສີຈິ້ນຜິງ ປະທານປະເທດຈີນຈະເດີນທາງໄປນະຄອນຊານຟຣານຊີສໂກອາເມຣິກາໃນລະຫວ່າງວັນທີ 14-17 ພະຈິກນີ້ເພື່ອເຂົ້າຮ່ວມພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ ພ້ອມທັງເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼືເອເປັກຄັ້ງທີ 30 ຕາມຄຳເຊີນ.

ທ່ານສີຈິ້ນຜິງຈະເດີນທາງໄປອາເມຣິກາເພື່ອເຂົ້າຮ່ວມພົບປະລະຫວ່າງປະມຸກລັດຈີນ-ອາເມຣິກາ