ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມປະຈໍາປີຄົບຮອບ 10 ປີຂອງກອງປະຊຸມສຸດຍອດນັກທຸລະກິດສອງຝັ່ງຊ່ອງແຄບໄຕ້ຫວັນ

2023-11-14 17:36:46
ມາຈາກ:CRI

ວັນທີ 14 ພະຈິກນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍເຖິງກອງປະຊຸມປະຈໍາປີຄົບຮອບ 10 ປີຂອງກອງປະຊຸມສຸດຍອດນັກທຸລະກິດສອງຝັ່ງຊ່ອງແຄບໄຕ້ຫວັນ.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ເສດຖະກິດສອງຝັ່ງຊ່ອງແຄບໄຕ້ຫວັນແມ່ນຂຶ້ນກັບເສດຖະກິດປະຊາຊາດຈີນ, ພີ່ນ້ອງຮ່ວມຊາດສອງຝັ່ງຊ່ອງແຄບໄຕ້ຫວັນແມ່ນປະຊາຄົມຮ່ວມຊາຕາກໍາ. ກອງປະຊຸມສຸດຍອດນັກທຸລະກິດສອງຝັ່ງຊ່ອງແຄບໄຕ້ຫວັນເປັນເວທີສໍາຄັນແຫ່ງການແລກປ່ຽນແລະການຮ່ວມມືລະຫວ່າງວິສາຫະກິດ ແລະ ບຸກຄົນໃນວົງການອຸດສາຫະກໍາ-ການຄ້າສອງຝັ່ງຊ່ອງແຄບໄຕ້ຫວັນ ໂດຍໄດ້ເສີມຂະຫຍາຍບົດບາດອັນສໍາຄັນເຂົ້າໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດກໍຄືລົງເລິກການພັດທະນາແບບເຊື່ອມໂຍງເຂົ້າ ກັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ. ຫວັງວ່າກອງປະຊຸມຄັ້ງນີ້ຈະເຕົ້າໂຮມຄວາມສາມັກຄີຢ່າງກວ້າງຂວາງລະຫວ່າງວົງການວິສາຫະກິດ ແລະ ວົງການອຸດສາຫະກໍາ-ການຄ້າຂອງສອງຝັ່ງຊ່ອງແຄບໄຕ້ຫວັນ ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການພັດທະນາເສດຖະກິດປະຊາຊາດຈີນໃຫ້ເຕີບໃຫຍ່ຂະຫຍາຍຕົວ, ເພີ່ມພູນຄູນສ້າງຄວາມຜາສຸກໃຫ້ກັບພີ່ນ້ອງຮ່ວມຊາດ ກໍຄືຊຸກຍູ້ພາລະກິດອັນຍິ່ງໃຫຍ່ແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ.

ເນື້ອໃນສານຊົມເຊີຍໄດ້ລະບຸໂດຍເນັ້ນໜັກວ່າ: ການບັນລຸຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນໄດ້ບຸກເບີກຊ່ອງທາງອັນກວ້າງຂວາງໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ, ຂະນະທີ່ການບັນລຸຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນແມ່ນຕ້ອງການໃຫ້ພີ່ນ້ອງຮ່ວມຊາດສອງຝັ່ງຊ່ອງແຄບໄຕ້ຫວັນບຸກບືນສູ້ຊົນຮ່ວມກັນ. ພວກເຮົາຈະສືບຕໍ່ສຸມໃສ່ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ, ລົງເລິກໃຫ້ຂະແໜງການຕ່າງໆສອງຝັ່ງຊ່ອງແຄບໄຕ້ຫວັນໄດ້ຮັບການພັດທະນາແບບເຊື່ອມໂຍງເຂົ້າກັນ, ປັບປຸງລະບຽບການ ແລະ ນະໂຍບາຍທີ່ເພີ່ມພູນຄູນສ້າງຄວາມຜາສຸກໃຫ້ກັບພີ່ນ້ອງຮ່ວມຊາດໄຕ້ຫວັນໃຫ້ດີຂຶ້ນ ເພື່ອຊ່ວຍຊຸກຍູ້ໃຫ້ພີ່ນ້ອງຮ່ວມຊາດໄຕ້ຫວັນ ແລະ ວິສາຫະກິດໄຕ້ຫວັນເຊື່ອມໂຍງເຂົ້າກັບສະພາບການພັດທະນາແບບໃໝ່ ແລະ ບັນລຸການພັດທະນາດ້ວຍຄຸນນະພາບສູງ. ຫວັງວ່ານັກທະລຸກິດສອງຝັ່ງຊ່ອງແຄບໄຕ້ຫວັນຈະຍຶດໝັ້ນໃນສິດຜົນປະໂຫຍດ ລວມຂອງປະຊາຊາດຈີນ, ກໍາແໜ້ນທ່າອ່ຽງລວມແຫ່ງປະຫວັດສາດ, ກ້າແບກຫາບຄວາມຮັບຜິດຊອບຂອງຍຸກສະໄໝ, ຮ່ວມກັນຊຸກຍູ້ສາຍພົວພັນລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນໃຫ້ໄດ້ຮັບການພັດທະນາໂດຍສັນຕິກໍຄືການພັດທະນາແບບເຊື່ອມໂຍງເຂົ້າກັນ ເພື່ອຮ່ວມກັນສ້າງພາລະກິດທີ່ຍິ່ງໃຫຍ່ໃນປະຫວັດສາດແຫ່ງການທ້ອນໂຮມປະເທດຊາດເປັນເອກະພາບ ກໍຄື ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ.

ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງກອງປະຊຸມປະຈໍາປີຄົບຮອບ 10 ປີຂອງກອງປະຊຸມສຸດຍອດນັກທຸລະກິດສອງຝັ່ງຊ່ອງແຄບໄຕ້ຫວັນ