ທ່ານ ສີຈິ້ນຜິງ: ການແຂ່ງຂັນກັນລະຫວ່າງປະເທດໃຫຍ່ບໍ່ສາມາດແກ້ໄຂບັນຫາລະຫວ່າງຈີນ-ອາເມຣິກາ ກໍຄືບັນຫາຂອງໂລກໄດ້

2023-11-16 11:32:09
ມາຈາກ:CRI

ທ່ານ ສີຈິ້ນຜີງ ຊີ້ອອກວ່າ:ຕະຫຼອດໄລຍະ 50 ປີຜ່ານມານີ້, ການພົວພັນຈີນ-ອາເມຣິກາບໍ່ຂະຫຍາຍຕົວແບບລາບລື້ນມາໂດຍຕະຫຼອດ, ມັກຈະເກີດມີບັນຫາທີ່ເປັນອຸປະສັກຂຶ້ນ, ແຕ່ໄດ້ຂະຫຍາຍຕົວຢູ່ໃນທ່າມກາງຄວາມລະອິດລະອ້ຽວ. ສອງປະເທດໃຫຍ່ຄືແນວນີ້, ຖ້າບໍ່ໄປມາຫາສູ່ກັນ ແມ່ນເປັນໄປບໍ່ໄດ້, ແຕ່ຖ້າຄິດຢາກປ່ຽນແປງຝ່າຍກົງກັນຂ້າມ ຊໍ້າພັດແມ່ນເລື່ອງທີ່ບໍ່ແທດເໝາະກັບສະພາບຄວາມເປັນຈິງເຊັ່ນດຽວກັນ, ການປະທະກັນ ແລະ ເປັນປໍລະປັກກັນ ຈະເກີດມີຜົນຮ້າຍທີ່ຝ່າຍໃດຝ່າຍໜຶ່ງບໍ່ສາມາດຮັບເອົາໄດ້.

ທ່ານກ່າວຕື່ມວ່າ: ຂ້າພະເຈົ້າຍັງຄິດຄືເກົ່າວ່າ ການແຂ່ງຂັນກັນລະຫວ່າງປະເທດໃຫຍ່ບໍ່ຄວນກາຍເປັນກະແສຫຼັກຂອງຍຸກສະໄໝນີ້ ແລະ ບໍ່ສາມາດແກ້ໄຂບັນຫາລະຫວ່າງຈີນ-ອາເມຣິກາ ກໍ່ຄືບັນຫາຂອງໂລກໄດ້. ໂລກໜ່ວຍນີ້ສາມາດເຮັດໃຫ້ຈີນ ແລະ ອາເມຣິກາຢູ່ຮ່ວມກັນໄດ້, ຜົນສຳເລັດຂອງພວກເຮົາຕ່າງກໍເປັນໂອກາດໃຫ້ກັນແລະກັນໄດ້ເຊັ່ນດຽວກັນ. ຈີນ ແລະ ອາເມຣິກາ ມີປະຫວັດສາດ, ວັດທະນະທຳ, ລະບອບສັງຄົມ ແລະເສັ້ນທາງການພັດທະນາທີ່ແຕກຕ່າງກັນ, ສິ່ງນີ້ແມ່ນຄວາມເປັນຈິງຢູ່ແລ້ວ, ຂໍພຽງແຕ່ວ່າທັງສອງປະເທດມີຄວາມເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເທົ່ານັ້ນ, ຈຶ່ງຈະສາມາດກ້າວຂ້າມຄວາມຂັດແຍ້ງກັນໄດ້ ແລະ ຊອກເຫັນວິທີຢູ່ຮ່ວມກັນຢ່າງຖືກຕ້ອງລະຫວ່າງປະເທດໃຫຍ່. ຂ້າພະເຈົ້າເຊື່ອໝັ້ນວ່າ: ອະນາຄົດແຫ່ງການພົວພັນຈີນ-ອາເມຣິກາແມ່ນມີຄວາມສະຫວ່າງສະໄຫວ. ຕອນຄໍ່າວັນທີ 15 ພະຈິກນີ້ຢູ່ນະຄອນຊານຟຣານຊິສໂກປະເທດອາເມຣິກາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນຈະເຂົ້າຮ່ວມງານລ້ຽງຕ້ອນຮັບທີ່ຈັດໂດຍອົງການຈັດຕັ້ງໄມຕີຈິດມິດຕະພາບຂອງອາເມຣິກາ ແລະ ກ່າວປາຖະກະຖາ.

ທ່ານ ສີຈິ້ນຜິງ: ການແຂ່ງຂັນກັນລະຫວ່າງປະເທດໃຫຍ່ບໍ່ສາມາດແກ້ໄຂບັນຫາລະຫວ່າງຈີນ-ອາເມຣິກາ ກໍຄືບັນຫາຂອງໂລກໄດ້