ການເຄື່ອນໄຫວຂອງທ່ານສີຈິ້ນຜິງຢູ່ຊານຟຣານຊີສໂກ

2023-11-17 15:27:24
ມາຈາກ:CRI

ວັນທີ 15 ພະຈິກນີ້ ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນແລະທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ຈັດການພົບປະປະມຸກລັດຈີນ-ອາເມຣິກາຢູ່ບ່ອນຕາກອາກາດຟີໂລລີນະຄອນຊານຟຣານຊີສໂກ ປະເທດອາເມຣິກາ.

ຢູ່ບ່ອນຕາກອາກາດຊົນນະບົດທີ່ສວຍງາມ ເຊິ່ງສ້າງຂຶ້ນມາຕັ້ງແຕ່ປີ1917 ແຫ່ງນີ້, ການພົບປະທີ່ສຳຄັນລະຫວ່າງປະມຸກລັດຈີນ-ອາເມຣິກາໄດ້ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນແລະແກ້ໄຂຄວາມລະແຫວງສົງໄສ, ຄວບຄຸມຄວາມເຫັນທີ່ຂັດແຍ້ງກັນ, ເປີດກວ້າງການຮ່ວມມືກັນໃຫ້ກັບການພົວພັນຈີນ-ອາເມຣິກາ, ທັງໄດ້ເພີ່ມປັດໄຈແນ່ນອນແລະຍົກສູງຄວາມໝັ້ນທ່ຽງໃຫ້ກັບໂກທີ່ມີການປັ່ນປ່ວນແລະການປ່ຽນແປງ, ອອກເດີນທາງຄັ້ງໃໝ່ຈາກຊານຟຣານຊີສໂກ, ສອງປະເທດຈີນ-ອາເມຣິກາຄວນແລະກໍສາມາດຊອກເຫັນວິທີການຢູ່ຮ່ວມກັນຢ່າງຖືກຕ້ອງໃຫ້ໄດ້ໃນທີ່ສຸດ, ນີ້ຄືຄວາມຈຳເປັນທາງປະຫວັດສາດ,ກະແສງຂອງຍຸກສະໄໝກໍຄືຄວາມປາດຖະໜາຂອງປະຊາຊົນ.

ການເຄື່ອນໄຫວຂອງທ່ານສີຈິ້ນຜິງຢູ່ຊານຟຣານຊີສໂກ