ທ່ານສີຈິ້ນຜິງສະເໜີແຜນການສ້າງ 3 ທົດສະວັດຄຳແຫ່ງການພັດທະນາຂອງອາຊີ-ປາຊີຟິກ

2023-11-20 17:39:47
ມາຈາກ:CRI

ວັນທີ 17 ພະຈິກນີ້ຕາມເວລາທ້ອງຖິ່ນອາເມຣິກາ, ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື APEC ຄັ້ງທີ 30 ໄດ້ຈັດຂຶ້ນຢູ່ນະຄອນຊານຟຣານຊິສໂກອາເມຣິກາ. ໃນ 30 ປີຜ່ານມາ, 21 ສະມາຊິກຂອງອົງການ APEC ໄດ້ຮ່ວມກັນສ້າງສິ່ງມະຫັດສະຈັດທີ່ເຫັນໄດ້ຢ່າງປະຈັກຕາຂອງຊາວໂລກ.

ຜົນງານແບບນີ້ແມ່ນໄດ້ມາແບບບໍ່ງ່າຍດາຍ. ເພາະວ່າສະພາບແວດລ້ອມພາຍນອກມີຄວາມສັບສົນທີ່ຄາດຄະເນໄດ້ຍາກ, ການພັດທະນາຂອງກຸ່ມເສດຖະກິດມີລະດັບແຕກຕ່າງກັນ, ຄວາມຂັດແຍ້ງກັນກໍມີຫຼາຍ. ແຕ່ໃນສາຍຕາຂອງທ່ານສີຈິ້ນຜິງ ປະທານປະເທດຈີນແລ້ວ, ການມີຄວາມຂັດແຍ້ງກັນແມ່ນເປັນເລື່ອງປົກກະຕິ, ສິ່ງສຳຄັນແມ່ນຈະປະສານງານແລະແກ້ໄຂຢ່າງເໝາະສົມໄດ້ຄືແນວໃດ. ໃນ 3 ປີຜ່ານມາ, ສະພາບພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຢ່າງຮ້າຍແຮງຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢູ່ປະເທດຕ່າງໆ, ບາງເຂດແຄວ້ນຢູ່ໃນໂລກໄດ້ເກີດສົງຄາມຂຶ້ນເລື້ອຍໆ, “ການລົງໂທດ” “ການຂາດສະບັ້ນຂອງຕ່ອງໂສ້ການສະໜອງ” ແລະ “ການຕັດສາຍພົວພັນກັນ” ໄດ້ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງເສດຖະກິດໂລກ. ດັ່ງນັ້ນ, ທ່ານສີຈິ້ນຜິງໄດ້ຮຽກຮ້ອງເທື່ອແລ້ວເທື່ອອີກໃນເວທີສາກົນສຳຄັນຕ່າງໆວ່າ: ຕ້ອງສ້າງເສດຖະກິດໂລກແບບເປີດກວ້າງ, ຍຶດໝັ້ນການຮ່ວມມືທີ່ຕິດແທດຕົວຈິງ, ເພື່ອໃຫ້ບັນຫາການພັດທະນາກັບຄືນສູ່ໃຈກາງຂອງວາລະສາກົນ.

ຕໍ່ກັບບັນຫາທີ່ອົງການ APEC ຈະພັດທະນາໃນ3ທົດສະວັດຄຳໃນຕໍ່ໜ້າຄືແນວໃດ? ທ່ານສີຈິ້ນຜິງໄດ້ໃຫ້ຂໍ້ສະເໜີ 4 ຂໍ້ໃນບົດປາຖະກະຖາ ຄື: ຍຶດໝັ້ນຖືເອົາການປະດິດສ້າງເປັນແຮງຂັບເຄື່ອນ, ຍຶດໝັ້ນຖືເອົາການເປີດປະຕູສູ່ພາຍນອກເປັນທິດຊີ້ນຳ, ຍຶດໝັ້ນການພັດທະນາຕາມທິດສີຂຽວ, ຍຶດໝັ້ນການສ້າງຜົນປະໂຫຍດຢ່າງທົ່ວເຖິງ ແລະ ຊົມໃຊ້ຮ່ວມກັນ. ສ່ວນແນວຄິດທີ່ສອດຫ້ອຍຢູ່ຕະຫຼອດໃນ 4 ຂໍ້ສະເໜີດັ່ງກ່າວຍັງຄົງແມ່ນຍຶດໝັ້ນແນວຄິດການເປີດປະຕູສູ່ພາຍນອກ, ຮ່ວມມື ແລະ ຮ່ວມກັນສະແຫວງຫາການພັດທະນາ. ນີ້ແມ່ນພື້ນຖານແຜນການຂອງທ່ານສີຈິ້ນຜິງ ແລະ ແມ່ນຜົນສະຫຼຸບຈາກການພັດທະນາຂອງອາຊີ-ປາຊີຟິກໃນໄລຍະ 30 ປີຜ່ານມາ.

ທ່ານສີຈິ້ນຜິງໄດ້ກ່າວເທື່ອແລ້ວເທື່ອອີກວ່າ: ການເປີດປະຕູສູ່ພາຍນອກຈະມີຄວາມຈະເລີນຮຸ່ງເຮືອງ, ການປິດປະຕູຈະຊຸດໂຊມລົງ, ນີ້ແມ່ນບົດຮຽນສຳຄັນຂອງຈີນໃນການບັນລຸການພັດທະນາຂອງຕົນ ກໍຄືການພັດທະນາກ້າວໄປຂ້າງໜ້າຂອງໂລກ. ຂະບວນວິວັດແຫ່ງການສ້າງຄວາມຈະເລີນຮຸ່ງເຮືອງຂອງອາຊີ-ປາຊີຟິກໄດ້ຢັ້ງຢືນໃຫ້ເຫັນແລ້ວວ່າ: ການບໍ່ຮ່ວມມືແມ່ນຄວາມສ່ຽງໃຫຍ່ທີ່ສຸດ. ແຕ່ການເປີດປະຕູສູ່ພາຍນອກຍັງຕ້ອງຄັດຄ້ານການກະທຳທີ່ບໍ່ຖືກຕ້ອງຈຳນວນໜຶ່ງທີ່ມີຢູ່ໃນປັດຈຸບັນ ເຊັ່ນ: ການຫັນບັນຫາເສດຖະກິດການຄ້າເປັນບັນຫາການເມືອງ, ເປັນອາວຸດ ແລະ ຂະຫຍາຍນິຍາມແບບທົ່ວໄປ.

ໃນດ້ານການຊຸກຍູ້ການເປີດປະຕູສູ່ພາຍນອກແລະການພັດທະນາ, ຈີນບໍ່ພຽງແຕ່ເປັນຜູ້ຊຸກຍູ້ສົ່ງເສີມເທົ່ານັ້ນ, ຍັງເປັນຜູ້ປະຕິບັດຕົວຈິງນຳອີກ. ເປັນຕົ້ນ ຈີນໄດ້ເປີດຕະຫຼາດພາຍໃນທີ່ມີປະຊາກອນ 1,4 ຕື້ຄົນອອກສູ່ສາກົນ, ທ່ານສີຈິ້ນຜິງໄດ້ວາງແຜນການແລະຊຸກຍູ້ງານວາງສະແດງສິນຄ້ານຳເຂົ້າສາກົນຈີນທີ່ຈັດຂຶ້ນທຸກປີໂດຍກົງ, ນີ້ແມ່ນງານວາງສະແດງລະດັບຊາດທຳອິດຢູ່ໃນໂລກທີ່ຖືເອົາການນຳເຂົ້າເປັນຫົວຂໍ້ຫຼັກ. ນອກຈາກນີ້, ທ່ານສີຈິ້ນຜິງໄດ້ສະເໜີຂໍ້ລິເລີ່ມການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໂດຍໄດ້ຮັບຜົນສຳເລັດການຮ່ວມມືທີ່ອຸດົມສົມບຸນ ແລະ ໄດ້ກາຍເປັນຜະລິດຕະພັນສາທາລະນະສາກົນທີ່ສ້າງຜົນປະໂຫຍດໃຫ້ກັບທົ່ວໂລກ ແລະ ຊ່ວຍຊຸກຍູ້ການພັດທານາຂອງປະເທດທີ່ມີສ່ວນຮ່ວມ.

ໃນແຜນການຂອງທ່ານສີຈິ້ນຜິງ, ທາດແທ້ຂອງການຮ່ວມກັນສະແຫວງຫາການພັດທະນາແມ່ນການປະດິດສ້າງໃໝ່ ແລະ ສີຂຽວ, ເພິ່ນເຫັນວ່ານີ້ແມ່ນທ່າອ່ຽງການພັດທະນາຂອງເສດຖະກິດແລະວິທະຍາສາດເຕັກນິກຂອງໂລກໃນປັດຈຸບັນ ທັງແມ່ນວິທີແກ້ໄຂບັນຫາການຮ່ວມກັນສ້າງອາຊີ-ປາຊີຟິກທີ່ສະອາດແລະສວຍງາມ.

ທ່ານສີຈິ້ນຜິງສະເໜີແຜນການສ້າງ 3 ທົດສະວັດຄຳແຫ່ງການພັດທະນາຂອງອາຊີ-ປາຊີຟິກ