ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງວິດີໂອພິເສດກ່ຽວກັບບັນຫາປາແລັດສະຕິນ-ອິດສະຣາແອນຂອງຜູ້ນຳປະເທດອົງການບຣິກສ

2023-11-22 18:10:58
ມາຈາກ:CRI

ຕອນຄ່ຳວັນທີ 21 ພະຈິກນີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງວິດີໂອພິເສດກ່ຽວກັບບັນຫາປາແລັດສະຕິນ-ອິດສະຣາແອນຂອງຜູ້ນຳປະເທດເບຣຊີນ,ຣັດເຊຍ,ອິນເດຍ,ຈີນ ແລະອາຟຣິກາໃຕ້ຫຼືບຣິກສ (BRICS) ພ້ອມທັງກ່າວຄຳປາໄສສຳຄັນພາຍໃຕ້ຫົວຂໍ້ “ຊຸກຍູ້ການຢຸດຍິງແລະຢຸດສົງຄາມ ບັນລຸສັນຕິພາບແລະຄວາມໝັ້ນຄົງແບບຖາວອນ”.

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ກອງປະຊຸມສຸດຍອດຄັ້ງນີ້ແມ່ນກອງປະຊຸມພົບປະຂອງຜູ້ນຳປະເທດອົງການບຣິກສຄັ້ງທຳອິດຫຼັງຈາກການເພີ່ມຈຳນວນປະເທດສະມາຊິກແລ້ວ. ພາຍໃຕ້ສະພາບການໃນປັດຈຸບັນ, ບັນດາປະເທດສະມາຊິກບຣິກສສົ່ງສຽງແຫ່ງຄວາມເປັນທຳແລະສຽງແຫ່ງສັນຕິພາບກ່ຽວກັບບັນຫາປາແລັດສະຕິນ-ອິດສະຣາແອນແມ່ນມີຄວາມຈຳເປັນແລະທັນເຫດການທີ່ສຸດ. ການປະທະກັນທີ່ເກີດຂຶ້ນຢູ່ເຂດກາຊາໄດ້ສືບຕໍ່ມາເປັນເວລາ 1 ເດືອນປາຍແລ້ວ, ສົ່ງຜົນເຮັດໃຫ້ປະຊາຊົນເສຍຊີວິດແລະບາດເຈັບເປັນຈຳນວນຫຼວງຫຼາຍແລະເຮັດໃຫ້ເກີດໄພຮ້າຍດ້ານມະນຸດສະທຳຕື່ມອີກ,ພ້ອມທັງມີທ່າອ່ຽງຈະຂະຫຍາຍອອກຕື່ມ,ຈີນສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງ. ວຽກງານຮີບດ່ວນໃນປັດຈຸບັນລວມມີ ໜຶ່ງ ບັນດາຝ່າຍທີ່ກ່ຽວຂ້ອງກັບການປະທະກັນຕ້ອງຢຸດຍິງແລະຢຸດສົງຄາມໃນທັນທີ;ສອງ ຕ້ອງຮັບປະກັນໃຫ້ຊ່ອງທາງຊ່ວຍເຫຼືອດ້ານມະນຸດສະທຳມີຄວາມປອດໄພແລະສະດວກສະບາຍ;ສາມ ປະຊາຄົມໂລກຕ້ອງວາງມາດຕະການທີ່ຕິດແທດຕົວຈິງ ເພື່ອປ້ອງກັນບໍ່ໃຫ້ການປະທະກັນຂະຫຍາຍອອກຕື່ມຈົນກະທົບເຖິງສະຖຽນລະພາບຢູ່ເຂດຕາເວັນອອກກາງ.

ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນຕື່ມວ່າ: ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນຮອບນີ້ເປັນຕົ້ນມາ, ຈີນໄດ້ສົ່ງເສີມສັນຕິພາບແລະຊຸກຍູ້ໃຫ້ຈັດການເຈລະຈາຢ່າງຕັ້ງໜ້າ,ຊຸກຍູ້ການຢຸດຍິງແລະຢຸດສົງຄາມ,ສະໜອງການຊ່ວຍເຫຼືອສຸກເສີນດ້ານມະນຸດສະທຳໃຫ້ແກ່ເຂດກາຊາ,ພ້ອມທັງສືບຕໍ່ສະໜອງເຄື່ອງຊ່ວຍເຫຼືອແລະຄວາມຊ່ວຍເຫຼືອອື່ນໆຕາມຄວາມຕ້ອງການຂອງປະຊາຊົນຢູ່ເຂດກາຊາ. ຈີນຮຽກຮ້ອງໃຫ້ຈັດກອງປະຊຸມສັນຕິພາບສາກົນທີ່ມີຄວາມສັກສິດຫຼາຍກວ່າເກົ່າໂດຍໄວເທົ່າທີ່ຈະໄວໄດ້,ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນໃນສາກົນກ່ຽວກັບການສົ່ງເສີມສັນຕິພາບ,ຊຸກຍູ້ບັນຫາປາແລັດສະຕິນໃຫ້ໄດ້ຮັບການແກ້ໄຂຢ່າງຮອບດ້ານ,ຍຸຕິທຳແລະຖາວອນໂດຍໄວ.

ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງວິດີໂອພິເສດກ່ຽວກັບບັນຫາປາແລັດສະຕິນ-ອິດສະຣາແອນຂອງຜູ້ນຳປະເທດອົງການບຣິກສ