ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງທ່ານອານດຣີ ນີຣີນາ ຣາເຈວລີນາ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີມາດາກາສະກາອີກສະໄໝໜຶ່ງ

2023-12-08 20:15:08
ມາຈາກ:CRI

ວັນທີ 5 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນໄດ້ສົ່ງສານຊົມເຊີຍເຖິງທ່ານອານດຣີ ນີຣີນາ ຣາເຈວລີນາ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີມາດາກາສະກາອີກສະໄໝໜຶ່ງ.

ເນື້ອໃນສານຊົມເຊີຍທ່ານສີຈິ້ນຜິງລະບຸວ່າ: ຈີນ ແລະ ມາດາກາສະກາມີມູນເຊື້ອມິດຕະພາບທີ່ດີງາມ. ໃນຊຸມປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຮ່ວມຂອງພວກເຮົາ, ການພົວພັນລະຫວ່າງສອງປະເທດໄດ້ຂະຫຍາຍຕົວຢ່າງວ່ອງໄວ, ການແລກປ່ຽນ ແລະ ຮ່ວມມືໃນຂົງເຂດຕ່າງໆໄດ້ປະສົບຜົນສຳເລັດອັນອຸດົມສົມບູນ, ສອງຝ່າຍໄດ້ສະໜັບສະໜູນເຊິ່ງກັນແລະກັນຢ່າງເດັດດ່ຽວ ໃນບັນຫາທີ່ພົວພັນເຖິງຜົນປະໂຫຍດແກນກາງຂອງສອງປະເທດ ແລະ ບັນຫາສຳຄັນທີ່ສອງປະເທດມີຄວາມສົນໃຈນຳເປັນພິເສດ. ຂ້າພະເຈົ້າເອົາໃຈໃສ່ເປັນຢ່າງສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ມາດາກາສະກາ, ຍິນດີພະຍາຍາມຮ່ວມກັບທ່ານປະທານາທິບໍດີ, ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຈີນ-ມາດາກາສະກາໃຫ້ຂະຫຍາຍຕົວຫຼາຍກວ່າເກົ່າ ແລະ ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງຊາດຫຼາຍກວ່າເກົ່າ.

ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງທ່ານອານດຣີ ນີຣີນາ ຣາເຈວລີນາ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີມາດາກາສະກາອີກສະໄໝໜຶ່ງ