ທ່ານ ສີຈິ້ນຜິງ ເດີນທາງຮອດນະຄອນຫຼວງຮ່າໂນ້ຍແລະເລີ່ມຢ້ຽມຢາມຫວຽດນາມ ທາງລັດຖະກິດ

2023-12-12 17:24:09
ມາຈາກ:CRI

ຕອນທ່ຽງວັນທີ 12 ທັນວານີ້, ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດ ນາມ ແລະ ທ່ານ ຫວໍວັນເຖືອງ ປະທານປະເທດ ສສ.ຫວຽດນາມ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ ໄດ້ເດີນທາງຮອດນະຄອນຫຼວງຮ່າໂນ້ຍ ປະເທດຫວຽດນາມ ດ້ວຍຍົນພິເສດ ໂດຍໄດ້ເລີ່ມຢ້ຽມຢາມ ສສ.ຫວຽດນາມ ທາງລັດຖະກິດ.

ທ່ານ ສີຈິ້ນຜິງໄດ້ກ່າວຄຳປາໄສຜ່ານທາງລາຍລັກອັກສອນ, ໂດຍຕາງໜ້າໃຫ້ພັກຄອມມູນິດຈີນ, ລັດຖະບານຈີນ ແລະ ປະຊາຊົນຈີນສະແດງຄວາມຢື້ຢາມຖາມຂ່າວທີ່ຈິງໃຈ ແລະ ອວຍພອນໄຊອັນປະເສີດຕໍ່ ພັກຄອມມູນິດຫວຽດນາມ, ລັດຖະບານຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ທ່ານສີຈິ້ນຜິງຊີ້ອອກວ່າ, ຫວຽດນາມເປັນປະເທດສຳຄັນຢູ່ອາຊີ ທັງເປັນປະເທດສະມາຊິກທີ່ສຳຄັນຂອງອາຊຽນ. ໃນຊຸມປີມໍ່ໆມານີ້, ພາຍໃຕ້ການນຳພາຂອງພັກຄອມມູນິດຫວຽດນາມ, ປະຊາຊົນຫວຽດນາມຕັ້ງໜ້າຄົ້ນຫາເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນ, ຊຸກຍູ້ພາລະກິດການປ່ຽນແປງໃໝ່ຢ່າງຮອບດ້ານ, ບົດບາດອິດທິພົນໃນສາກົນ ແລະ ພາກພື້ນນັບມື້ນັບພົ້ນເດັ່ນຂຶ້ນ. ຈີນ ແລະ ຫວຽດນາມມີພູຜາແມ່ນ້ຳຕິດຈອດກັນ, ມີມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານແລ້ວ. ມິດຕະພາບຈີນ-ຫວຽດນາມທີ່ຜູ້ນຳຮຸ່ນກ່ອນຂອງສອງປະເທດຮ່ວມກັນສ້າງຕັ້ງ ແລະ ບົ່ມເພາະນັ້ນເປັນຊັບສິນອັນລ້ຳຄ່າຂອງປະຊາຊົນສອງຊາດ. ຈີນຖືເອົາສາຍພົວພັນກັບຫວຽດນາມເປັນທິດທາງບຸລິມະສິດໃນວຽກງານການຕ່າງປະເທດກັບປະເທດອ້ອມຂ້າງ. ຂ້າພະເຈົ້າຫວັງວ່າຈະຖືເອົາການຢ້ຽມຢາມຄັ້ງນີ້ເປັນກາລະໂອກາດ, ລົງເລິກແລກປ່ຽນຄວາມຄິດເຫັນກັບສະຫາຍຜູ້ນຳຫວຽດນາມ ກ່ຽວກັບບັນຫາທີ່ມີລັກສະນະສະພາບລວມ, ລັກສະນະຍຸດທະສາດ ແລະ ລັກສະນະທິດທາງຂອງສາຍພົວພັນສອງພັກສອງລັດຈີນ-ຫວຽດນາມ ກໍຄືບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈຮ່ວມກັນ, ຊຸກຍູ້ໃຫ້ສາຍພົວພັນສອງຝ່າຍກ້າວເຂົ້າສູ່ໄລຍະໃໝ່.

ທ່ານ ສີຈິ້ນຜິງ ເດີນທາງຮອດນະຄອນຫຼວງຮ່າໂນ້ຍແລະເລີ່ມຢ້ຽມຢາມຫວຽດນາມ ທາງລັດຖະກິດ