ທ່ານສີຈິ້ນຜິງລົງພິມບົດຄວາມຜ່ານສື່ມວນຊົນຫວຽດນາມ

2023-12-12 17:30:16
ມາຈາກ:CRI

ວັນທີ12ທັນວານີ້, ເນື່ອງໃນໂອກາດທີ່ດຳເນີນການຢ້ຽມຢາມຫວຽດນາມທາງລັດຖະກິດ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ລົງພິມບົດຄວາມຜ່ານໜັງສືພິມປະຊາຊົນຫວຽດນາມພາຍໃຕ້ຫົວຂໍ້: ສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍຍຸດທະສາດ ເປີດປະຫວັດສາດໜ້າໃໝ່ແຫ່ງການເກາະແຂນກັນກ້າວເດີນໄປສູ່ຄວາມທັນສະໄໝ.

ເນື້ອໃນບົດຄວາມລະບຸວ່າ: ປີນີ້ເປັນປີຄົບຮອບ15ປີທີ່ຈີນແລະຫວຽດນາມສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ບໍ່ວ່າສະພາບສາກົນຈະຜັນແປໄປຄືແນວໃດກໍຕາມ, ສອງພັກສອງປະເທດຈີນ-ຫວຽດນາມຮ່ວມກັນຮັກສາສັນຕິພາບແລະຄວາມສະຫງົບ, ຮ່ວມກັນສະແຫວງຫາການຮ່ວມມືເພື່ອການພັດທະນາ, ຮ່ວມກັນສ້າງຄວາມຈະເລີນຮຸ່ງເຮືອງແລະຮັ່ງມີເຂັ້ມແຂງ, ບຸກເບີກເສັ້ນທາງສະຫວ່າງສະໄຫວແຫ່ງການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ເນື້ອໃນບົດຄວາມລະບຸຕື່ມວ່າ: ພັກແລະລັດຖະບານຈີນຈະຖືເອົາການຂະຫຍາຍສາຍພົວພັນຈີນ-ຫວຽດນາມເປັນທິດທາງບຸລິມະສິດໃນວຽກງານການຕ່າງປະເທດກັບປະເທດອ້ອມຂ້າງຂອງຈີນຢ່າງສະເໝີຕົ້ນສະເໝີປາຍ, ຫວັງຢ່າງຍິ່ງວ່າ ສອງປະເທດຈະບໍ່ລືມອຸດົມການແຕ່ຫົວທີທີ່ຮັກສາມິດຕະພາບອັນເປັນມູນເຊື້ອ, ຈົດຈຳອຸດົມການແລະພາລະກຳຮ່ວມກັນ, ເກາະແຂນກັນກ້າວເດີນໄປຕາມເສັ້ນທາງສັງຄົມນິຍົມດ້ວຍດີ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດຢ່າງບໍ່ຢຸດຢັ້ງ.

ຮັກສາການແລກປ່ຽນດ້ານຍຸດທະສາດ, ຮັດແໜ້ນພື້ນຖານການເມືອງຂອງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມ.

ເສີມຂະຫຍາຍທ່າແຮງທີ່ຄ້ຳຊູກັນ, ເພີ່ມທະວີພື້ນຖານການຮ່ວມມືຂອງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມ.

ເພີ່ມທະວີການແລກປ່ຽນມິດຕະພາບກັນ, ສ້າງພື້ນຖານຈິດໃຈປະຊາຊົນທີ່ສະໜັບສະໜູນຄູ່ຮ່ວມຊາຕາກຳຈີນ-ຫວຽດນາມໃຫ້ໝັ້ນແກ່ນ.

ຄຸ້ມຄອງແລະຄວບຄຸມຄວາມເຫັນທີ່ຂັດແຍ້ງກັນຢ່າງເໝາະສົມ, ເປີດກວ້າງພື້ນຖານຄວາມຮັບຮູ້ທີ່ເປັນເອກະພາບກັນຂອງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມ.

ບົດຄວາມຂອງທ່ານສີຈິ້ນຜິງຍັງລະບຸອີກວ່າ: ສອງປະເທດຈີນ-ຫວຽດນາມສ້າງຄູ່ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດຈະດຶງດູດໃຫ້ປະເທດຫຼາຍກວ່າເກົ່າເຂົ້າຮ່ວມພາລະກິດອັນຍິ່ງໃຫຍ່ແຫ່ງການສ້າງປະຊາຄົມຮ່ວມຊາຕາກຳອາຊີແລະປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ສະໜອງພະລັງແຮງທາງບວກໃຫ້ກັບການພັດທະນາໃນໄລຍະຍາວ ກໍຄືມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນຢູ່ອາຊີ, ຈະປະກອບສ່ວນຫຼາຍກວ່າເກົ່າເພື່ອສັນຕິພາບແລະການພັດທະນາຂອງໂລກ.

ທ່ານສີຈິ້ນຜິງລົງພິມບົດຄວາມຜ່ານສື່ມວນຊົນຫວຽດນາມ