ທ່ານສີຈິ້ນຜິງພົບປະເຈລະຈາກັບເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ

2023-12-15 19:15:14
ມາຈາກ:CRI

ຕອນບ່າຍວັນທີ 12 ທັນວານີ້,ຢູ່ສຳນັກງານສູນກາງພັກຄອມມູນິດຫວຽດນາມທີ່ນະຄອນຫຼວງຮ່າໂນ້ຍ, ທ່ານສີຈິ້ນຜິງ ເລຂາ ທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ. ສອງຝ່າຍໄດ້ປະກາດທີ່ຕັ້ງໃໝ່ຂອງສາຍພົວພັນສອງພັກ ສອງລັດຖະບານຈີນ-ຫວຽດນາມ, ຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມທີ່ມີຄວາມໝາຍຍຸດທະສາດບົນພື້ນຖານທີ່ລົງເລິກສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຫວຽດນາມ.

ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງໄດ້ສະເໜີຫຼາຍຂໍ້ສະເໜີກ່ຽວກັບການສ້າງຄູ່ຮ່ວມຊາຕາກຳຈີນ-ຫວຽດນາມຄື: ໃນດ້ານການເມືອງ ຄວນກຳແໜ້ນທິດທາງໃຫ້ຖືກຕ້ອງ, ໃນດ້ານຄວາມໝັ້ນຄົງ ຄວນລົງເລິກຄວາມໄວ້ເນື້ອເຊື່ອໃຈກັນ.ໃນດ້ານການຮ່ວມມືທີ່ຕິດແທດຕົວຈິງ ຄວນຍົກລະດັບແລະຄຸນນະພາບໃຫ້ສູງຂຶ້ນ, ໃນດ້ານພື້ນຖານຈິດໃຈຂອງປະຊາຊົນທີ່ໃຫ້ການອູ້ມຊູສະໜັບສະໜູນ ຄວນເພີ່ມທະວີການທຸ້ມເທກຳລັງຄົນແລະກຳລັງຊັບ. ສ່ວນດ້ານບັນຫາໃນສາກົນແລະພາກພື້ນ, ຄວນປະສານງານກັນຢ່າງໃກ້ຊິດ. ໃນບັນຫາທີ່ກ່ຽວຂ້ອງກັບທະເລ ຄວນຄຸ້ມຄອງແລະຄວບຄຸມຄວາມເຫັນທີ່ຂັດແຍ້ງກັນ.

ທ່ານຫງວຽນຟູຈ້ອງກ່າວຢືນຢັນວ່າ: ຫວຽດນາມຍຶດໝັ້ນນະໂຍບາຍການຕ່າງປະເທດທີ່ມີເອກະລາດແລະເປັນເຈົ້າຕົນເອງ, ຖືເອົາການເສີມຂະຫຍາຍສາຍພົວພັນກັບຈີນເປັນບຸລິມະສິດອັນດັບໜຶ່ງແລະທາງເລືອກຍຸດທະສາດ. ຫວຽດນາມຍິນດີຮ່ວມກັບຈີນສ້າງຄູ່ຮ່ວມຊາຕາກຳຫວຽດນາມ-ຈີນທີ່ມີຄວາມໝາຍຍຸດທະສາດ, ເພີ່ມທະວີການຮ່ວມມືຢ່າງຮອບດ້ານໃນຂົງເຂດຕ່າງໆເຊັ່ນ: ການເມືອງ, ເສດຖະກິດການຄ້າ, ຄວາມໝັ້ນຄົງ, ການຮ່ວມມືລະຫວ່າງປະຊາຊົນ ແລະອື່ນໆ, ສ້າງຕົວແບບແຫ່ງການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສິ່ງນີ້ແມ່ນສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງພັກ,ສອງລັດຖະບານແລະປະຊາຊົນສອງຊາດຫວຽດນາມ-ຈີນ. ຄວາມເຫັນທີ່ຂັດແຍ້ງກັນທາງທະເລເປັນພຽງສ່ວນໜຶ່ງຂອງການພົວພັນຫວຽດນາມ-ຈີນເທົ່ານັ້ນ, ເຊື່ອໝັ້ນວ່າ ສອງຝ່າຍຈະແກ້ໄຂບັນຫານີ້ໃຫ້ເໝາະສົມຕາມຈິດໃຈທີ່ໄວ້ເນື້ອເຊື່ອໃຈກັນແລະເຄົາລົບເຊິ່ງກັນແລະກັນ. ພາຍໃຕ້ສະພາບສາກົນທີ່ສັບສົນໃນປັດຈຸບັນ, ຫວຽດນາມ-ຈີນຮັດແໜ້ນການປະສານງານຫຼາຍຝ່າຍ, ຮ່ວມກັນຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງແບບເກົ່າແລະແບບໃໝ່ຕ່າງໆນັ້ນແມ່ນມີຄວາມໝາຍສຳຄັນຕໍ່ສອງປະເທດກໍຄືທົ່ວໂລກ.

ຫຼັງຈາກການພົບປະເຈລະຈາກັນ, ທ່ານເລຂາທິການໃຫຍ່ທັງສອງພັກໄດ້ຮ່ວມກັນເປັນສັກຂີພິຍານໃຫ້ແກ່ການວາງສະແດງເອກະສານຮ່ວມມືສອງຝ່າຍທີ່ໄດ້ລົງນາມຮ່ວມກັນ ເຊິ່ງກວມເອົາ30ກວ່າຂົງເຂດເຊັ່ນ: ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ການກວດກາແລະກັກກັນພະຍາດ, ການຮ່ວມມືເພື່ອການພັດທະນາ, ເສດຖະກິດດິຈີຕອນ, ການພັດທະນາແບບສີຂຽວ, ຄົມມະນາຄົມຂົນສົ່ງ, ການຮ່ວມມືລະຫວ່າງທ້ອງຖິ່ນ, ການຮ່ວມມືດ້ານການປ້ອງກັນຄວາມໝັ້ນຄົງແລະການປະຕິບັດກົດໝາຍ, ການຮ່ວມມືທາງທະເລແລະອື່ນໆ.

ທ່ານສີຈິ້ນຜິງພົບປະເຈລະຈາກັບເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ