ທ່ານສີຈິ້ນຜິງກັບປະທານາທິບໍດີເຄັນຢາສົ່ງໂທລະເລກອວຍພອນເຊິ່ງກັນແລະກັນໃນໂອກາດຈີນ-ເຄັນຢາສ້າງສາຍພົວພັນທາງການທູດຄົບຮອບ 60 ປີ

2023-12-15 19:23:02
ມາຈາກ:CRI

ວັນທີ 14 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນກັບທ່ານວິລຽມ ຊາໂມເອ ຣູໂຕ ປະທານາທິບໍດີເຄັນຢາໄດ້ສົ່ງໂທລະເລກອວຍພອນເຊິ່ງກັນແລະກັນໃນໂອກາດສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 60 ປີ.

ເນື້ອໃນໂທລະເລກຂອງທ່ານສີຈິ້ນຜິງລະບຸວ່າ: ຂ້າພະເຈົ້າໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ສາຍຂະຫຍາຍການພົວພັນລະຫວ່າງຈີນ-ເຄັນຢາ, ຍິນດີພະຍາຍາມຮ່ວມກັນກັບປະທານາທິບໍດີຣູໂຕ, ຖືເອົາສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 60 ປີເປັນຈຸດເລີ່ມຕົ້ນໃໝ່, ເສີມສ້າງເນື້ອໃນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ເຄັນຢາໃຫ້ສົມບູນຂຶ້ນຢ່າງບໍ່ຢຸດຢັ້ງ, ຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ເຄັນຢາທີ່ແໜ້ນແຟ້ນກວ່າເກົ່າໃນຍຸກໃໝ່.

ເນື້ອໃນໂທລະເລກຂອງທ່ານໂຣໂຕລະບຸວ່າ: ເຄັນຢາຍິນດີຮ່ວມກັບຈີນຜັນຂະຫຍາຍຜົນກອງປະຊຸມເວທີເປິກສາຫາລືສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ໃຫ້ດີ ເພື່ອໃຫ້ການພົວພັນລະຫວ່າງສອງປະເທດມີອະນາຄົດອັນດີງາມທີ່ພັດທະນາໄປຢ່າງຕໍ່ເນື່ອງ, ມີຄວາມຈະເລີນຮຸ່ງເຮືອງ, ມິດຕະພາບ ແລະມີຄວາມກ້າວໜ້າຮ່ວມກັນ.

ທ່ານສີຈິ້ນຜິງກັບປະທານາທິບໍດີເຄັນຢາສົ່ງໂທລະເລກອວຍພອນເຊິ່ງກັນແລະກັນໃນໂອກາດຈີນ-ເຄັນຢາສ້າງສາຍພົວພັນທາງການທູດຄົບຮອບ 60 ປີ