ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ນະຄອນໜານໜິງ ແລະນະຄອນໄຫຼປິ່ນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ

2023-12-15 19:23:32
ມາຈາກ:CRI

ຕອນເຊົ້າວັນທີ14ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ດຳເນີນການສຳຫຼວດກວດກາວຽກງານຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ. ເພິ່ນໄດ້ໄປຮອດບໍລິສັດຖານຂໍ້ມູນຂ່າວສານຈີນ-ອາຊຽນຫຸ້ນສ່ວນຈຳກັດ ແລະເຂດຊຸມຊົນຜານໂຫຼງເມືອງຫຼຽງຊິ້ງ ຕາມລຳດັບ ໂດຍໄດ້ດຳເນີນການສຳຫຼວດຄົ້ນຄວ້າກ່ຽວກັບການຮ່ວມມືເສດຖະກິດການຄ້າກັບການສ້າງສາແລະປະຍຸກໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານລະຫວ່າງຈີນ-ອາຊຽນ, ການປັບປຸງລະບົບຄຸ້ມຄອງເຂດຊຸມຊົນຕົວເມືອງໃຫ້ສົມບູນ, ການເພີ່ມທະວີວຽກງານຄວາມສາມັກຄີລະຫວ່າງຊົນເຜົ່າແລະອື່ນໆ.

ຕອນບ່າຍມື້ດຽວກັນ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ນະຄອນໄຫຼປິ່ນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ໂດຍເພິ່ນໄດ້ໄປຖານການຜະລິດອ້ອຍຄຸນນະພາບດີທີ່ມີສະມັດຕະພາບສູງແລະປະລິມານນ້ຳຕານສູງຫວງອ່ານເຂດນິຄົມອຸດສາຫະກຳກະສິກຳທັນສະໄໝແຫ່ງຊາດນະຄອນໄຫຼປິ່ນ ແລະບໍລິສັດເຟີ້ງຫວງກຸ່ມບໍລິສັດໂດນຕາ(DONTA)ຈຳກັດຕາມລຳດັບເພື່ອຮັບຮູ້ສະພາບການກ່ຽວກັບການເພາະພັນອ້ອຍທີ່ດີ, ຜົນລະປູກ, ການພັດທະນາອຸດສາຫະກຳຜະລິດນ້ຳຕານແລະອື່ນໆ.

ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ນະຄອນໜານໜິງ ແລະນະຄອນໄຫຼປິ່ນ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ