ທ່ານສີຈິ້ນຜິງພົບປະກັບປະທານສະພາແຫ່ງຊາດຫວຽດນາມ

2023-12-15 19:25:55
ມາຈາກ:CRI

ຕອນເຊົ້າວັນທີ 13 ທັນວານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານເວື່ອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມຢູ່ນະຄອນຫຼວງຮ່າໂນ້ຍ.

ທ່ານສີຈິ້ນຜິງເນັ້ນໜັກວ່າ: ພາຍໃຕ້ສະພາບການໃໝ່, ສອງຝ່າຍຄວນສືບຕໍ່ປະຕິບັດຕໍ່ການພົວພັນລະຫວ່າງຈີນ-ຫວຽດນາມຈາກລະດັບຍຸດທະສາດແລະໄລຍະຍາວ, ເດັດດ່ຽວກ້າວເດີນໄປຂ້າງໜ້າຕາມເສັ້ນທາງການຮ່ວມມືຢ່າງມີໄມຕີຈິດມິດຕະພາບ. ໜຶ່ງແມ່ນນຳພາຂະຫຍາຍການພົວພັນລະຫວ່າງສອງຝ່າຍໃຫ້ດີ. ຄວນຕັ້ງໜ້າສະຫຼຸບມູນເຊືິ້ອທີ່ດີແລະວິທີທີ່ດີໃນການຂະຫຍາຍການພົວພັນຈີນ-ຫວຽດນາມ, ເພີ່ມທະວີການແລກປ່ຽນດ້ານຍຸດທະສາດລະຫວ່າງການນຳຂັ້ນສູງ, ແລກປ່ຽນບົດຮຽນດ້ານການຄຸ້ມຄອງພັກແລະການປົກຄອງລັດຢ່າງໃກ້ຊິດ, ຄົ້ນຄວ້າເພື່ອເຮັດໃຫ້ເນື້ອໃນທິດສະດີແລະພຶດຕິກຳຕົວຈິງແຫ່ງການສ້າງສັງຄົມນິຍົມມີຄວາມອຸດົມສົມບູນຂຶ້ນ, ປົກປັກຮັກສາຜົນປະໂຫຍດດ້ານຍຸດທະສາດຮ່ວມຂອງສອງຝ່າຍ, ຮັບປະກັນໃຫ້ການພົວພັນລະຫວ່າງສອງຝ່າຍເດີນຕາມເສັ້ນທາງທີ່ຖືກຕ້ອງຢ່າງສະເໝີຕົ້ນສະເໝີປາຍ. ສອງແມ່ນຊຸກຍູ້ການຮ່ວມມືທີ່ຕິດແທດຕົວຈິງໃຫ້ດີ. ສາມແມ່ນຄວບຄຸມຄວາມຂັດແຍ້ງກັນໃຫ້ດີ.

ທ່ານເວື່ອງດິ່ງເຫວ້ ກ່າວວ່າ: ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມກັບສະພາປະຊາຊົນແຫ່ງຊາດຈີນແມ່ນສ່ວນປະກອບອັນສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ຈີນ. ສະພາແຫ່ງຊາດຫວຽດນາມຈະຕັ້ງໜ້າຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງເລຂາທິການໃຫຍ່ສອງພັກ, ຈະຮ່ວມກັບສະພາປະຊາຊົນແຫ່ງຊາດຈີນເພີ່ມທະວີການແລກປ່ຽນແລະການຮ່ວມມືດ້ານປະຊາທິປະໄຕ, ການປົກຄອງຕາມກົດໝາຍ, ການຕ້ານການສໍ້ລາດບັງຫຼວງ ແລະອື່ນໆ, ຈະເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນຈາກວົງການຕ່າງໆຕື່ມອີກ, ປັບປຸງມິດຕະພາບອັນເປັນມູນເຊື້ອແລະຄວາມໄວ້ເນື້ອເຊື່ອໃຈກັນດ້ານຍຸດທະສາດລະຫວ່າງສອງປະເທດໃຫ້ໝັ້ນຄົງ, ຮັດແໜ້ນພື້ນຖານແຫ່ງການສະໜັບສະໜູນຈາກປະຊາຊົນເພື່ອສ້າງຄູ່ຮ່ວມຊາຕາກຳຫວຽດນາມ-ຈີນ.

ທ່ານສີຈິ້ນຜິງພົບປະກັບປະທານສະພາແຫ່ງຊາດຫວຽດນາມ