ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງທ່ານອັບເດວ ຟັດຕາ ເອວ ຊີຊີ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີເອຢິບອີກສະໄໝໜຶ່ງ

2023-12-20 18:43:37
ມາຈາກ:CRI

ວັນທີ 19 ທັນວານີ້, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງທ່ານອັບເດວ ຟັດຕາ ເອວ ຊີຊີ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສາທາລະນະລັດອາຣັບເອຢິບອີກສະໄໝໜຶ່ງ.

ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງຊີ້ອອກວ່າ: ຈີນແລະເອຢິບແມ່ນເພື່ອນມິດທີ່ດີທີ່ຮ່ວມອຸດົມການແລະໄວ້ເນື້ອເຊື່ອໃຈກັນ, ແມ່ນຄູ່ຮ່ວມມືທີ່ມີການພັດທະນາແລະຄວາມຈະເລີນຮຸ່ງເຮືອງຢ່າງຮ່ວມກັນ. ໃນປີມໍ່ໆມານີ້, ການພົວພັນລະຫວ່າງຈີນ-ເອຢີບໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ການຮ່ວມມືຕົວຈິງໃນແຕ່ລະຂົງເຂດໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ, ມິດຕະພາບລະຫວ່າງປະຊາຊົນສອງປະເທດໄດ້ລົງສູ່ລວງເລິິກຢ່າງບໍ່ຢຸດຢັ້ງ. ຂ້າພະເຈົ້າເອົາໃຈໃສ່ໃນລະດັບສູງຕໍ່ການພັດທະນາການພົວພັນກັບເອຢິບ, ຍິນດີພະຍາຍາມຮ່ວມກັນກັບທ່ານເອວ ຊີຊີ, ປະທານາທິບໍດີເອຢິບ, ສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນຢ່າງໝັ້ນໜຽວບໍ່ປ່ຽນແປງ, ຊຸກຍູ້ການຮ່່ວມມື້ດ້ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ຮ່ວມກັນປົກປ້ອງຜົນປະໂຫຍດຮ່ວມຂອງປະເທດກຳລັງພັດທະນາ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ເອຢິບກ້າວຂຶ້ນສູ່ລະດັບໃໝ່, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດດີກວ່າເກົ່າ.

ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງທ່ານອັບເດວ ຟັດຕາ ເອວ ຊີຊີ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີເອຢິບອີກສະໄໝໜຶ່ງ