ທ່ານສີຈິ້ນຜິງສົນທະນາທາງໂທລະສັບກັບປະທານາທິບໍດີນິກາຣາກວາ

2023-12-22 18:40:43
ມາຈາກ:

ຕອນເຊົ້າວັນທີ 20 ທັນວານີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ສົນທະນາທາງໂທລະສັບກັບທ່ານໂຈເຊ ດານີເອ ອໍເຕກາ ປະທານາທິບໍດີນິກາຣາກວາ. ປະມຸກລັດສອງປະເທດໄດ້ປະກາດວ່າຈີນແລະນິກາຣາກວາໄດ້ສ້າງການພົວພັນຄູ່ຮ່ວມຍຸດທະສາດຢ່າງເປັນທາງການ.

ທ່ານສີຈິ້ນຜິງຊີ້ອອກວ່າ, ໃນສອງປີຜ່ານມາທີ່ຈີນແລະນິກາຣາກວາໄດ້ຟື້ນຟູສາຍພົວພັນທາງການທູດ, ການຮ່ວມມືຕົວຈິງລະຫວ່າງສອງຝ່າຍໄດ້ຮັບການພັດທະນາຢ່າງຮອບດ້ານແລະໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ. ຂ້າພະເຈົ້າຍິນດີຮ່ວມກັບທ່ານອໍເຕກາ ປະທານາທິບໍດີນິກາຣາກວາ, ຖືເອົາການປະກາດການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຈີນແລະນິກາຣາກວາໃນມື້ນີ້ເປັນຈຸດເລີ່ມຕົ້ນໃໝ່, ຊຸກຍູ້ໃຫ້ການພົວພັນລະຫວ່າງຈີນແລະນິກາຣາກວາໄດ້ຮັບຜົນສຳເລັດໃໝ່ຢ່າງບໍ່ຢຸດຢັ້ງ. ສັນຍາການຄ້າເສລີລະຫວ່າງຈີນ-ນິກາຣາກວາຈະເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມັງກອນປີ 2024 ເປັນຕົ້ນໄປ, ສອງຝ່າຍຕ້ອງຖືເອົາເລື່ອງນີ້ເປັນໂອກາດທີ່ດີ, ຍົກຂະໜາດແລະລະດັບການຄ້າສອງຝ່າຍໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ.

ທ່ານໂຈເຊ ດານີເອ ອໍເຕກາ ກ່າວວ່າ: ນິກາຣາກວາທະນຸຖະໜອມການພົວພັນທີ່ມີໄມຕີຈິດຖານອ້າຍນ້ອງທີ່ຍິ່ງໃຫຍ່ກັບຈີນໃນລະດັບສູງ, ຍິນດີລົງເລິກການພົວພັນທີ່ມີໄມຕີຈິດມິດຕະພາບລະຫວ່າງສອງຝ່າຍຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການປະສານງານຫຼາຍຝ່າຍ, ຄັດຄ້ານການແຊກແຊງຈາກພາຍນອກແລະການເມືອງມະຫາອຳນາດ, ຮ່ວມກັນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານສີຈິ້ນຜິງສົນທະນາທາງໂທລະສັບກັບປະທານາທິບໍດີນິກາຣາກວາ