ທ່ານສີຈິ້ນຜິງເປັນປະທານກອງປະຊຸມແລກປ່ຽນຄວາມເຫັນແບບປະຊາທິປະໄຕຂອງກົມການເມືອງສູນກາງພັກຄອມມູນິດຈີນ

2023-12-25 18:57:19
ມາຈາກ:CRI

ວັນທີ 21-22 ທັນວານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດ ກອງປະຊຸມແລກປ່ຽນຄວາມເຫັນແບບປະຊາທິປະໄຕທີ່ມີຫົວຂໍ້ກ່ຽວກັບການຮ່ຳຮຽນ ແລະ ຈັດຕັ້ງປະຕິບັດແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຂອງທ່ານສີຈິ້ນຜິງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານກອງປະຊຸມດັ່ງກ່າວ ແລະ ໄດ້ກ່າວຄຳປາໄສອັນສຳຄັນ.

ກອງປະຊຸມດັ່ງກ່າວໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດກົດລະບຽບ 8 ຂໍ້ຂອງພັກໃນກົມການເມືອງສູນກາງພັກຄອມມູນິດຈີນນັບແຕ່ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນເປັນຕົ້ນມາ, ບົດລາຍງານວຽກງານກ່ຽວກັບການແກ້ໄຂບັນຫາຮູບການນິຍົມເພື່ອຫຼຸດພາລະຂັ້ນຮາກຖານໃຫ້ໜ້ອຍລົງນັບແຕ່ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນເປັນຕົ້ນມາ. ກອງປະຊຸມດັ່ງກ່າວຍັງໄດ້ອີງຕາມສະພາບຕົວຈິງດ້ານການບໍລິຫານພັກຢ່າງເຂັ້ມງວດ ແລະ ຮອບດ້ານ, ສະຫຼຸບຜົນສຳເລັດ, ສຳຫຼວດຂໍ້ຂາດຕົກບົກຜ່ອງ, ວິເຄາະທາດແທ້ຂອງພັກ, ດຳເນີນການຕຳນິກັນ ແລະ ຕຳນິຕົນເອງ.

ທ່ານສີຈິ້ນຜິງເປັນປະທານກອງປະຊຸມແລກປ່ຽນຄວາມເຫັນແບບປະຊາທິປະໄຕຂອງກົມການເມືອງສູນກາງພັກຄອມມູນິດຈີນ