ທ່ານສີຈິ້ນຜິງພົບປະໂອ້ລົມກັບຜູ້ຕາງໜ້າພິທີສະເຫຼີມສະຫຼອງ ແລະ ຍ້ອງຍໍຜົນງານກ່ຽວກັບຈີນສົ່ງໜ່ວຍງານການແພດຊ່ວຍເຫຼືອຕ່າງປະເທດຄົບຮອບ 60 ປີ

2023-12-29 18:01:59
ມາຈາກ:CRI

ພິທີສະເຫຼີມສະຫຼອງ ແລະ ຍ້ອງຍໍຜົນງານກ່ຽວກັບຈີນສົ່ງໜ່ວຍງານການແພດຊ່ວຍເຫຼືອຕ່າງປະເທດຄົບຮອບ 60 ປີໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 29 ທັນວານີ້. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະເທດປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ພົບປະໂອ້ລົມຜູ້ຕາງໜ້າພິທີດັ່ງກ່າວ, ໂດຍໄດ້ສະແດງຄວາມຢື້ຢາມຖາມຂ່າວອັນຈິງໃຈຕໍ່ບັນດາສະຫາຍທີ່ເຄີຍ ແລະ ພວມປະຕິບັດໜ້າທີ່ຊ່ວຍເຫຼືອຕ່າງປະເທດດ້ານການແພດ.

ທ່ານລິວກົວຈົ່ງ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ກ່າວຄຳປາໄສ, ໂດຍທ່ານກ່າວວ່າ: ສູນກາງພັກຄອມມູນິດຈີນໄດ້ເອົາໃຈໃສ່ວຽກງານການແພດຊ່ວຍເຫຼືອຕ່າງປະເທດເປັນຢ່າງສູງ, ໃນໄລຍະ 60 ປີຜ່ານມານີ້, ໜ່ວຍງານການແພດທີ່ຊ່ວຍເຫຼືອຕ່າງປະເທດທັງຫຼາຍໄດ້ສ້າງຄວາມສຸກໃຫ້ແກ່ປະຊາຊົນທ້ອງຖິ່ນດ້ວຍຄວາມເມດຕາ ແລະ ຄວາມສາມາດດ້ານການແພດ, ໄດ້ຮັບຄວາມຍ້ອງຍໍຊົມເຊີຍລະດັບສູງຈາກລັດຖະບານ ແລະ ປະຊາຊົນຂອງປະເທດທີ່ໄດ້ຮັບການຊ່ວຍເຫຼືອ. ຈີນຈະສືບຕໍ່ເສີມຂະຫຍາຍຈິດໃຈຂອງໜ່ວຍງານການແພດຈີນ, ພະຍາຍາມບຸກເບີກສູ້ຊົນເພື່ອສ້າງໂສມໜ້າໃໝ່ຂອງວຽກງານການແພດຊ່ວຍເຫຼືອຕ່າງປະເທດ, ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມດ້ານສຸຂະພາບ ແລະ ສາທາລະນະສຸກຂອງມວນມະນຸດ.

ທ່ານສີຈິ້ນຜິງພົບປະໂອ້ລົມກັບຜູ້ຕາງໜ້າພິທີສະເຫຼີມສະຫຼອງ ແລະ ຍ້ອງຍໍຜົນງານກ່ຽວກັບຈີນສົ່ງໜ່ວຍງານການແພດຊ່ວຍເຫຼືອຕ່າງປະເທດຄົບຮອບ 60 ປີ