ຈີນໄດ້ແບ່ງປັນຂໍ້ມູນຂ່າວສານກັບປະຊາຄົມໂລກດ້ວຍຄວາມຮັບຜິດຊອບມາໂດຍຕະຫຼອດ

2023-01-05 15:29:45
ມາຈາກ:CRI

ກ່ຽວກັບກໍລະນີທີ່ທ່ານ ເນດ ປໄຣຊ ໂຄສົກກະຊວງການຕ່າງປະເທດອາເມລິກາກ່າວວ່າ: ຈີນຂາດຄວາມໂປ່ງໃສໃນການແບ່ງປັນຂໍ້ມູນຂ່າວສານດ້ານການແພ່ລະບາດຂອງພະຍາດໂຄວິດ-19 ແລະຝ່າຍຈີນຄວນສະໜອງຂໍ້ມູນຂ່າວສານດ້ານນີ້ໃຫ້ຫຼາຍກວ່າເກົ່າ, ທ່ານນາງ ໝາວໜີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ໃຫ້ຮູ້ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ 4 ມັງກອນນີ້ວ່າ: ນັບແຕ່ເກີດການແພ່ລະບາດພະຍາດໂຄວັດ-19 ເປັນຕົ້ນມາ, ຈີນໄດ້ຍຶດໝັ້ນຖືປະຊາຊົນສໍາຄັນກວ່າໝູ່ແລະຖືຊີວິດສໍາຄັນກວ່າໝູ່ມາໂດຍຕະຫຼອດ, ໄດ້ພະຍາຍາມຢ່າງສຸດຂີດໃນການປົກປັກຮັກສາຄວາມປອດໄພດ້ານຊີວິດ ແລະສຸຂະພາບຂອງປະຊາຊົນ, ພ້ອມດຽວກັນນີ້ຍັງໄດ້ປະສານສົມທົບການປ້ອງກັນ ແລະຄວບຄຸມການແພ່ລະບາດຂອງພະຍາດກັບການພັດທະນາເສດຖະກິດ-ສັງ ຄົມຢ່າງມີປະສິດທິພາບສູງຕື່ມອີກ. ຈີນໄດ້ແບ່ງປັນຂໍ້ມູນຂ່າວສານກັບປະຊາຄົມໂລກດ້ວຍຄວາມຮັບຜິດຊອບມາໂດຍຕະຫຼອດ.

ອີງຕາມສະຖິຕິທີ່ບໍ່ຄົບຖ້ວນ, ໃນຮອບ 3 ປີຜ່ານມາ, ຝ່າຍຈີນໄດ້ດໍາເນີນການແລກປ່ຽນທາງດ້ານເຕັກນິກກັບອົງການອະນາໄມໂລກ 60 ຄັ້ງ. ນອກນັ້ນ, ຝ່າຍຈີນຍັງໄດ້ສືບຕໍ່ແບ່ງປັນຂໍ້ມູນຂ່າວສານທາງພັນທຸກໍາຂອງເຊື້ອພະຍາດຈາກຜູ້ທີ່ຕິດເຊື້ອໂຄວິດ-19 ໂດຍຜ່ານສາງຂໍ້ມູນຂ່າວສານໄຂ້ຫວັດທົ່ວໂລກຕື່ມອີກ.

ຈີນໄດ້ແບ່ງປັນຂໍ້ມູນຂ່າວສານກັບປະຊາຄົມໂລກດ້ວຍຄວາມຮັບຜິດຊອບມາໂດຍຕະຫຼອດ