ນັກທ່ອງທ່ຽວຈີນຈະປະກອບແຮງຂັບເຄື່ອນເພື່ອຊຸກຍູ້ການຟື້ນຟູຂອງຂະແໜງການທ່ອງທ່ຽວໃນທົ່ວໂລກ

2023-01-17 17:32:57
ມາຈາກ:

ທ່ານນາງ ຈູເລຍ ຊິມເຊິນ(Julia Simpson), ປະທານແລະ CEO ຂອງສະພາການທ່ອງທ່ຽວແລະການເດີນທາງໂລກກ່າວວ່າ, ນັກທ່ອງທ່ຽວຈີນຈະປະກອບແຮງຂັບເຄື່ອນເພື່ອຊຸກຍູ້ການຟື້ນຟູຂອງຂະແໜງການການທ່ອງທ່ຽວໃນທົ່ວໂລກ, ແລະຂະແໜງການການທ່ອງທ່ຽວໃນທົ່ວໂລກຈະເຕີບໂຕຢ່າງໄວວາໃນທົດສະວັດຕໍ່ໄປ.

ທ່ານນາງ ຈູເລຍ ຊິມເຊິນ ກ່າວວ່າ,ນາງໄດ້ໄປຢ້ຽມຢາມປະເທດຈີນຫຼາຍຄັ້ງ. ທ່ານນາງເຊື່ອວ່າ, ການເພີ່ມຂຶ້ນຂອງນັກທ່ອງທ່ຽວຈີນທີ່ເດີນທາງໄປຕ່າງປະເທດ ແລະນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງໄປຈີນແມ່ນມີຄວາມໝາຍອັນສຳຄັນຕໍ່ການຟື້ນຟູຂະແໜງການທ່ອງທ່ຽວໃນທົ່ວໂລກທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19.

ຈີນໄດ້ປັບປຸງແລະ ດັດແກ້ມາດຕະການປ້ອງກັນການແຜ່ລະບາດພະຍາດຂອງຕົນໃນເມື່ອບໍ່ດົນມານີ້. ທ່ານນາງ ຈູເລຍ ຊິມເຊິນ ເຫັນວ່າ,ເມື່ອນະໂຍບາຍປ້ອງກັນການລະບາດພະຍາດໄດ້ຖືກປັບປຸງແລະຂໍ້ຈໍາກັດໃນການເດີນທາງໄດ້ຖືກຜ່ອນຄາຍ, ຄວາມຕ້ອງການຈໍານວນຫລາຍຈະຖືກປ່ອຍອອກມາ.ໃນປັດຈຸບັນ, ປະຊາຊົນຫວັງວ່າຈະສາມາດທົດແທນໂອກາດຂອງການເດີນທາງທີ່ສູນເສຍໄປໃນລະຫວ່າງການແຜ່ລະບາດຂອງພະຍາດ, ເຊິ່ງຈະຊ່ວຍຊຸກຍູ້ຂະແໜງການການທ່ອງທ່ຽວແລະຊຸກຍູ້ການພັດທະນາຂອງທຸລະກິດ.

ແຫຼ່ງຂໍ້ມູນມາຈາກ ເວັບໄຊຊິນຮວາ

ນັກຂ່າວ ເຊີນປິ່ນເຈີ

ນັກທ່ອງທ່ຽວຈີນຈະປະກອບແຮງຂັບເຄື່ອນເພື່ອຊຸກຍູ້ການຟື້ນຟູຂອງຂະແໜງການທ່ອງທ່ຽວໃນທົ່ວໂລກ