ກຳລັງການຜະລິດໃນອຸດສາຫະກຳການຜະລິດຂອງຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ

2023-02-01 17:44:12
ມາຈາກ:CRI

ວັນທີ 17 ມັງກອນນີ້, ຈີນໄດ້ເປີດເຜີຍສະພາບການເຄື່ອນໄຫວສດຖະກິດແຫ່ງຊາດໃນປີ 2022. ຕາມສະຖິຕິສະແດງໃຫ້ເຫັນວ່າ: ໃນປີ 2022, ມູນຄ່າເພີ່ມຂອງອຸດສາຫະກຳໃນທົ່ວປະເທດຈີນບັນລຸເຖິງ 40.200 ຕື້ຢວນ, ມູນຄ່າເພີ່ມຂອງອຸດສາຫະກຳການຜະລິດບັນລຸເຖິງ 33.500 ຕື້ຢວນ, ລ້ວນແຕ່ເປັນອັນດັບ 1 ຂອງໂລກ ເຊິ່ງສະແດງໃຫ້ເຫັນວ່າ: ກຳລັງການຜະລິດໃນອຸດສາຫະກຳການຜະລິດຂອງຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.

ລະດັບການພັດທະນາຂອງອຸດສາຫະກຳການບິນໄດ້ສ່ອງແສງໃຫ້ເຫັນເຖິງລະດັບກວມລວມດ້ານວິທະຍາສາດເຕັກໂນໂລຊີ ແລະ ອຸດສາຫະກຳການຜະລິດຂອງປະເທດໜຶ່ງ. ເວົ້າສຳລັບຈີນແລ້ວ, ຕະຫຼອດຂະບວນການອອກແບບ ແລະ ຜະລິດເຮືອບິນ C919 ຢ່າງໄດ້ຕາມມາດຕະຖານ ແມ່ນເຕັມໄປດ້ວຍຫົວຄິດປະດິດສ້າງ ແລະ ສິ່ງທ້າທາຍຕ່າງໆນາໆຢູ່ແລ້ວ. ຈີນໄດ້ສ້າງຕັ້ງໂຄງການເຮືອບິນໂດຍສານຂະໜາດໃຫຍ່ C919 ໃນປີ 2007 ແລະ ໄດ້ທົດລອງການບິນເປັນຄັ້ງທຳອິດໃນປີ 2017. ໃນຂະບວນການຄົ້ນຄວ້າຜະລິດ, ຈີນໄດ້ມີການບຸກທະລຸດ້ານເຕັກນິກ 100 ກວ່າລາຍການ ເຊັ່ນ: ການອອກແບບເຄື່ອງຈັກເຮືອບິນແບບບູລະນະການ, ເຕັກນິກຄວບຄຸມແບບເປັນເຈົ້າການ ແລະ ອື່ນໆ.

ເຮືອບິນ C919 ແມ່ນເຮືອບິນຫ້ອງໂດຍສານທາງເດີນຊ່ອງດຽວສາຍຫຼັກຮຸ່ນໃໝ່ຂອງໂລກ ທີ່ຈີນຄົ້ນຄວ້າຜະລິດຕາມມາດຕະຖານການບິນທົ່ວໄປຂອງສາກົນ ແລະ ຈີນເປັນເຈົ້າກຳມະສິດມີຊັບສິນທາງປັນຍາທັງໝົດ. ເດືອນກັນຍາປີ 2022, ພາຍຫຼັງເຮືອບິນໂດຍສານຂະໜາດໃຫຍ່ C919 ໄດ້ສຳເລັດວຽກງານສຳຫຼວດດ້ານມາດຕະຖານການບິນທຸກຢ່າງແລ້ວ, ໄດ້ຮັບໃບຢັ້ງຢືນຮັບຮອງຈາກສຳນັກງານການບິນພົນລະເຮືອນຈີນ. ວັນທີ 9 ທັນວາປີ 2022, ບໍລິສັດການບິນ China Eastern ໄດ້ຮັບເຮືອບິນ C919 ລຳທຳອິດໃນຂອບເຂດທົ່ວໂລກ ເຊິ່ງເປັນການຢ່ວງບາດກ້າວທຳອິດທີ່ເຮືອບິນ C919 ເລີ່ມບໍລິການ. ວັນທີ 26 ທັນວາປີ 2022, ເຮືອບິນ C919 ຂອງບໍລິສັດການບິນ China Eastern ເລີ່ມດຳເນີນການບິນກວດສອບເປັນເວລາ 100 ຊົ່ວໂມງ. ພາຍຫຼັງ C919 ໄດ້ສຳເລັດການບິນກວດສອບຕາມເສັ້ນທາງການບິນແລ້ວ, ອາດຈະເລີ່ມເປີດບໍລິການໃຫ້ຂົນສົ່ງຜູ້ໂດຍສານໃນທາງທຸລະກິດຢ່າງເປັນທາງການໃນລະດູບານໃໝ່ປີນີ້ ເຊິ່ງຈະເປັນຂີດໝາຍທີ່ສຳຄັນອີກຢ່າງໜຶ່ງຂອງການພັດທະນາພາລະກິດເຮືອບິນໃຫຍ່ຂອງຈີນ. C919 ຂອງຈີນໄດ້ທຳລາຍການຜູກຂາດຂອງບໍລິສັດໂບອິງ ແລະ ບໍລິສັດແອບັດຕໍ່ເຮືອບິນໂດຍສານສາຍຫຼັກໄລຍະກາງ ຕະຫຼອດ 60 ກວ່າປີຜ່ານມາ, ແຕ່ກ່ອນ, ຍີ່ປຸ່ນ ແລະ ຣັດເຊຍລ້ວນແຕ່ເຄີຍທົດລອງທຳລາຍການຜູກຂາດດັ່ງກ່າວ, ແຕ່ບໍ່ປະສົບຜົນສຳເລັດ, ເທື່ອນີ້, ຈີນໄດ້ປະສົບຜົນສຳເລັດແລ້ວ.

ຕົວເລກຂໍ້ມູນທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ມາຮອດທ້າຍປີ 2022, ນັບລວມແລ້ວ, C919 ໄດ້ຮັບໃບສັ່ງຈອງ 1035 ລຳຈາກລູກຄ້າ 32 ແຫ່ງ ຂອງເຢຍລະມັນ, ໄທ ແລະ ປະເທດອື່ນໆ ເຊິ່ງໄດ້ໃບສັ່ງຈອງຫຼາຍກວ່າຈຳນວນລວມເຂົ້າກັນຂອງໂບອິງ ແລະ ແອບັດໃນປີ 2022.

ເມື່ອຫວນຄືນຕະຫຼອດ 10 ປີຜ່ານມາ, “ເຄື່ອງອຸປະກອນສຳຄັນທີ່ມີລະດັບວິທະຍາສາດເຕັກໂນໂລຊີສູງ ແລະ ເປັນຕົວແທນຂອງອານຸພາບ ແລະ ພາບພົດຂອງຊາດ” ຊະນິດຕ່າງໆຂອງຈີນໄດ້ປາກົດໃຫ້ເຫັນເລື້ອຍໆ: ລົດໄຟຄວາມໄວສູງຂອງຈີນໄດ້ຈາກຂັ້ນຕອນແລ່ນໃຫ້ທັນກັບໂລກໄດ້ຫັນມາເປັນຜູ້ນຳໜ້າພາການພັດທະນາ ເຊິ່ງເຮັດໃຫ້ໂລກໄດ້ເຫັນຄວາມໄວຂອງຈີນ; ຂະໜາດອຸດສາຫະກຳຫຸ່ນຍົນໃຊ້ໃນອຸດສາຫະກຳຂອງຈີນໄດ້ເຕີບໂຕຢ່າງວ່ອງໄວ ແລະ ໄດ້ຮັບການຕິດຕັ້ງ-ນຳໃຊ້ຢ່າງຫຼວງຫຼາຍ, ຈຳນວນຫຸ່ນຍົນທີ່ຕິດຕັ້ງໃໝ່ຂອງຈີນໄດ້ເພີ່ມເກືອບເປັນສອງເທົ່າຂອງຈຳນວນທີ່ຕິດຕັ້ງໃນໂຮງງານທົ່ວທະວີບອາເມຣິກາ ແລະ ເອີຣົບ; ຍອດປະລິມານການຜະລິດ ແລະ ຈຳໜ່າຍລົດໃຊ້ພະລັງງານໃໝ່ຂອງຈີນໄດ້ເປັນອັນດັບ 1 ຂອງໂລກເປັນ 14 ປີລຽນຕິດ, ຈີນພວມນຳໜ້າການປະຕິວັດລົດໃນຂອບເຂດທົ່ວໂລກ; ໃນງານເຕະບານຊິງຂັນໂລກທີ່ສິ້ນສຸດລົງໃນຫວ່າງກ່ອນນີ້ບໍ່ດົນ, ຜະລິດຕະພັນຂອງຈີນໄດ້ປາກົດໃຫ້ເຫັນຢູ່ເລື້ອຍໆຢູ່ຕາມສະໜາມແຂ່ງຂັນບານເຕະ; ນອກນີ້, ຍັງມີຍານສຳຫຼວດທະເລເລິກ, ເຂື່ອນໄຟຟ້ານ້ຳຕົກປາຍເຮີ້ຖ່ານ, ລະບົບນຳທາງດາວທຽມເປີຍໂຕ, ຍານຂຶ້ນຈອດພື້ນຜິວດາວອັງຄານ ແລະ ອື່ນໆ, ເຄື່ອງອຸປະກອນທີ່ມີລະດັບວິທະຍາສາດເຕັກໂນໂລຊີສູງເຫຼົ່ານີ້ ໄດ້ສ່ອງແສງໃຫ້ເຫັນວ່າກຳລັງການຜະລິດອຸດສາຫະກຳຂອງຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ຈີນພວມຫັນຈາກການເປັນປະເທດໃຫຍ່ດ້ານອຸດສາຫະກຳການຜະລິດ ເປັນປະເທດທີ່ເຂັ້ມແຂງດ້ານອຸດສາຫະກຳການຜະລິດ.

ກຳລັງການຜະລິດໃນອຸດສາຫະກຳການຜະລິດຂອງຈີນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ