ຂ່າວສານຢຸນນານ·ຈີນ| ແນວຄວາມຄິດກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ຊີ້​ແຈງທິດທາງໃຫ້ແກ່ການແກ້ໄຂບັນຫາລັກສະນະທົ່ວໂລກ

2023-02-07 17:09:07
ມາຈາກ:

ທ່ານ Pierre Laurent ປະທານຄະນະກໍາມະການທົ່ວປະເທດຂອງພັກກອມມູນິດຝຣັ່ງກ່າວໃນ​ເວ​ລາໃຫ້ສໍາພາດຕໍ່ນັກຂ່າວຫວ່າງ​ມໍ່ໆ​ມາ​ນີ້​ວ່າ: “ຕາມເສັ້ນທາງແຫ່ງການ​ສ້າ​ງ​ຄວາມຮັ່ງມີຮ່ວມກັນນັ້ນ, ຈະບໍ່ໃຫ້ຂາດຜູ້ໃດຜູ້ໜຶ່ງ. ນີ້ແມ່ນພຶດຕິກໍາຕົວຈິງແຫ່ງແນວຄວາມຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງຂອງພັກກອມມູນິດຈີນ, ຊຶ່ງສະແດງໃຫ້ເຫັນເຖິງຄວາມກ້າຫານ ແລະ ​ຄວາມຕັດສິນໃຈອັນ​ໝັ້ນ​ແກ່ນ.”
  
ໃນສາຍຕາຂອງທ່ານ Laurent ນັ້ນ, ພັກກອມມູນິດຈີນໄດ້ຍຶດໝັ້ນການສະແຫວງຫາສັດຈະຈາກ​ສະ​ພາບຄວາມເປັນຈິງ ແລະ ເດີນທາງກ້າວ​ໄປໜ້າພ້ອມກັບຍຸກສະໄໝຢ່າງສະເໝີຕົ້ນສະເໝີປາຍ ຊຶ່ງໄດ້ຄົ້ນພົບເສັ້ນທາງແຫ່ງການພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງຈີນ. “ພັກກອມມູນິດຈີນ​ໄດ້ນໍາພາປະຊາຊົນຈີນກ້າວເດີນໄປໜ້າຢ່າງບໍ່ຢຸດຢັ້ງ, ພາຍຫຼັງບັນລຸເປົ້າໝາຍສູ້ຊົນຮອບຮ້ອຍປີປະການທີໜຶ່ງແລ້ວ, ​ກໍ​ໄດ້ມຸ່ງໜ້າໄປສູ່ເປົ້າໝາຍສູ້ຊົນຮອບຮ້ອຍປີປະການທີສອງອີກ, ແລະ ກ້າວເຂົ້າສູ່ໄລຍະການພັດທະນາໃໝ່ແລ້ວ.” ທ່ານ Laurent ກ່າວ​ຕື່ມວ່າ, ພັກກອມມູນິດຈີນຕັ້ງໃຈວິເຄາະທີ່ຕັ້ງປະຫວັດສາດ ແລະ ໄລຍະການພັດທະນາຂອງຈີນໃນປັດຈຸບັນ, ປັບປຸງທິດທາງນະໂຍບາຍເລື້ອຍໆ, ແລະ ນໍາພາປະເທດຈີນບັນລຸ
ການພັດທະນາຢ່າງ​ໜັກ​ແໜ້ນ.
 
ພັກກອມມູນິດຈີນບໍ່ພຽງແຕ່​ສຸມໃສ່ການພັດທະນາຄວາມກ້າວໜ້າຂອງຕົນເທົ່ານັ້ນ, ​ຫາກຍັງໄດ້ເອົາໃຈໃສ່ອະນາຄົດ ແລະ ຊາຕາກໍາຂອງມວນມະນຸດດ້ວຍສາຍຕາໂລກຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍອີກດ້ວຍ. ທ່ານ Laurent ກ່າວ​ວ່າ: “​ປັດ​ຈຸ​ບັນນີ້, ຫຼາຍບັນຫາທີ່ບັນດາປະເທດປະເຊີນໜ້ານັ້ນສ່ວນຫຼາຍເປັນບັນຫາລັກສະນະທົ່ວໂລກ, ຄວາມຈິງທີ່ນັບມື້ນັບຫຼາຍໄດ້ບົ່ງ​ບອກພວກເຮົາວ່າ, ບໍ່ມີປະເທດໃດເປັນເກາະດອນທີ່ໂດດດ່ຽວ, ທຸກໆປະເທດກໍາລັງກາຍເປັນປະ​ຊາ​ຄົມ​ດຽວ​ກັນ ທີ່ມີຜົນປະໂຫຍດພົວພັນກັນຢ່າງ​ແໜ້ນ​ແຟ້ນ​ເປັນ​ກ້າວໆ. ພວກເຮົາຄວນສາມັກຄີຮ່ວມ​ມື​ກັນ ເພື່ອ​ຮັບ​ມື​ກັບສິ່ງທ້າທາຍລັກສະນະທົ່ວໂລກ.ແນວຄວາມຄິດກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ປະເທດຈີນໄດ້ນໍາສະເໜີນັ້ນ ໄດ້​ຊີ້​ແຈງທິດທາງໃຫ້ແກ່ການແກ້ໄຂສິ່ງທ້າທາຍ ແລະ ບັນຫາລັກສະນະທົ່ວໂລກ.”

ຂ່າວ: “ໜັງສືພິມປະຊາຊົນລາຍວັນ”ຂອງຈີນ

ຂ່າວສານຢຸນນານ·ຈີນ| ແນວຄວາມຄິດກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ຊີ້​ແຈງທິດທາງໃຫ້ແກ່ການແກ້ໄຂບັນຫາລັກສະນະທົ່ວໂລກ