ຂ່າວສານຢຸນນານ·ຈີນ| ຈີນໄດ້ປະກອບສ່ວນສໍາຄັນເຂົ້າໃນການຕ້ານ​ການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ

2023-02-10 21:03:23
ມາຈາກ:

“ປະເທດຈີນໄດ້ປັບ​ປ່ຽນການຕິດເຊື້ອພະຍາດໂຄວິດ-19 ເປັນ ‘ພະຍາດປະເພດ B ​ແລະ ປະຕິບັດມາດຕະການຄຸ້ມຄອງລະດັບ B’, ຊຶ່ງເປັນການຕັດສິນນະ​ໂຍ​ບາຍຕາມຫຼັກວິທະຍາສາດໂດຍອີງຕາມສະພາບການຕົວຈິງໃນ​ປັດ​ຈຸ​ບັນ​ນີ້.” ທ່ານ Moin UI Haque ກ່າວໃນເວ​ລາໃຫ້ສໍາພາດຕໍ່ນັກຂ່າວເມື່ອບໍ່ດົນ​ມານີ້ວ່າ: ໃນ​ຖາ​ນະເປັນຄູ່ການຄ້າທີ່ສໍາຄັນຂອງ 140 ກວ່າປະເທດ ແລະ ເຂດແຄວ້ນ, ປະເທດຈີນໄດ້ປັບ​​ປຸງມາດຕະການປ້ອງກັນ ແລະ ຄວບຄຸມການ​ແຜ່ລະບາດຂອງພະຍາດໂຄວິດ-19 ແລະ ນະໂຍບາຍການເຂົ້າ-ອອກເມືອງໃຫ້ດີຂຶ້ນ ຈະເຮັດ​ໃຫ້ຕ່ອງໂສ້ອຸດສາຫະກໍາ ແລະ ຕ່ອງໂສ້ການສະໜອງທົ່ວໂລກ​ມີ​ຄວາມໜັກແໜ້ນ​ຂຶ້ນຕື່ມອີກ ແລະ ເພີ່ມພະລັງຂັບເຄື່ອນອັນ​ແຂງ​ແຮງໃຫ້ແກ່ການຟື້ນຕົວຄືນຂອງເສດຖະກິດໂລກອີກດ້ວຍ.

ທ່ານ Haque ​ເຫັນວ່າ, ປະເທດຈີນໄດ້ຍຶດໝັ້ນການ​ຖືປະຊາຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ ຊີວິດຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ, ສຸມທຸກກໍາລັງແຮງເພື່ອປົກປ້ອງຄວາມປອດໄພດ້ານຊີວິດ ແລະ ສຸຂະພາບ​ທາງ​ຮ່າງ​ກາຍຂອງປະຊາຊົນ, ຊຶ່ງນະໂຍບາຍປ້ອງກັນ ແລະ ຄວບຄຸມການ​ແຜ່ລະບາດຂອງພະຍາດໂຄວິດ-19 ຂອງ​ຈີນກໍ​ຖືກ​ຕ້ອງຕາມຫຼັກວິທະຍາສາດ ແລະ ມີປະສິດທິຜົນດ້ວຍ.

ທ່ານ Haque ຍ້ອງຍໍຊົມເຊີຍປະເທດຈີນ​ທີ່ສຸດທີ່​ໄດ້​ຕັ້ງ​ໜ້າຊ່ວຍເຫຼືອປະເທດອື່ນ ໃນການຮັບມືກັບການ​ແຜ່​ລະ​ບາດຂອງພະຍາດໂຄວິດ-19. ຈົນຮອດປັດ​ຈຸ​ບັນ​ນີ້, ປະເທດຈີນໄດ້ສະໜອງວັດຖຸອຸປະກອນຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຫຼາຍ​ຮ້ອຍ​ຕື້ເຄື່ອງໃຫ້ 153 ປະເທດ ແລະ 15 ອົງການຈັດຕັ້ງສາກົນແລ້ວ, ໄດ້ສະໜອງວັກຊິນ​ປ້ອງ​ກັນໂຄວິດ-19ຫຼາຍກວ່າ2,2 ຕື້ໂດສໃຫ້ 120 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ. ຈີນໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກ່ອນ​ໝູ່ວ່າຈະຖືວັກຊິນ​ປ້ອງ​ກັນໂຄວິດ-19 ເປັນຜະລິດຕະພັນ​ສາ​ທາ​ລະ​ນ​ະຂອງໂລກ, ແລະ ຮ່ວມມືກັບປະເທດພວມພັດທະນາໃນການດໍາເນີນການຜະລິດວັກຊິນກ່ອນໝູ່. ທ່ານ Haque ກ່າວ​ຕື່ມວ່າ: “ປະເທດຈີນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ.”

ທ່ານ Haque ເຫັນວ່າ, ຈີນໄດ້ນຳ​ໜ້າໂລກໃນຫຼາຍດ້ານເຊັ່ນ ຕະຫຼາດຂາຍຍ່ອຍ​ທາງ​ອິນ​ເຕີ​ເນັດ, ຈໍານວນ​ລູກ​ຄ້າທາງອອນລາຍ, ​ທຸ​ລະ​ກິດ​ການສົ່ງດ່ວນແບບດີຈີຕອນ ຕະຫຼອດຮອດການ​ເບີກ​ຈ່າຍ​ທາງ​ເຄື່ອນ​ທີ່ ເປັນຕົ້ນ,ຊຶ່ງ ໄດ້​ປະ​ກົດ​ມີ​ບໍ​ລິ​ສັດການຄ້າເອເລັກໂຕຣນິກດີເດັ່ນຈໍານວນຫຼວງຫຼາຍ, ປາກິດສະຖານກໍກໍາລັງຊຸກຍູ້ການກໍ່ສ້າງບໍ​ລິ​ສັດການຄ້າເອເລັກໂຕຣນິກຢູ່ຄືກັນ, “ການທີ່ລົງເລິກການຮ່ວມມືກັບປະເທດຈີນໃນຂົງເຂດທີ່ກ່ຽວຂ້ອງ ຈະເປັນການຊຸກຍູ້ການພັດທະນາການຄ້າລະຫວ່າງສອງຝ່າຍຕື່ມອີກ.”

ຂ່າວ: “ໜັງສືພິມປະຊາຊົນລາຍວັນ” ຂອງຈີນ

ຂ່າວສານຢຸນນານ·ຈີນ| ຈີນໄດ້ປະກອບສ່ວນສໍາຄັນເຂົ້າໃນການຕ້ານ​ການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ