ຂ່າວສານຢຸນນານ·ຈີນ| “​ເພີ່ມແຮງຂັບເຄື່ອນ​ທີ່​ສໍາ​ຄັນ​ເຂົ້າ​​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກ​”

2023-02-17 16:47:19
ມາຈາກ:

ທ່ານ ອັບດຸນຈາ​ບໍ ອາຊີຊີ (Abduljabor Azizi) ຮອງປະທານຜູ້ທີໜຶ່ງຂອງພັກປະຊາທິປະໄຕປະຊາຊົນ ​ຕາ​ຈີ​ກີສຖານ ກ່າວໃນ​ເວ​ລາໃຫ້ສໍາພາດກັບນັກຂ່າວຂອງໜັງສືພິມປະຊາຊົນລາຍວັນຂອງຈີນວ່າ: “ພັກ​ກອມ​ມູນິດ​ຈີນ​ໄດ້​ຍຶດໝັ້ນ​ແນວຄິດການ​ພັດທະນາ​ທີ່​ຖືເອົາ​​ປະຊາຊົນ​ເປັນ​ໃຈກາງຢ່າງສະເໝີຕົ້ນສະເໝີປາຍ, ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ປະຊາຊົນ​ທີ່​ມີຕໍ່ຊີວິດ​ການ​ເປັນ​ຢູ່ທີ່​ດີ​ງາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ໄດ້​​ພະຍາຍາມຢ່າງບໍ່ລົດລະໃນການເພີ່ມ​ຄວາມ​ຜາ​ສຸກ​ໃຫ້ແກ່​ປະຊາຊົນ.”

ທ່ານ ​ອາ​ຊີ​ຊີ​ ເຄີຍໄດ້​ໄປ​ຢ້ຽມຢາມ​ຈີນ​ຫຼາຍ​ຄັ້ງ ​ແລະ ​ການ​ຢ້ຽມຢາມ​ທຸກ​ຄັ້ງລ້ວນແຕ່​ມີ​ຄວາມ​ປະ​ທັບ​ໃຈຢ່າງ​ເລິກ​ເຊິ່ງ. ຕາມ​ຄວາມ​ເຫັນຂອງ​ທ່ານ​ແລ້ວ, ເຄັດ​ລັບ​ແຫ່ງການ​ພັດທະນາ​ເສດຖະກິດ​ສັງຄົມ​ຢ່າງ​ວ່ອງ​ໄວ​ຂອງ​ຈີນແມ່ນ​ຂຶ້ນ​ກັບການ​ຍຶດໝັ້ນ​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. “ສາຍເຫດຫຼັກໆທີ່ເຮັດໃຫ້ພາລະກິດຕ່າງໆຂອງຈີນສາມາດປະສົບຜົນ​ສຳ​ເລັດ​ໄດ້​ນັ້ນ, ກໍຍ້ອນວ່າ​ພາຍ​ໃຕ້​ການ​ນຳພາ​ອັນ​ເຂັ້ມແ​ຂງ​ຂອງ​ພັກ​ກອມ​ມູນິດ​ຈີນ, ຈີນ​ໄດ້​ເລືອກ​ເອົາ​ເສັ້ນທາງ​ພັດທະນາ​ທີ່​ຖືກຕ້ອງ​,ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ຄໍ້າຊູຊ່ວຍເຫຼືອຢ່າງ​ກວ້າງຂວາງ​ຈາກ​ປະຊາຊົນ.”

ຈີນ​ໄດ້ເອົາຊະນະ​ໃນບັ້ນຫຼຸດພົ້ນອອກຈາກຄວາມທຸກຍາກ ​ແລະ ໄດ້ບັນລຸ​ເປົ້າ​ໝາຍ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ຂອງ​ວາລະ​ການ​ພັດທະນາ​ແບບ​ຍືນ​ຍົງ​​ປີ 2030 ຂອງ​ອົງການ​ສະຫະປະຊາ​ຊາດ ກ່ອນ​ເວ​ລາ​ກຳ​ນົດ 10 ປີ. “ນີ້​ແມ່ນ​ໝາກຜົນ​ທີ່ບໍ່ທໍາມະດາ ຊຶ່ງງເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຈ່ມແຈ້ງ​ວ່າ: ​ພັກກອມ​ມູນິດ​ຈີນເປັນ​ພັກ​ທີ່​ສະ​ແຫວ​ງຫາ​ຄວາມ​ຜາ​ສຸກ​ໃຫ້ກັບປະຊາຊົນ​ຢ່າງ​ແທ້​ຈິງ.” ທ່ານ​ອາ​ຊີ​ຊີ​ກ່າວຕື່ມ​ອີກ​ວ່າ, ຈີນ​ຕັ້ງໜ້າ​ແບ່ງປັນ​ປະສົບ​ການຂອງການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ກັບ​ປະຊາ​ຄົມ​ໂລກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ໄດ້​ປະກອບສ່ວນອັນສຳຄັນ​ເຂົ້າ​ໃນ​ພາລະກິດການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ໂລກ,​ ການ​ພັດທະນາ​ ແລະ ຄວາມ​ກ້າວໜ້າຂອງມວນມະນຸດ​​. ທ່ານ​ເຫັນ​ວ່າ, ​ໃນ​ຂະນະ​ທີ່​ສຸມ​ໃສ່ການ​ພັດທະນາ​ຂອງ​ຕົນ​ນັ້ນ, ຈີນຍັງ​ໄດ້ຕັ້ງໜ້າ​ຊຸກຍູ້​ການ​ພັດທະນາ​ຮ່ວມ​ຂອງ​ປະ​ເທດ​ຕ່າງໆໃນໂລກ, ​​ພ້ອມ​ທັງ​ໄດ້​ເພີ່ມແຮງຂັບເຄື່ອນທີ່ສໍາຄັນເຂົ້າໃນການພັດທະນາແບບຍືນຍົງຂອງໂລກ.

ຂ່າວ: ໜັງສືພິມປະຊາຊົນລາຍວັນຂອງຈີນ

ຂ່າວສານຢຸນນານ·ຈີນ| “​ເພີ່ມແຮງຂັບເຄື່ອນ​ທີ່​ສໍາ​ຄັນ​ເຂົ້າ​​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກ​”