ຂ່າວສານຢຸນນານ·ຈີນ| ຄວາມທັນສະໄໝແບບຈີນ ສ້າງໂອກາດການຮ່ວມມືໃຫ້ແກ່ໂລກ

2023-03-09 11:41:53
ມາຈາກ:

ຈະເບິ່ງຄວາມທັນສະໄໝແບບຈີນວ່າ ຈະສົ່ງຜົນສະທ້ອນຕໍ່ໂລກແນວໃດນັ້ນ, ແມ່ນຫົວຂໍ້ສໍາຄັນທີ່​ທົ່ວ​ໂລກ​ເອົາ​ໃຈ​ໃສ່​ໃນ​ປັດ​ຈຸ​ບັນ​ນີ້. ໂດຍເບິ່ງຈາກມູມມອງທາງປະຫວັດສາດແລ້ວ, ເສັ້ນທາງທີ່ປະເທດຈີນສະແຫວງຫາຄວາມທັນສະໄໝແມ່ນເຕັມໄປດ້ວຍຄວາມຫຍຸ້ງຍາກລໍາບາກ ແລະ ບໍ່​ແມ່ນ​ເ​ລື່ອງງ່າຍເລີຍ. ​ນັບແຕ່ສະໄໝມໍ່ໆເປັນຕົ້ນມາ, ປະເທດຈີນເຄີຍ​ປະ​ສົບກັບຄວາມວຸ້ນວາຍ​ ແລະ ເກີດ​ເສິກສົງຄາມ, ການພັດທະນາທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມໄດ້ພົບພໍ້​ກັບຄວາມຫຍຸ້ງຍາກ​ລຳ​ບາກຫຼາຍປະການ. ຊຶ່ງປະຫວັດສາດ​ໃນ​ໄລ​ຍະນັ້ນ ໄດ້ສ້າງ​ຜົນ​ສະ​ທ້ອນຢ່າງເລິກເຊິ່ງຕໍ່ການຄົ້ນຄິດ ແລະ ການຄົ້ນຫາຄວາມເປັນທັນສະໄໝຂອງປະເທດຈີນ.

ບໍ່ວ່າຈະແມ່ນການຫວນຄືນປະຫວັດສາດ, ຫຼືວ່າ ສັງເກດເບິ່ງໃນປັດຈຸບັນ, ກໍລ້ວນແຕ່ຮັບຮູ້ວ່າ, ການສະແຫວງຫາຄວາມທັນສະໄໝຂອງປະເທດຈີນ ກັບ ຄວາມພະຍາຍາມເຊື່ອມໂຍງເຂົ້າກັບເສດຖະກິດທົ່ວໂລກຂອງປະເທດຈີນນັ້ນ ລ້ວນແຕ່ແມ່ນສອງ​ດ້ານທີ່ຊ່ວຍຊູຍູ້ໜູນກັນ. ປັດຈຸບັນນີ້, ບໍ່ວ່າຈະຢູ່ໃນຂົງເຂດການພັດທະນາອຸດ​ສາ​ຫະ​ກຳ​ການຜະ​ລິດ, ການຄ້າສິນຄ້າ ແລະການ​ຄ້າການບໍລິການ, ຫຼືວ່າ ຢູ່ໃນຂົງເຂດການຊຸກຍູ້​ຄວາມກ້າວ​ໜ້າ​ທາງ​ດ້ານເຕັກນິກວິທະຍາສາດ, ປະເທດຈີນລ້ວນແຕ່​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນກັບໂລກ.

ໃນຂົງເຂດການພັດທະນາສີຂຽວ, ປະເທດຈີນໄດ້ຈໍ່​ຕົວ​ຂຶ້ນຖືເປັນປະສົບການພິເສດຂອງຊາດຕົນ, ຊຶ່ງມີຄວາມໝາຍສໍາຄັນຕໍ່ການສ້າງສາຄວາມ​ສີ​ວິ​ໄລທາງ​ດ້ານນິເວດວິທະຍາທົ່ວໂລກ. ປະເທດຈີນເພີ່ມການລົງທຶນໃນຂົງເຂດພະລັງງານ​ສີ​ຂຽວຢ່າງຕໍ່ເນື່ອງ ຊຶ່ງມີຄວາມ​ໝາຍສໍາຄັນຢ່າງຍິ່ງຕໍ່ການເພີ່ມທະວີຄວາມສາມາດ​ໃນ​ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ.

​ເມື່ອ​ສັງ​ເກດ​ຈາກ​ຂະ​ບວນ​ການພັດທະນາທົ່ວໂລກແລ້ວ​ເຫັນ​ວ່າ, ຄຸນຄ່າຂອງແຜນການຮ່ວມມືຂອງປະເທດຈີນ, ບໍ່ພຽງແຕ່ສະແດງອອກຢູ່ໃນການ​ຊຸກ​ຍູ້ໂຄງການຮ່ວມມື​ຕົວ​ຈິງ​ຕ່າງໆເທົ່ານັ້ນ, ​ຫາກຍັງເປັນການສະໜອງທາງເລືອກໃໝ່ໃຫ້ແກ່ບັນດາປະເທດທີ່ພວມພັດທະນາ ທີ່ພະຍາຍາມປັບປຸງສະາບເສດຖະກິດຂອງ​ປະ​ເທດ​ຕົນໃຫ້ດີຂຶ້ນ ແລະ ຊຸກ​ຍູ້ການສ້າງສາຄວາມທັນສະໄໝ​ຂອງ​ຕົນ.

(ຄັດ​ຈ້ອນຈາກບົດຄວາມເດີມຂອງໜັງສືພິມປະຊາຊົນລາຍວັນຂອງຈີນ, ຂຽນໂດຍ: ສາດສະດາຈານ ຣານາ ມິດເທີ້ ຫົວໜ້າສູນປະເທດຈີນ ມະຫາວິທະຍາໄລອ໊ອກຟອດ ປະເທດອັງກິດ)

ຂ່າວສານຢຸນນານ·ຈີນ| ຄວາມທັນສະໄໝແບບຈີນ ສ້າງໂອກາດການຮ່ວມມືໃຫ້ແກ່ໂລກ