ກອງປະຊຸມສອງສະພາຂອງຈີນແມ່ນປ່ອງຢ້ຽມທີ່ສາມາດສັງເກດແລະເຂົ້າໃຈຈີນ
ກອງປະຊຸມສອງສະພາຂອງຈີນກຳລັງດຳເນີນໄປ,ໂລກສົນໃຈຄວາມໝາຍອັນສຳຄັນຂອງກອງປະຊຸມສອງສະພາຕໍ່ຈີນແລະໂລກ. ຈຳນວນເອກອັກຄະລັດຖະທູດຕ່າງປະເທດຜູ້ມີອຳນາດເຕັມປະຈຳຈີນແລະເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດກ່າວວ່າ, ກອງປະຊຸມສອງສະພາຂອງຈີນແມ່ນປ່ອງຢ້ຽມທີ່ສາມາດສັງເກດແລະເຂົ້າໃຈຈີນ, ແມ່ນກາລະໂອກາດທີ່ມອບໃຫ້ເຊິ່ງກັນແລະກັນຂອງຈີນແລະໂລກ,ວຽກງານພັດທະນາຂອງການເດີນທາງໃໝ່ຈີນຈະມີລັກສະນະໝັ້ນຄົງ ແລະ ມອບພະລັງງານທາງບວກໃຫ້ແກ່ໂລກ.
ທ່ານນາງ ຄໍຳເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍຳ ສປ ຈີນກ່າວວ່າ,ກອງປະຊຸມສອງສະພາຂອງຈີນຄັ້ງນີ້ເປັນກອງປະຊຸມຄັ້ງທໍຳອິດນັບແຕ່ຈີນໄດ້ຮັບໄຊຊະນະຢ່າງເດັດດ່ຽວໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.“ນັບແຕ່ລະບຽບວາລະຂອງກອງປະຊຸມສອງສະພາຂອງຈີນ,ສາມາດສັງເກດທິດທາງການພັດທະນາຂອງນະໂຍບາຍພາຍໃນແລະຕ່າງປະເທດຂອງຈີນ,ສຳລັບເອກອັກຄະລັດຖະທູດຜູ້ມີອຳນາດເຕັມປະຈຳຈີນ,ນີ້ແມ່ນຂໍ້ອ້າງອີງທີ່ສຳຄັນໃນການເຂົ້າໃຈດ້ານການທູດຂອງຈີນ.”
ກອງປະຊຸມສອງສະພາຂອງຈີນຖືເປັນໂອກາດ,ເອກອັກຄະລັດຖະທູດຜູ້ມີອຳນາດເຕັມປະຈຳຈີນຫວັງວ່າຈະໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຜົນກະທົບທາງບວກທີ່ການພັດທະນາຄຸນນະພາບສູງຂອງຈີນຈະມີຕໍ່ການພັດທະນາຂອງໂລກ. ທ່ານນາງ ຄໍຳເພົາ ເອີນທະວັນ ກ່າວວ່າ, "ຂ້າພະເຈົ້າຕີລາຄາສູງຕໍ່ຜົນສຳເລັດອັນສະຫງ່າງາມຂອງຈີນໃນ 10 ປີທີ່ຜ່ານມາ, ກອງປະຊຸມສອງສະພາຂອງຈີນຈະຊຸກຍູ້ການພັດທະນາໃໝ່ແບບທັນສະໄໝຂອງຈີນ, ທັນສະໄໝແບບຈີນມີຄວາມໝາຍອັນສຳຄັນຕໍ່ໂລກ, ແລະຊຸກຍູ້ໃຫ້ທຸກປະເທດມີຄວາມກະຕືລືລົ້ນໃນການພັດທະນາ. ຄົ້ນຄວ້າແນວໃດໃນການສ້າງຄວາມສຳເລັດການພັດທະນາບົນພື້ນຖານຂອງການເຄົາລົບເຊິ່ງກັນແລະກັນ, ໄດ້ຮັບຜົນປະໂຫຍດຮ່ວມກັນ”
ຂ່າວ:ໜັງສຶພິມລາຍວັນປະຊາຊົນຈີນ