ທ່ານ ຊູອ່ານເຊີ: ທາງລົດໄຟລາວ-ຈີນເປີດຊ່ອງທາງໃຫຍ່ຂອງເງິນຄຳ

2023-03-15 19:08:30
ມາຈາກ:

ທ່ານ ຊູອ່ານເຊີ ຜູ້ອໍຳນວຍການໃຫຍ່ກຸ່ມບໍລິສັດລົດໄຟຈີນກົມຄຸນໝິງຈຳກັດ,ຜູ້ແທນຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນກ່າວວ່າ,"ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນໄດ້ຫຼຸດຕົ້ນທຶນການຂົນສົ່ງໝາກໄມ້, ມັນໃຊ້ເວລາພຽງ 7 ວັນສຳລັບໝາກຖົ່ວລຽນທີ່ເກັບຈາກສວນໝາກຖົ່ວລຽນຂອງໄທໄປເຖິງຄຸນໝິງຜ່ານທາງລົດໄຟລາວ-ຈີນ."ທາງລົດໄຟລາວ-ຈີນແມ່ນຊ່ວຍໃຫ້ຜູ້ບໍລິໂພກຂອງຈີນຮັບຮູ້“ອິດສະລະພາບຂອງໝາກໄມ້ເຂດຮ້ອນ”.

ມາຮອດທ້າຍເດືອນກຸມພາປີນີ້, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານ 11,9 ລ້ານເທື່ອຄົນແລະຂົນສົ່ງສິນຄ້າໄດ້ 16 ລ້ານກວ່າໂຕນ. ປັດຈຸບັນ, 20 ກວ່າແຂວງຂອງຈີນໄດ້ເປີດການຂົນສົ່ງສິນຄ້າຂ້າມຊາຍແດນຜ່ານທາງລົດໄຟລາວ-ຈີນ, ໂດຍກວມເອົາປະເທດທີ່ລຽບຕາມ "ໜຶ່ງແລວ ໜຶ່ງເສັ້ນທາງ"ເຊັ່ນ ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ຫວຽດນາມ, ບັງກະລາເດັດ, ສິງກະໂປແລະປະເທດອື່ນໆ.

ກົມທາງລົດໄຟຈະຄົ້ນຄວ້າຢ່າງຕັ້ງໜ້າກ່ຽວກັບຮູບແບບໃໝ່ຂອງການຂົນສົ່ງສາກົນທາງລົດໄຟເຊັ່ນ: "ສາຍດ່ວນລ້ານຊ້າງ-ແມ່ນໍ້າຂອງ+ການຄ້າອິເລັກໂຕລນິກຂ້າມຊາຍແດນ", "ທາງລົດໄຟລາວ-ຈີນ+ທາງລົດໄຟຈີນ-ເອີຣົບ","ທາງລົດໄຟຊ່ອງທາງໃໝ່ທາງບົກທາງທະເລຕາເວັນຕົກຈີນ" ,ເຊິ່ງເສີມຂະຫຍາຍຜົນກະທົບດ້ານການແພ່ລັດສະໝີແລະຄວາມສາມາດໃນການຂົນສົ່ງສິນຄ້າຂ້າມຊາຍແດນຂອງລົດໄຟລາວ-ຈີນ.

ຄຽງຄູ່ກັບການເປີດນຳໃຊ້ທາງລົດໄຟລາວ-ຈີນ, ບັນດາປະເທດລຽບຕາມ "ໜຶ່ງແລວ ໜຶ່ງເສັ້ນທາງ", ໂດຍສະເພາະແມ່ນປະເທດບ້ານໃກ້ເຮືອນຄຽງຂອງແຂວງຢຸນນານໄດ້ກາຍເປັນຈຸດສຸມແຫ່ງການລົງທຶນໃໝ່, ໂອກາດການຮ່ວມມືກໍ່ພົ້ນເດັ່ນຂຶ້ນ. ທ່ານ ຊູອ່ານເຊີ ໄດ້ສະເໜີວ່າ, ໂດຍອີງໃສ່ທາງລົດໄຟລາວ-ຈີນ, ແຂວງຢຸນນານຈະຊຸກຍູ້ການກໍ່ສ້າງຊ່ອງທາງຂົນສົ່ງຂະໜາດໃຫຍ່, ປັບປຸງຮູບແບບອຸດສາຫະກຳຕາມເສັ້ນທາງໃຫ້ດີທີ່ສຸດ, ແລະເຊື່ອມໂຍງເຂົ້າກັບຕ່ອງໂສ້ອຸດສາຫະກຳຂ້າມຊາຍແດນ, ຕ່ອງໂສ້ການສະໜອງແລະຕ່ອງໂສ້ມູນຄ່າທີ່ອວ່າຍໜ້າໄປສູ່ຕະຫຼາດອາຊີໃຕ້ແລະອາຊີຕາເວັນອອກສ່ຽງໃຕ້ຢ່າງເລິກເຊິ່ງ,ເພື່ອສ້າງເຄື່ອງຈັກໃຫມ່ສໍາລັບການພັດທະນາແລະເປີດປະຕູສູ່ພາຍນອກທີ່ມີຄຸນນະພາບສູງ.

ຂ່າວ :ສໍານັກຂ່າວຊິນຮວາ
 

ທ່ານ ຊູອ່ານເຊີ: ທາງລົດໄຟລາວ-ຈີນເປີດຊ່ອງທາງໃຫຍ່ຂອງເງິນຄຳ