ຂ່າວສານຢຸນນານ·ຈີນ| ຄວາມທັນສະໄໝແບບຈີນເປັນບົດຮຽນທີ່ດີໃຫ້ກັບປະເທດພວມພັດທະນາອັນ ກວ້າງໃຫຍ່ໄພສານ

2023-03-17 11:46:53
ມາຈາກ:

ທ່ານ ເດວິດ ມອນຢາ​ເຢ ​ຫົວ​ໜ້າສູນຄົ້ນຄວ້າ ອາຟຣິກາ-ຈີນ ຂອງມະຫາວິທະຍາໄລໂຈຮັນແນສ​ເບີກ​ ຂອງອາຟຣິກາໃຕ້ ກ່າວເວລາໃຫ້ສໍາພາດ​ຕໍ່ນັກຂ່າວ​ຢູ່ໂຈຮັນແນສ​ເບີກຫວ່າງ​ມໍ່ໆ​ມາ​ນີ້ວ່າ: “ວິໄສທັດໃໝ່ຂອງຄວາມທັນສະໄຫມແບບຈີນ ໄດ້​ເປັນ​ບົດ​ຮຽນ​ທີ່​ດີ ແລະ ​ສ້າງໂອກາດການພັດທະນາ ໃຫ້ກັບການພັດທະນາຂອງປະເທດພວມພັດທະນາ​ອັນກວ້າງໃຫຍ່​ໄພ​ສານ ຊຶ່ງລວມທັງບັນດາປະເທດໃນທະວີບອາຟຣິກາ.”

ໃນ​ຖາ​ນະທີ່​ເປັນ​​ຜູ້​ຊ່ຽວ​ຊານດ້ານການຄົ້ນຄວ້າ​ສາຍ​ພົວ​ພັນ​ ​ຈີນ​-ອາ​ຟ​ຣິ​ກາ, ທ່ານມອນຢາ​ເຢ ໃຫ້ຄວາມສົນ​ໃຈຢ່າງໃກ້​ຊິດ​ຕໍ່ຄວາມທັນສະໄໝ​ແບບ​ຈີນ. ທ່ານ​ເຫັນ​ວ່າ, ຄວາມທັນສະໄໝ​ແບບ​ຈີນ​ແມ່ນ “​ການ​ປະ​ດິດ​ສ້າງ​ໃໝ່ຢ່າງໜຶ່ງໃນ​ການ​ພັດ​ທະ​ນາ​ສັງ​ຄົມ​ມະ​ນຸດ.” ການ​​ຄົ້ນ​ຄວ້າ ​ແລະ​ ​ພຶດ​ຕິ​ກຳ​ຕົວຈິງຂອງຄວາມທັນສະ​ໄໝ​ແບບຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ຈີນ​ໄດ້​​ເດີນ​ໄປ​ຕາມເສັ້ນທາງ​ພັດທະນາ​ທີ່​ສອດຄ່ອງ​ກັບ​ປະຫວັດສາດ ​ແລະ​ ສະພາບ​ແຫ່ງ​ຊາດ​ຂອງ​ຕົນ.

ທ່ານ ມອນຢາເຢ ກ່າວຕື່ມ​ວ່າ, ອາຟຣິກາ ກັບ ຈີນ ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ​ໂດຍ​ຜ່ານ​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ ​ໜຶ່ງ​ເສັ້ນທາງ”. ໃນອະນາຄົດ, ​ໃນຂະບວນການທີ່ຈີນ​ຊຸກຍູ້​ຄວາມທັນ​ສະ​ໄໝແບບ​ຈີນນັ້ນ, ຄາດ​ວ່າ: ​ການລົງທຶນ​ ແລະ​ ການ​ຄ້າລະຫວ່າງ​ ອາຟຣິກາ ກັບ ​ຈີນ​ ໂດຍ​ຜ່ານ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນທາງ” ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. “ການ​ຮ່ວມ​ມື​ ລະຫວ່າງ ​ອາ​ຟຣິກາ-ຈີນ ມີ​ອະນາຄົດກວ້າງ​ຂວາງ, ​ເນື້ອ​ໃນ ​ແລະ ​ຮູບ​ແບບ​ການ​ຮ່ວມ​ມື​ນັບ​ມື້​ນັບ​ອຸດົມສົມບູນຂຶ້ນ, ຫວັງຢ່າງຍິ່ງ​ວ່າ​ ຜົນສໍາເລັດ​​ແຫ່ງການ​ຮ່ວມ​ມື​​ຕົວຈິງ​ລະຫວ່າງ​ສອງ​ຝ່າຍ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ທັງສອງ​​ຝ່າຍຫຼາຍຂຶ້ນກວ່າ​ເກົ່າອີກ.”

ຂ່າວ: ສຳນັກຂ່າວຊິນຮວາ
 

ຂ່າວສານຢຸນນານ·ຈີນ| ຄວາມທັນສະໄໝແບບຈີນເປັນບົດຮຽນທີ່ດີໃຫ້ກັບປະເທດພວມພັດທະນາອັນ ກວ້າງໃຫຍ່ໄພສານ