ຂ່າວສານຢຸນນານ·ຈີນ| ການພັດທະນາຢ່າງມີຄຸນນະພາບສູງຂອງຈີນສ້າງຄວາມມີຊີວິດຊີວາ ໃຫ້ແກ່ການເຕີບໂຕເສດຖະກິດຂອງໂລກ

2023-03-17 15:10:20
ມາຈາກ:

ການພັດທະນາ​ຢ່າງມີຄຸນນະພາບສູງແມ່ນໜ້າທີ່ສຳຄັນທີ່ສຸດໃນການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ. ຕ້ອງຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາໃໝ່ຢ່າງຄົບຖ້ວນ, ຖືກຕ້ອງ ແລະ ຮອບດ້ານ, ກຳແໜ້ນການພັດທະນາ, ​ພິ​ຈາ​ລະ​ນາການພັດທະນາ ແລະ ຊຸກຍູ້ການພັດທະນາຢ່າງສະເໝີຕົ້ນສະເໝີປາຍຕາມຄວາມເປັນເອກະພາບ​ກັນ ລະ​ຫວ່າງການປະດິດສ້າງໃໝ່, ຄວາມກົມກຽວກັນ, ແບບສີຂຽວ, ການເປີດ​ປະ​ຕູ​ສູ່​ພາຍນອກ ແລະ ຊົມໃຊ້ຮ່ວມກັນ.

—— ຄັດຈ້ອນຈາກ ຄໍາປາໄສຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ​ທີ່ກ່າວໃນ​ເວ​ລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາ ຂອງຄະນະຜູ້ແທນແຂວງຈ່ຽງຊູ່ ໃນກອງປະຊຸມຄັ້ງທຳອິດຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14.

ໃນກອງປະຊຸມສອງສະພາຂອງຈີນທີ່ດໍາເນີນຢ່າງສະຫງ່າຜ່າເຜີຍໃນວັນທີ 5 ມີນາຜ່ານມາ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເນັ້ນໜັກໃນເວລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນແຂວງຈ່ຽງຊູ່ ວ່າ: ຕ້ອງກຳແໜ້ນໜ້າທີ່ສຳຄັນທີ່ສຸດ ຄືການພັດທະນາ​ຢ່າງ​ມີຄຸນນະພາບສູງ. ທ່ານ ເຮວມີ ສະມາຊິກ​ຄະ​ນະ​ກຳ​ມະ​ການ​ວຽກ​ງານການ​ຕ່າງປະ​ເທດ​ເອຢິບ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຈີນ​ໄດ້​ເນັ້ນ​ໜັກ​ຫຼາຍເທື່ອ​ກ່ຽວ​ກັບ​ຄວາມ​ຈຳ​ເປັນໃນ​ການ​ຊຸກຍູ້​ການ​ພັດທະນາ​​ຢ່າງ​ມີ​ຄຸນ​ນະພາ​ບສູງ​ຢ່າງ​ບໍ່​ຢຸດ​ຢັ້ງ. ນີ້ຈະບໍ່​ພຽງ​ແຕ່​ສົ່ງ​ຜົນສະທ້ອນ​ອັນ​ຕັ້ງ​ໜ້າ​ຕໍ່​ການ​ພັດທະນາ​ເສດຖະກິດ​-​ສັງຄົມ​ຂອງ​ຈີນ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຜົນ​ປະ​ໂຫຍ​ດຢ່າງ​ຈະ​ແຈ້ງ​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນ​ທ່ຽງ​ຂອງ​ລະບົບ​ຕ່ອງ​ໂສ້​ອຸດສາຫະກຳ ​ແລະ​ ຕ່ອງ​ໂສ້ການ​ສະໜອງຂອງ​ໂລກ, ຊຸກຍູ້​ການ​ພັດທະນາ​ການ​ຄ້າ​ໂລກ, ຊັກຈູງການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກອີກດ້ວຍ.

​ລະ​ຫວ່າງວັນ​ທີ 4 ຫາ​ ວັນ​ທີ 5 ມີນາ​ຜ່ານມາ, ກອງປະຊຸມຄັ້ງທໍາອິດຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14 ແລະ ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 14 (ເອີ້ນຫຍໍ້ວ່າ “ກອງປະຊຸມສອງສະພາ”)​ ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ຕາມລໍາດັບ. “​ກອງ​ປະຊຸມສອງສະພາຂອງຈີນ​ໃນ​ປີ​ນີ້​ແມ່ນ​ວາລະ​ການ​ເມືອງ​ສຳຄັນ​ອີກ​​ຄັ້ງ​ໜຶ່ງ​ ພາຍຫຼັງ​ກອງ​ປະຊຸມໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 20 ຂອງ​ພັກ​ກອມ​ມູນິດ​ຈີນ, ມີ​ຄວາມ​ໝາຍ​ສຳຄັນເປັນພິເສດ​ທີ່​ຈະ​ຊີ້​ແຈງ​ເສັ້ນທາງການ​ພັດທະນາ​ເສດຖະກິດ​ ແລະ ​ສັງຄົມ​ຂອງ​ຈີນ.” ທ່ານ ​ພູ​ຈາ​ນາ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ໂກ​ລຳ​ເບຍ-​ຈີນ​ໄດ້​ຕິດ​ຕາມກອງ​ປະຊຸມສອງສະພາຂອງຈີນ​ມາ​ເປັນ​ເວ​ລາ​ດົນ​ນານ. ທ່ານກວ່າວ່າ: “ທ່ານ​ປະທານ​ປະ​ເທດ ສີ​ຈິ້ນ​ຜິ​ງ ຊີ້​ອອກ​ວ່າ, ການ​ເລັ່ງລັດ​ສ້າງ​ສະ​ພາບການ​ພັດທະນາ​ໃໝ່​ແມ່ນ​ພື້ນຖານ​ຍຸດ​ທະ​ສາດ​ເພື່ອ​ຊຸກຍູ້ການ​ພັດທະນາ​ຢ່າງ​ມີ​ຄຸນ​ນະພາ​ບສູງ, ນີ້​ແມ່ນ​ຂ່າວ​ດີ​ສຳລັບ​ບັນດາ​ປະ​ເທດ​ອາ​ເມ​ຣິ​ກາລາ​ຕິນ, ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນຕື່ມອີກ ແລະ ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນຂອງປະເທດຕ່າງໆ.”

​ໃນ​ໄລ​ຍະ 5 ປີ​ທີ່​ຜ່ານ​ມາ, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ຈີນ​ໄດ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໄດ້ເພີ່ມຂຶ້ນຮອດ121.000 ຕື້ຢວນ, ເພີ່ມຂຶ້ນ 5,2% ສະເລ່ຍຕໍ່ປີໃນໄລຍະ 5 ປີ​ທີ່​ຜ່ານ​ມາ ຊຶ່ງໄດ້​ບັນ​ລຸ​ການເຕີບໂຕດ້ວຍຄວາມໄວປານກາງ ​ແລະ ສູງ ແລະ ກ້າວໄປສູ່ການພັດທະນາ​ຢ່າງມີຄຸນນະພາບສູງ ບົນ​ພື້ນ​ຖານ​ທີ່​ມີ​ຕົວ​ເລກ​ສູງ​ສົມ​ຄວນ. ທ່ານກົວເຊີງສຽງ ນັກ​ເສດ​ຖະ​ສາດ​ອົດ​ສະ​ຕາ​ລີ​ຊີ້​ອອກວ່າ:“ທິດ​ທາງ​ການ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ​ຂອງ​ເສດ​ຖະ​ກິດ​ຈີນ​ແມ່ນ​ສອດ​ຄ່ອງ​ກັບແນວຄວາມຄິດການພັດ​ທະ​ນາ​ໃຫມ່​ ທີ່​ມີການປະດິດສ້າງໃໝ່, ​ມີຄວາມກົມກຽວກັນ, ແບບສີຂຽວ, ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ຊົມໃຊ້ຮ່ວມກັນ​.”

​ໃນ​ໄລຍະ 5 ປີ​ທີ່​ຜ່ານ​ມາ, ຈີນ​ໄດ້ວາງ “ລະບຽບ​ການ​ຈັດຕັ້ງປະຕິບັດ​ ກົດໝາຍ ​ວ່າ​ດ້ວຍການ​ລົງທຶນຂອງນັກທຸລະກິດ​ຕ່າງປະ​ເທດ​”, ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມການ​ລົງທຶນ​ຈາກ​ນັກທຸລະກິດຕ່າງປະ​ເທດ​ໃຫ້​ດີ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ; ສືບ​ຕໍ່​ຜ່ອນ​ຍານເງື່ອນໄຂອະນຸຍາດການ​ເຂົ້າ​ເຖິງ​ຕະຫຼາດຂອງ​ການ​ລົງທຶນຈາກນັກທຸລະກິດ​ຕ່າງປະເທດ, ​ຈຳນວນ​ຂໍ້​ມາດ​ຕາ​ໃນ​ບັນຊີ​ດ້ານລົບ​ໃນ​ທົ່ວປະເທດ ​ແລະ ​ໃນເຂດ​ທົດ​ລອງ​ການ​ຄ້າ​ເສລີ​​ຕ່າງກໍ່ໄດ້ຫຼຸດລົງ 51% ​ແລະ72% ຕາມ​ລຳ​ດັບ, ຂົງເຂດອຸດສາຫະກໍາການ​ຜະລິດໄດ້ເປີດປະ​ຕູ​ສູ່​ພາຍນອກຢ່າງຮອບດ້ານໂດຍພື້ນຖານ​ແລ້ວ​, ລະດັບ​ການເປີດ​​ປະ​ຕູ​ສູ່​ພາຍນອກ​ໃນຂະ​ແໜງ​ການ​ການ​ທະ​ນາ​ຄານແລະ ​ການ​ບໍລິການ​ອື່ນໆ​ໄດ້​ຖືກຍົກສູງຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ ອີ​ວານ ມາ​ຣຳບີ​ໂອ ປະທານ​ສະມາຄົມນັກ​ທຸ​ລະ​ກິດ​ສົ່ງ​ອອກ​ໝາກ​ໄມ້​ຂອງ​ຈີເລ​ ກ່າວ​ວ່າ, ປະລິມານ​ການ​ສົ່ງອອກ​ໝາກ​ເຊີ​ລີ​ຂອງ​ຈີ​ເລ​ໃນ​ລະດູ​ການ​ສົ່ງ​ອອກ​ປີ​ນີ້​ຈະ​ສ້າງ​ສະຖິຕິ​ອີກ​ຄັ້ງ​ໃໝ່, ​ໃນນັ້ນ, ​ມີ​ເກືອບ 90% ​ແມ່ນ​ຈະສົ່ງອອກຕະຫຼາດ​ຈີນ​.“ໃນ​ໂລກ​ປັດ​ຈຸ​ບັນ ​ທີ່​ມີ​ລະ​ດັບໂລກາພິວັດສູງ ແລະ ມີ​ການ​ເຊື່ອມໂຍງເຊື່ອມຈອດ​ກັນ​ລະດັບສູງ​, ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງ​ຈີນ ແລະ​ ການ​ພັດ​ທະ​ນາ​ການ​ຄ້າກັບຕ່າງ​ປະ​ເທດຂອງຈີນ​ແມ່ນມີ​ຄວາມ​ສຳ​ຄັນເປັນຢ່າງຍິ່ງຕໍ່​ກັບການຮັກສາຄວາມມີຊີວິດຊີວາຂອງ​ເສດ​ຖະກິດ​ໂລກ.”

ຂ່າວ: ໜັງສືພິມປະຊາຊົນລາຍວັນຂອງຈີນ, ສຳນັກຂ່າວຊິນຮວາ

ຂ່າວສານຢຸນນານ·ຈີນ| ການພັດທະນາຢ່າງມີຄຸນນະພາບສູງຂອງຈີນສ້າງຄວາມມີຊີວິດຊີວາ ໃຫ້ແກ່ການເຕີບໂຕເສດຖະກິດຂອງໂລກ