ຂ່າວສານຢຸນນານ·ຈີນ| ໂລກຕ້ອງການຄວາມມີຊີວິດຊີວາແບບນີ້ຂອງຈີນ

2023-03-17 15:17:42
ມາຈາກ:

ປະມານ 5%—ເມື່ອ​ຈີນ​ປະກາດ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ທາງ​ເສດຖະກິດຂອງ​ຕົນ​ທີ່ຄາດຄະເນໄວ້​ໃນ​ປີ​ນີ້​ຢູ່​​ໃນກອງ​ປະຊຸມ​ສອງ​ສະພາ​, ຫາງສຽງສາ​ກົນ​ກໍມີຄວາມຮູ້ສຶກ​ຕື່ນ​ເຕັ້ນ​ດີ​ໃຈຫຼາຍ. ໃນ​ຖາ​ນະ​ທີ່ເປັນ​ກຸ່ມເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ​, ເປົ້າ​ຫມາຍ​ການ​ເຕີບໂຕທາງ​ເສດ​ຖະ​ກິດ​ປະ​ຈໍາ​ປີ​ຂອງ​ຈີນ​ມີ​ອິດທິພົນຕໍ່ສາ​ກົນທີ່​ສຳ​ຄັນ​.ບົດ​ລາຍ​ງານ​ວຽກງານ​ຂອງ​ລັດຖະບານ​ໃນປີ 2023 ໄດ້​ສະ​ເໜີ​ໃຫ້​ຈັດການຟື້ນຟູ ​ແລະ ຂະຫຍາຍ​ການ​ບໍລິ​ໂພ​ກຢູ່​ໃນຖາ​ນະ​ບຸ​ລິ​ມະ​ສິດ.

ເນື້ອ​ໃນ​ຂອງ​ບົດ​ລາຍ​ງານດັ່ງກ່າວ​​ໄດ້ກ່ຽວພັນເຖິງ​ປະຊາຊົນທົ່ວໄປຂອງ​ຈີນ​ຢ່າງ​ໃກ້ຊິດ.ຂ້າພະເຈົ້າເຄີຍໄປ​ເກັບ​ກຳ​ຂ່າວຢູ່ບ້ານຈິ່ນຜີງ ນະຄອນຫຼ່ອງໜານ ແຂວງການຊູ່. ບ້ານພູດອຍທີ່ຕັ້ງຢູ່​ເຂດ​ຫ່າງ​ໄກ​ສອກຫຼີ​ກ ທາງພາກຕາເວັນຕົກຂອງຈີນ ຊຶ່ງເຄີຍ​ຕົກ​ທຸກ​ໄດ້​ຍາກ​ໃນ​ເມື່ອ​ກ່ອນໄດ້ສ້າງຄວາມຮັ່ງມີ ໂດຍຜ່ານການພັດທະນາອຸດສາຫະກຳໝາກ​ໂອ​ລິບ.ຂ້າພະ​ເຈົ້າ​ຍັງ​ຈື່​ຊາວ​ບ້ານ​ຄົນ​ໜຶ່ງ ​ຊື່​ວ່າ ທ້າວເຈ່ຍ​ຢົງ​ຊຽງ, ​ລາວ​ເຮັດ​ວຽກ​ໝົດປີ, ​ມີ​ແຕ່​ພໍ​ລ້ຽງ​ກຸ້ມ​ຕົນ​ເອງ​ເທົ່າ​ນັ້ນ, ແຕ່ໃນປັດຈຸບັນນີ້, ລາວໄດ້ປຸກສ້າງຕຶກໃໝ່ 3 ຊັ້ນຢູ່ໃນບ້ານ ແລະ ຍັງ​ໄດ້​ຊື້ເຮືອນອີກ 2 ​ຊຸດຢູ່ໃນຕົວເມືອງ.

ໃນ​ປະ​ເທດ​ຈີນ, ເລື່ອງ​ເຫຼົ່າ​ນີ້ໄດ້ເກີດ​ຂຶ້ນ​ທຸກ​ມື້. ໃນໄລຍະ 10 ປີ​ທີ່​ຜ່ານ​ມາ, ຈີນ​ໄດ້​ສ້າງ​ຕັ້ງ​ກຸ່ມຄົນ​ລາຍ​ໄດ້​ປານ​ກາງ​ທີ່​ໃຫຍ່​ທີ່​ສຸດ​ ແລະ​ ມີຄວາມອາດສາມາດເຕີບ​ໂຕ​ຫຼາຍ​ທີ່​ສຸດ​ໃນ​ໂລກ, ຊຶ່ງມີຈໍານວນຫຼາຍກວ່າ 400 ລ້ານ​ຄົນ.

ປີ​ນີ້, ຈີນ​ໄດ້​ສະ​ເໜີ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຢູ່ປະມານ 5%, ຊຶ່ງເປັນການພິສູດ​ຕໍ່ຄຳສັນນິຖານຂອງ​ນັກເສດຖະສາດຈໍານວນຫຼາຍຄົນ​ຢູ່​ກ່ອນໜ້ານີ້​ວ່າ:ເສດຖະກິດ​ຂອງ​ຈີນຈະ​ບັນລຸ​ການຟື້ນ​ຕົວ​ຄືນໂດຍ​ລວມ​ໃນ​ປີ 2023.ໂລກ​ທີ່​ພວມປະ​ສົບ​ກັບ​ໄພ​ເງິນ​ເຟີ້ ແລະ ເສດ​ຖະ​ກິດ​ຊຸດ​ໂຊມ​ລົງ ຕ້ອງການຄວາມມີຊີວິດຊີວາ​ແບບ​ນີ້ຂອງຈີນ.

ຂຽນ​ໂດຍ:ເຊຄີໂອ ໂກເມກ, ນັກ​ຂ່າວ​ສັນຊາດ ກູ​ບາ​ຈາກ​ສຳ​ນັກ​ຂ່າວ​ຊິນ​ຮວາ

ຂ່າວສານຢຸນນານ·ຈີນ| ໂລກຕ້ອງການຄວາມມີຊີວິດຊີວາແບບນີ້ຂອງຈີນ