ຂ່າວສານຢຸນນານ·ຈີນ| ຍິນດີຕ້ອນຮັບບັນດາທ່ານມາສໍາຜັດກັບ"ແບບແຜນຊີວິດຢູ່ຢູນນານ"

2023-03-17 15:20:02
ມາຈາກ:

ວັນທີ 7 ມີນາຜ່ານມາ, ທ່ານ ຫວາງໜິງ(Wang Ning) ຜູ້ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນ, ເລຂາຄະນະພັກແຂວງຢູນນານ ໄດ້​ສົ່ງຈົດໝາຍ​ໄປ​ຍັງຊາວເນັດທັງຫຼາຍ, ທ່ານໄດ້ ສຸມໃສ່ຫົວ​ຂໍ້​ຈຸດ​ສຸມ, ຕອບຄໍາຖາມທີ່ຊາວເນັດໃຫ້ຄວາມສົນໃຈທີ່ສຸດ, ພ້ອມທັງໄດ້ເຊື້ອເຊີນ​ຊາວເນັດ​ທັງຫຼາຍ​ມາ​ສຳຜັດ​ກັບ “ແບບ​ແຜນຊີວິດຢູນນານ”.

ທ່ານ ຫວາງໜິງ ແນະນໍາວ່າ, ແຂວງຢູນນານມີທິວທັດທໍາມະຊາດທີ່ສວຍງາມ ມີຮີດຄອງປະເພນີຂອງຊົນເຜົ່າທີ່​ເຂັ້ມ​ຂຸ້ນ, ຍັງຖືກຂະໜານ​ນາມເປັນ“ອານາຈັກ​ພຶກ​ສາ​ຊາດ” “ອານາຈັກສັດ​ສາ​ວາ​ສິ່ງ” ແລະ “ສວນດອກໄມ້ຂອງໂລກ”. ​ແຂວງຢູນນານເປັນ​ແດນ​ສະ​ຫວັນ​ໃນ​ບົດກະວີ, ເປັນບ້ານເກີດແຫ່ງຄວາມຝັນ, ຢູ່ທີ່ນີ້, ມີເສັ້ນທາງ​ແຫ່ງ​ຄວາມອົບອຸ່ນຂອງຊ້າງອາຊີທີ່ເດີນທາງ​ຂຶ້ນເໜືອແລ້ວ​ລົງໃຕ້, ມີຈຸດນັດພົບກັບນົກນາງນວນປາກແດງ​ໃນຕົວເມືອງແຫ່ງລະດູບານໃໝ່, ມີປ່າຝົນເຂດຮ້ອນໃນ​ກິ່ງ​ແຂວງສິບສອງພັນນາ, ມີທິວທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຢູ່​ຕາມພູຊ່າງຊັ່ນ(Cangshan)ແລະ ໜອງເອີໄຫ(Er’hai), ມີທ້ອງຟ້າ​ທີ່​ປອດ​ໂປ່ງ​ສົດໃສຫຼັງ​ຝົນ​ຕົກຂອງໜອງລູກູ່(Luguhu), ນອກຈາກນັ້ນຍັງມີ “ສາຍດ່ວນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ” ທີ່​ອອກ​ເດີນ​ທາງ​ຈາກ​ນະ​ຄອນ​ຄຸນ​ໝິງ​ໃນຕອນເຊົ້າ ແລະ ເດີນທາງ​ໄປຮອດປະເທດລາວ​ໃນ​ຕອນ​ແລງ, ​ທັງ​ໝົດເຫຼົ່ານີ້ລ້ວນແຕ່ແມ່ນ​ການ​ສຳ​ຜັດ​ພິ​ເສດ​ທີ່​ມີສະເພາະແຕ່​ຢູ່ແຂວງຢູນນານ​ເທົ່າ​ນັ້ນ.

ທ່ານ ຫວາງໜິງ ​ກ່າວ​ຕື່ມວ່າ, ​ໃນຊຸມປີ​ຜ່ານ​ມາ, ແຂວງຢູນນານໄດ້ລົງເລິກການປະຕິຮູບດ້ານການທ່ອງທ່ຽວ, ສືບຕໍ່ປັບປຸງຕະຫຼາດການທ່ອງທ່ຽວໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ຮັບຜົນສໍາເລັດ, ໃນນັ້ນແອັບ “ທ່ຽວຢູນນານດ້ວຍມືຖື” ​ໄດ້ກາຍເປັນ​ສັນ​ຍາ​ລັກການທ່ອງທ່ຽວແບບອັດສະລິຍ​ະ. ແຂວງຢູນນານສືບຕໍ່​ດຳ​ເນີນການປະດິດສ້າງໃໝ່ໃນດ້ານຜະລິດຕະພັນ, ສະພາບການ ແລະ ຮູບແບບການທ່ອງທ່ຽວ, ສົ່ງເສີມການພັດທະນາແບບປະສົມປະສານກັນລະຫວ່າງການທ່ອງທ່ຽວ ກັບ ຫຼາຍຂະແໜງການ, ຫັນຮູບແບບການທ່ອງທ່ຽວຈາກການ​ທ່ຽວ​ຊົມແຫຼ່ງທ່ອງທ່ຽວ​ຢ່າງດຽວເທົ່ານັ້ນ ມາເປັນການພັກຜ່ອນຢ່ອນອາລົມແບບເລິກເຊິ່ງ.ປັດຈຸບັນ, ໄປສໍາຜັດກັບການສຶກສາຄົ້ນຄວ້າໃນສວນໝີແພນດາ​ນ້ອຍພູເອີ, ໄປ​ຊົມ​ຍາມຕາເວັນຂຶ້ນໃນ​ຕອນ​ເຊົ້າຢູ່ພູຊົງຊານເໝີຍລີ(Songtsam Meili)ເມືອງເຕີຊິງ(Deqin), ໄປ​ດົມກິ່ນຫອມຫວນຂອງກາເຟຢູ່ “ບ້ານ​ອັນ​ດັບ 1 ຂອງກາເຟຈີນ” ຢູ່ນະຄອນປາວຊານ(Baoshan), ໄປຊື້ເຄື່ອງປັ້ນດິນເຜົາສີມ່ວງໜ່ວຍໜຶ່ງຢູ່ຕາແສງເກົ່າລິນອ່ານເມືອງຈ້ຽນສຸຍ(Jianshui),ໄປຟ້ອນລໍາທຳ​ເພັງ​ແບບ “ດາປີຢ້າ” ຢູ່ບ້ານ ລາວມູເຕິງ(Laomudeng)ກິ່ງແຂວງນູ້ຈຽງ(Nujiang), ​ສິ່ງເຫຼົ່ານີ້ໄດ້ກາຍເປັນສິ່ງແຟຊັນໃໝ່​ໃນການທ່ອງທ່ຽວ, ຖືກຊາວເນັດເອີ້ນວ່າ​ເປັນ “​ແບບແຜນຊີວິດຢູນນານ”.ທ່ານ ຫວາງໜິງ ກ່າວ​ຕື່ມອີກວ່າ, ໃນຊ່ວງບຸນກຸດຈີນ​ປີ​ນີ້, ລະຄອນໂທລະພາບເລື່ອງ “ໄປ​ບ່ອນທີ່ມີສາຍລົມຜັດມາ”, ເຮັດໃຫ້ການທ່ອງທ່ຽວ​ແຂວງຢູນນານ​ມີ​ຊື່​ສຽງ​ໂດ່ງ​ດັງຂຶ້ນອີກຄັ້ງໜຶ່ງ, “ຊາວຈີນເຄິ່ງໜຶ່ງພວມ​ທ່ຽວຢູ່ແຂວງຢູນນານ” ໄດ້ເປັນຫົວຂໍ້ເດັ່ນໃນ​ທາງ​ອິນ​ເຕີເນັດ. ຍິນດີຕ້ອນຮັບບັນດາທ່ານມາສໍາຜັດ​ກັບ “ແບບ​ແຜນຊີວິດຢູນນານ” ຢ່າງຈິງໃຈ.

ຂ່າວ: ເວັບໄຊຂ່າວສານປະຊາຊົນຂອງຈີນ

ຂ່າວສານຢຸນນານ·ຈີນ| ຍິນດີຕ້ອນຮັບບັນດາທ່ານມາສໍາຜັດກັບ"ແບບແຜນຊີວິດຢູ່ຢູນນານ"