ຂ່າວສານຢຸນນານ·ຈີນ| "ຊຸກຍູ້ການພັດທະນາທົ່ວໂລກ ໃນຂະບວນການຫັນເປັນທັນສະໄໝ"

2023-03-27 17:23:42
ມາຈາກ:

ການພັດທະນາຂອງຈີນໄດ້ສ້າງຜົນປະໂຫຍດໃຫ້ແກ່ໂລກ, ການພັດທະນາຂອງຈີນແຍກອອກຈາກໂລກບໍ່ໄດ້. ຢາກຊຸກຍູ້ການເປີດປະຕູສູ່ພາຍນອກຢ່າງມີຄຸນນະພາບສູງຢ່າງໜັກແໜ້ນ, ​ທັງ​ນຳໃຊ້ຕະຫຼາດ ແລະ ຊັບພະຍາກອນຂອງໂລກເພື່ອພັດທະນາຕົນເອງໃຫ້ດີ, ທັງ​ຕ້ອງຊຸກ​ຍູ້ການພັດທະນາຮ່ວມກັນຂອງໂລກ.
—— ຄັດຈ້ອນຈາກ ຄໍາປາໄສຂອງ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ​ທີ່ກ່າວໃນກອງປະຊຸມຄັ້ງທໍາອິດຂອງສະພາປະ​ຊາ​ຊົນແຫ່ງຊາດ​ຈີນສະໄໝ​ທີ 14

“ວັນທີ 4 ມີນາຜ່ານມາ, ກອງປະຊຸມສອງສະພາຂອງຈີນໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ໂຄງການຂອງພວກເຮົາກໍ​ມີຂ່າວດີ​ເຊັ່ນ​ກັນ, ນັ້ນ​ກໍຄື: ການຂົນສົ່ງຜູ້ໂດຍສານຂອງທາງລົດໄຟ ລາວ-ຈີນ ຕອນພາຍໃນປະເທດລາວໄດ້ຂຶ້ນສູ່ລະດັບສູງສຸດ, ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານຫຼາຍກວ່າ 10.000 ​ເທື່ອຄົນ​ໃນ​ມື້​ດຽວ ຊຶ່ງໄດ້ສ້າງສະຖິຕິການຂົນສົ່ງຜູ້ໂດຍສານສູງສຸດ ພາຍຫຼັງການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ.” ເມື່ອຕອບຄໍາຖາມຂອງນັກຂ່າວກ່ຽວກັບເປັນຫຍັງຈຶ່ງສົນໃຈ​ນຳກອງປະຊຸມສອງສະພາຂອງຈີນ, ທ່ານ ວົງທອງ ສຸວັນທອງທີ່ມາຈາກບໍລິສັດທາງລົດໄຟ ລາວ-ຈີນ ​ໄດ້​ກ່າວ​ຄຳ​ເວົ້າ​ດັ່ງ​ກ່າວແບບ​ຍິ້ມ​ແຍ້ມ​ແຈ່ມ​ໃສ.

ທາງລົດໄຟ ລາວ-ຈີນ ເປັນໂຄງການທີ່ເຊື່ອມ​ຕໍ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ກັບ ຍຸດທະສາດ “ຫັນປະເທດທີ່ບໍ່ມີທາງ​ອອກ​ສູ່ທະເລ ມາເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດ​ຂອງພາກພື້ນ” ຂອງລາວ. ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ​ຕາມທາງລົດໄຟ ລາວ-ຈີນ ມີຄຸນນະພາບສູງ​ຂຶ້ນ ​ທັງ​ມີ​ຂະ​ໜາດ​ໃຫຍ່​ຂຶ້ນ, ຊຶ່ງໄດ້​ເກີນ​ຄວາມ​ຄາດ​ໝາຍ​ຂອງ​ຄົນ​ທັງຫຼາຍ. ມາຮອດທ້າຍເດືອນກຸມພາປີນີ້ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 1,8 ລ້ານ​ເທື່ອຄົນ, ຂົນສົ່ງສິນຄ້າ​ເກືອບ 2,9 ລ້ານໂຕນ, ຊະນິດການຂົນສົ່ງສິນຄ້າຈາກ 100 ກວ່າຊະນິດໃນເບື້ອງຕົ້ນ ໄດ້ຂະຫຍາຍມາເປັນ 2.000 ກວ່າຊະນິດ​ໃນ​ປັດ​ຈຸ​ບັນ, ຊຶ່ງໄດ້ສະໜັບສະໜູນການຮ່ວມມືລະ​ຫວ່າງ​ສອງ​ຝ່າຍ ລາວ-ຈີນຢ່າງແຂງແຮງ.

ໃນຖານະເປັນຮອງວິສະວະກອນ​ເອກຂອງ ບໍລິສັດທາງລົດໄຟ ລາວ-ຈີນ, ທ່ານ ວົງທອງ ສຸວັນທອງ ມີຄວາມຮູ້ສຶກຢ່າງເລິກເຊິ່ງວ່າ: ໂຄງການນີ້ໄດ້ເພີ່ມພະລັງ​ຂັບ​ເຄື່ອນ​ອັນ​ແຂງ​ແຮງໃຫ້ແກ່ການພັັດທະນາຂອງປະເທດລາວ. ທ່ານກ່າວວ່າ, “ໃນກອງປະຊຸມສອງສະພາຂອງຈີນປີນີ້, ລັດຖະບານຈີນໄດ້ສະເໜີວ່າ, ຈະດໍາເນີນຕາມແຜນການຊຸກຍູ້ການຫັນເປັນທັນສະໄໝແບບຈີນຢ່າງໜັກແໜ້ນ, ໃນອະນາຄົດ,ຈີນຈະສືບຕໍ່​ເປີດກວ້າງການເປີດປະຕູສູ່ພາຍນອກ ແລະ ຮ່ວມກັນສ້າງ ‘ໜຶ່ງແລວ ໜຶ່ງເສັ້ນທາງ’ ຢ່າງມີຄຸນນະພາບສູງ, ນີ້ຈະສ້າງໂອກາດໃໝ່ດ້ານການຮ່ວມມືໃຫ້ແກ່ບັນດາປະເທດ ແລະ ໄດ້ນໍາໂອກາດການພັດທະນາທີ່ດີໃຫ້ແກ່ຂ້າພະເຈົ້າເອງ.”

​ການ​ຫັນ​ເປັນທັນສະໄໝແບບຈີນ, ເປັນ​ການ​ຫັນ​ເປັນທັນສະໄໝແບບທີ່ເດີນຕາມເສັ້ນທາງການພັດທະນາ​ໂດຍ​ສັນ​ຕິ. ປະເທດຈີນໃນສູ່ມື້ນີ້ ໄດ້ເຊື່ອມໂຍງເຊື່ອມຈອດກັບໂລກຢ່າງ​ເລິກ​ເຊິ່ງ. ​ປະ​ຊາ​ຄົມ​ໂລກເຫັນວ່າ, ເສັ້ນທາງ​ຫັນ​ເປັນທັນສະໄໝແບບຈີນ ຈະນັບ​ມື້​ນັບ​ຂະ​ຫຍາຍກວ້າງ​ອອກ, ໃນຂະນະທີ່ຊຸກຍູ້ການພັດທະນາຂອງຕົນ​ແລ້ວ, ກໍໄດ້​ສ້າງຜົນປະໂຫຍດ​ໃຫ້​ແກ່ທົ່ວໂລກ.

ທ່ານ ​ເທວເນສ ຮິການິໂລ ວິສະວະກອນ ກຸ່ມບໍລິສັດພະລັງງານ ​ຣູ​ອັນດາ ກ່າວວ່າ, “ຈີນໄດ້​ສ້າງໂອກາດຢ່າງຫຼວງຫຼາຍໃຫ້ແກ່ໂລກ. ​ຢູ່ອາຟຣິກາ, ຫຼາຍປະເທດໄດ້ຮັບຜົນປະໂຫຍດຈາກໂຄງການ​ກໍ່​ສ້າງພື້ນຖານໂຄງລ່າງ​ຂອງຈີນ. ຈີນໄດ້ຍຶດໝັ້ນການພັດທະນາ​ໂດຍສັນຕິ, ບໍ່ແຊກ​ແຊງວຽກ​ງານພາຍໃນຂອງປະເທດອື່ນ, ໄດ້ຊ່ວຍພວກເຮົາສ້າງໂຮງງານ, ໂຮງແຮມ ແລະ ຊຸບເປີມາເກັດ.ນີ້ເປັນ​ສະ​ພາບຕົວຈິງທີ່ຈີນໄດ້ຊຸກຍູ້ການພັດທະນາທົ່ວໂລກໃນຂະບວນການຫັນເປັນທັນສະໄໝແບບ​ຈີນ.”

ຂ່າວ: ສໍານັກຂ່າວຊິນຮວາ

ຂ່າວສານຢຸນນານ·ຈີນ| "ຊຸກຍູ້ການພັດທະນາທົ່ວໂລກ ໃນຂະບວນການຫັນເປັນທັນສະໄໝ"