ຂ່າວສານຢຸນນານ·ຈີນ| ແຂວງຢູນນານສົ່ງເສີມຄວາມເຂົ້າໃຈກັນລະຫວ່າງປະຊາຊົນດ້ວຍຄວາມສວຍສົດງົດງາມດ້ານວັດທະນະທໍາ

2023-03-27 17:30:59
ມາຈາກ:

ປີນີ້​ແມ່ນປີທີ່ສະເໜີ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ອອກມາ​ຄົບ​ຮອບ 10 ປີ. ຕະຫຼອດ 10 ຜ່ານມາ, ແຂວງຢູນນານພະຍາຍາມ​ຫັນທ່າແຮງ​ເຂດຊາຍແດນ ກາຍ​ມາເປັນ ທ່າແຮງການພັດທະນາດ້ານການເປີດປະຕູສູ່ພາຍນອກ, ຮ່ວມມືກັບປະເທດອ້ອມຂ້າງຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ, ຕະຫຼອດ 10 ຜ່ານມາ, ເລື່ອງກ່ຽວກັບຄວາມດີງາມ, ຄວາມຫວັງ ແລະ ມິດຕະພາບໄດ້​ແຕກດອກ​ອອກ​ຜົນຢ່າງສວຍສົດງົດງາມ.

ຄວາມດີງາມດັ່ງກ່າວ ໄດ້​ບັນ​ທຶກ​ໄວ້​ຢູ່​ຕາມອົງການສົ່ງເສີມວັດທະນະທໍາທີ່ສົ່ງ​ຕໍ່ຄວາມອົບອຸ່ນ​ຢູ່ຕາມຊາຍແດນຢູນນານ-ມຽນມາ ——

ເດືອນ​ກໍ​ລະ​ກົດ​ປີ 2022,ຫໍສະມຸດ​ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ ຈີນ-ມຽນມາ ແບບອັດສະລິຍາທີ່ເປີດບໍລິການ 24 ຊົ່ວໂມງ ໄດ້ເປີດນໍາໃຊ້​ຢ່າງເປັນທາງການ​ຢູ່ນະຄອນຣຸ້ຍລີ້ ກິ່ງແຂວງປົກຄອງຕົນເອງເຜົ່າລື ເຜົ່າຈິງໂພ ເຕີຫົງ. ຫຼັງ​ຈາກ​ນັ້ນ, ທ້າວ ຫັນແທສໍ ພະນັກງານທີ່ມາຈາກ​ນະ​ຄອນ​ມັນດາເລ​ປະ​ເທດມຽນມາ ກໍໄດ້ກາຍເປັນຜູ້ອ່ານ​​ຂາປະ​ຈຳຂອງຫໍສະມຸດ​ແຫ່ງນີ້. ຫໍສະມຸດແຫ່ງນີ້ ໄດ້ເປີດບໍລິການ​ຕະຫຼອດ 24 ຊົ່ວໂມງ, ປັດຈຸບັນໄດ້ໃຫ້ບໍລິການ​ແກ່ຜູ້ອ່ານ​ຈີນ ແລະ ມຽນມາຫຼາຍກວ່າ 5.000 ຄົນ.

ໃນປີ 2018, ໃນເວລາທີ່ທ້າວ ຫັນແທສໍ ຫາກໍ່ມາຮອດນະຄອນຣຸ້ຍລີ້, ລາວມີຄວາມປາ​ຖະ​ໜາ​ຢ່າງ​ແຮງ​ກ້າ​ຢາກຮຽນພາສາຈີນ. ທ້າວ ຫັນແທສໍ ກ່າວວ່າ, “ໃນຕອນນັ້ນ, ຫ້ອງສະມຸດ​ດ່ານເຈຍກ້າວຂອງນະຄອນຣຸ້ຍລີ້ ໄດ້​ເປີດ​ຊຸດ​ຝຶກອົບຮົມພາສາຈີນ ແລະ ພາສາມຽນມາແບບ​ບໍ່ເສຍຄ່າ ໃຫ້ແກ່ປະຊາຊົນມຽນມາທີ່ມາເຮັດທຸລະກິດ ແລະ ​ອອກ​ແຮງງານຢູ່ຈີນ.ເມື່ອໄດ້​ຮູ້ຂ່າວນີ້ແລ້ວ, ຂ້ອຍກໍໄດ້ໄປລົງທະບຽນໃນທັນທີ.”

ຍ້ອນວ່າໄດ້ຮຽນພາສາຈີນ, ທ້າວ ຫັນແທສໍ ໄດ້ຜູກມິດສໍາພັນ ກັບ ເພື່ອມິດໄວໜຸ່ມຈີນ, ໄດ້​ມີໂອກາດເຮັດວຽກຫຼາຍເທື່ອ. ຈາກຫ້ອງສະມຸດ​ດ່ານ​ເຈຍ​ກ້າວ​ໃນ​ເມື່ອ​ກ່ອນ ມາຮອດ ຫໍສະມຸດໃນປັດຈະບັນນີ້, ລາວຮູ້ສຶກວ່າ, ອົງການສົ່ງເສີມການແລກປ່ຽນວັດທະນະທໍາ ນັບມື້ນັບຫຼາຍ​ຂຶ້ນ, ແຕ່ສິ່ງທີ່ບໍ່ປ່ຽນແປງນັ້ນແມ່ນ “ຄວາມອົບອຸ່ນ” ຍັງຄືເກົ່າ.

ຄວາມຫວັງສະບັບນີ້ ໄດ້ບັນທຶກໄວ້ໃນນາມບັດທີ່ເຕັມໄປດ້ວຍຮອຍຍິ້ມ ລະຫວ່າງ ຈີນ-ກໍາປູເຈຍ ——

ປີ 2010, ພາຍໃຕ້ການສະໜັບສະໜູນຂອງ ກະຊວງ ວັດທະນາທໍາ ແລະ ທ່ອງທ່ຽວ ສປ ຈີນ ກັບ ກະຊວງສິລະປະວັດທະນະທໍາ ກໍາປູເຈຍ, ລະ​ຄອນດ້ານວັດທະນາທໍາ ແລະ ທ່ອງທ່ຽວຂະໜາດໃຫຍ່​ເລື່ອງ “ຮອຍຍິ້ມຂອງອັງກໍວັດ” ທີ່ລົງທຶນ ແລະ ​ສະ​ແດງໂດຍ ກຸ່ມບໍລິສັດການລົງທຶນດ້ານວັດທະນະທໍາຢູນນານ ​ຂອງ​ກຸ່ມ​ບໍ​ລິ​ສັດຕົວ​ເມືອງ​ຊາວ​ຈີນ​ຕ່າງ​ດ້າວ ຫຼື OTC ໄດ້ເລີ່ມ​ການ​ສະ​ແດງ. ຜົນງານການສະແດງດັ່ງກ່າວແມ່ນປະ​ດິດ​ຄິດ​ແຕ່ງໂດຍນັກສິລະປິນຈາກສອງປະເທດ ຈີນ ​ແລະ ກໍາປູເຈຍ.ປັດຈຸບັນນີ້, ໄດ້ກາຍເປັນນາມບັດວັດທະນະທໍາທີ່ນັກທ່ອງທ່ຽວຕ່າງປະເທດຮູ້ຈັກກັບປະເທດກໍາປູເຈຍ.

“ຄາດວ່າ ເດືອນຕຸລາປີນີ້, “ຮອຍຍິ້ມຂອງອັງກໍວັດ” ຈະຟື້ນຟູການສະແດງ.​ ທ່ານ Lu Xiaoqiang ຜູ້ທີ່ຕິດຕາມໂຄງການດັ່ງກ່າວເປັນເວລາ 12 ປີ ຫວັງວ່າ ຈະນໍາ​ເອົາຮູບແບບການ​ບັນ​ເທິງແບບໃໝ່ ແລະ ​ຄວາມ​ສຳ​ຜັດ​ແບບໃໝ່​ມາ​ໃຫ້ນັກທ່ອງທ່ຽວ.

ຂ່າວ: ໜັງສືພິມລາຍວັນຢຸນນານ

ຂ່າວສານຢຸນນານ·ຈີນ| ແຂວງຢູນນານສົ່ງເສີມຄວາມເຂົ້າໃຈກັນລະຫວ່າງປະຊາຊົນດ້ວຍຄວາມສວຍສົດງົດງາມດ້ານວັດທະນະທໍາ