ຂ່າວສານຢຸນນານ·ຈີນ| ຈີນປັບປຸງນະໂຍບາຍອອກວິຊາ ແລະ ການອະນຸຍາດເຂົ້າເມືອງຂອງຄົນຕ່າງປະເທດຕື່ມອີກ

2023-03-27 17:34:49
ມາຈາກ:

ເພື່ອ​ອຳ​ນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງຄົນຈີນ ແລະ ຄົນຕ່າງປະເທດ,​ ນັບແຕ່ວັນ​ທີ 15 ມີນາ 2023 ເປັນ​ຕົ້ນ​ໄປ, ກົມຄຸ້ມຄອງຄົນ ເຂົ້າ-ອອກ ເມືອງແຫ່ງຊາດຈີນໄດ້ ປັບ​ປ່ຽນ​ນະໂຍບາຍອອກວິຊາ ແລະ ການ​ອະ​ນຸ​ຍາດເຂົ້າເມືອງຂອງຄົນຕ່າງປະເທດ​ຕື່ມ​ອີກ. ສໍາລັບຜູ້ທີ່ຖືວິຊາທີ່ລົງທະບຽນກ່ອນວັນທີ 28 ມີນາ 2020 ແລະ ຍັງຢູ່ໃນເວລາກໍານົດ, ຈະ​ອະ​ນຸ​ຍາດໃຫ້ເຂົ້າເມືອງ. ໃນ​ຂະ​ນະດຽວກັນນັ້ນ, ຈະຟື້ນຟູນະໂຍບາຍການເຂົ້າແຂວງໄຫຫຼຳໂດຍບໍ່ຕ້ອງຂໍວິຊາ, ກຳ​ປັ່ນ​ທ່ອງ​ທ່ຽວ​ຂະ​ໜາດ​ໃຫຍ່ທີ່​ມາ​ທ່ຽວ​ນະ​ຄອນຊຽງໄຮ້ບໍ່ຕ້ອງຂໍວິຊາ, ຄົນຕ່າງປະເທດທີ່​ປະ​ຈຳຢູ່ຮົງກົງ ແລະມາກາວທີ່ເຂົ້າສູ່ແຂວງກວາງຕຸ້ງເປັນ​ຄະ​ນະຈະບໍ່ຕ້ອງຂໍວິຊາ, ຄະນະທ່ອງທ່ຽວຂອງ​ບັນ​ດາ​ປະ​ເທດອາຊຽນເຂົ້າ​ມາ​ທ່ຽວນະຄອນກຸ້ຍຫຼິນເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ຈະບໍ່ຕ້ອງຂໍວິຊາ.

ຂ່າວ: ສໍານັກຂ່າວຊິນຮວາ

ຂ່າວສານຢຸນນານ·ຈີນ| ຈີນປັບປຸງນະໂຍບາຍອອກວິຊາ ແລະ ການອະນຸຍາດເຂົ້າເມືອງຂອງຄົນຕ່າງປະເທດຕື່ມອີກ