ຂ່າວສານຢຸນນານ·ຈີນ| ນາຍົກລັດຖະມົນຕີ ສປ ຈີນ:ຈີນທີ່ເປີດປະຕູສູ່ພາຍນອກ ຍິນດີຕ້ອນຮັບບັນດາທ່ານມາລົງທຶນ ແລະ ສ້າງທຸລະກິດຢູ່ຈີນ

2023-03-27 17:36:18
ມາຈາກ:

ວັນທີ 13 ມີນາ​ຜ່ານມາ, ໃນກອງ​ປະ​ຊຸມຖະແຫຼງຂ່າວຂອງກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14, ທ່ານ ຫຼີສຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງ​ປະ​ຊຸມຖະແຫຼງ​ຂ່າວ ແລະ ໄດ້ຕອບຄໍາຖາມຂອງນັກຂ່າວຈີນ ແລະ ຕ່າງປະເທດ.

ໃນ​ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວດັ່ງກ່າວ, ທ່ານ ຫຼີສຽງ ກ່າວວ່າ, ປີນີ້​ແມ່ນ​ຈີນ​ດຳ​ເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຄົບຮອບ 45 ປີ, ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ໄດ້ຊຸກຍູ້ການພັດທະນາຂອງຈີນ ແລະ ໄດ້ສ້າງຜົນສະທ້ອນຕໍ່ໂລກ. ຈາກຂໍ້ມູນທີ່ເກັບກໍາໃຫ້ຮູ້ວ່າ, ວິສາຫະກິດທຶນຕ່າງປະເທດສ່ວນຫຼາຍ ແມ່ນຍັງຄົງມີຄວາມເຫັນໄປໃນແງ່ດີຕໍ່ກັບອະນາຄົດຂອງຕະຫຼາດຈີນ, ປີກາຍນີ້, ​ຈີນ​ໄດ້​ນຳໃຊ້ທຶນຕ່າງປະເທດໃນຕົວຈິງເຖິງ 189 ຕື້ໂດລາ, ຊຶ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ, ເພີ່ມຂຶ້ນ 50 ຕື້ໂດລາເມື່ອທຽບໃສ່ 3 ປີກ່ອນ ຊຶ່ງສະແດງໃຫ້ເຫັນວ່າ, ຈີນຍັງເປັນ​ຈຸດ​ໝາຍ​ປາຍ​ທາງ​ດ້ານການລົງທຶນທີ່​ໄດ້​ຮັບ​ຄວາມນິຍົມທີ່ສຸດຂອງໂລກ.

ທ່ານ ຫຼີສຽງ ກ່າວວ່າ, ການເປີດປະຕູສູ່ພາຍນອກແມ່ນນະໂຍບາຍພື້ນຖານແຫ່ງຊາດຂອງຈີນ, ບໍ່ວ່າສະຖານະການພາຍນອກປ່ຽນແປງແນວໃດ, ຈີນຈະຍຶດໝັ້ນສືບຕໍ່ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ໝັ້​ນ​ໜຽວ​ບໍ່​ປ່ຽນ​ແປງ. ງານວາງສະແດງສິນຄ້ານໍາເຂົ້າສາກົນຈີນ ແມ່ນມາດຕະການທີ່ສໍາຄັນຂອງຈີນ ເພື່ອເປັນເຈົ້າການໃນ​ການເປີດກວ້າງຕະຫຼາດຈີນ​ຕໍ່​ໂລກ ແລະ ຊົມໃຊ້ໂອກາດການພັດທະນາ​ກັບໂລກ, ຊຶ່ງໄດ້ຈັດຂຶ້ນເປັນເວລາ5 ປີລຽນຕິດກັນແລ້ວ, ເຖິງແມ່ນວ່າ​ໄດ້​ເກີດ​ມີການ​ແຜ່ລະບາດຂອງພະຍາດໂຄວິດ-19
ກໍ​ຕາມ, ກໍ​ບໍ່​ໄດ້​ຂາດ​ສະ​ບັ້ນ​ໄປ, ປີກາຍນີ້ ມີຫຼາຍກວ່າ 2800 ວິສາຫະກິດຈາກ 127 ປະເທດແລະ ເຂດແຄວ້ນໄດ້ເຂົ້າຮ່ວມການວາງສະແດງດັ່ງ​ກ່າວ. ການຈັດງານວາງສະແດງສິນຄ້ານໍາເຂົ້າສາກົນຈີນ ໄດ້ສ່ອງແສງໃຫ້ເຫັນຢ່າງເຕັມປ່ຽມວ່າ,ຕະຫຼາດໃຫຍ່ຂອງຈີນທີ່ເປີດປະຕູສູ່ພາຍນອກ ເປັນກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ການພັດທະນາຂອງວິສາຫະກິດປະເທດຕ່າງໆ.

ທ່ານ ຫຼີສຽງ ກ່າວຕື່ມວ່າ, ປີນີ້, ຈີນຍັງຈະປະສານສົມທົບ​ກັບລະບຽບການດ້ານເສດຖະກິດການຄ້າສາກົນທີ່ມີມາດຖານສູງ, ເປີດກວ້າງການເປີດປະຕູສູ່ພາຍນອກຕື່ມອີກ. ​ຈີນ​ຈະ​ເປີດກວ້າງ​ການເປີດປະຕູສູ່ພາຍນອກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ສະ​ພ​າບແວດລ້ອມຈະນັບມື້ນັບດີຂຶ້ນ, ການບໍລິການຈະນັບມື້ນັບສົມບູນຂື້ນກວ່າເກົ່າ. ປະເທດຈີນທີ່ເປີດປະຕູສູ່ພາຍນອກຍິນດີຕ້ອນຮັບບັນດາທ່ານມາລົງທຶນ ແລະສ້າງ​ທຸ​ລະ​ກິດ​ຢູ່​ຈີນ.

ຂ່າວ: ສໍານັກຂ່າວຊິນຮວາ

ຂ່າວສານຢຸນນານ·ຈີນ| ນາຍົກລັດຖະມົນຕີ ສປ ຈີນ:ຈີນທີ່ເປີດປະຕູສູ່ພາຍນອກ ຍິນດີຕ້ອນຮັບບັນດາທ່ານມາລົງທຶນ ແລະ ສ້າງທຸລະກິດຢູ່ຈີນ