ຂ່າວສານຢຸນນານ·ຈີນ| ປີ 2022 ເນື້ອທີ່ການປູກປ່າໄມ້ຂອງຈີນທະລຸ 7 ລ້ານເຮັກຕາ

2023-03-27 17:37:59
ມາຈາກ:

ວັນທີ 12 ມີນາ ເປັນວັນປູກຕົ້ນໄມ້​ຄັ້ງທີ 45 ຂອງຈີນ.

ປີ 2022,ຈີນໄດ້ສໍາເລັດການປູກຕົ້ນໄມ້ສ້າງ​ປ່າ 3.830.000 ເຮັກຕາ,ການປັບປຸງພືດພັນຫຍ້າ 3.214.000 ເຮັກຕາ,ເນື່ອທີ່ການປູກ​ຕົ້ນ​ໄມ້​ສ້າງ​ປ່າ​ມີຫຼາຍກວ່າ 7 ລ້ານເຮັກຕາ,ໄດ້​ບົວ​ລະ​ບັດເນື້ອທີ່ດິນຫັນເປັນທະເລຊາຍ 1.847.300 ເຮັກຕາ.

ມາຮອດປັດ​ຈຸບັນນີ້,ເນື້ອທີ່ປ່າໄມ້ຂອງຈີນມີເຖິງ 231ລ້ານເຮັກຕາ,ອັດຕາປ່າໄມ້ປົກຫຸ້ມຂອງ​ຈີນມີເຖິງ 24,02%,ເນື້ອທີ່ທົ່ງຫຍ້າມີເຖິງ 265 ລ້ານເຮັກຕາ,ອັດຕາ​ທົ່ງ​ຫຍ້າປົກຫຸ້ມ​ແບບ​ສັງລວມມີເຖິງ 50,32%.

ຂ່າວ:ໜັງສືພິມປະຊາຊົນລາຍວັນຂອງຈີນ

ຂ່າວສານຢຸນນານ·ຈີນ| ປີ 2022 ເນື້ອທີ່ການປູກປ່າໄມ້ຂອງຈີນທະລຸ 7 ລ້ານເຮັກຕາ