ຂ່າວສານຢຸນນານ·ຈີນ|“ຂໍ້ລິເລີ່ມວ່າດ້ວຍອະລິຍະທໍາທົ່ວໂລກ”ຖືກຕ້ອງກັບຄວາມຮຽກຮ້ອງຂອງຍຸກສະໄໝ

2023-03-31 16:44:44
ມາຈາກ:

‘‘ພວກເຮົາຕ້ອງຮ່ວມກັນສົ່ງເສີມ ແລະ ​ເຄົາ​ລົບຄວາມຫຼາກຫຼາຍດ້ານອະລິ​ຍະທໍາຂອງໂລກ, ຍຶດໝັ້ນຄວາມສະເໜີພາບ, ​ການຖອດຖອນ​ບົດ​ຮຽນຊຶ່ງກັນ ແລະ ກັນ, ​ການສົນທະນາ ແລະ ​ຄວາມ​ເຊື່ອມ​ໂຍງ​ເຂົ້າ​ຫາ​ກັນດ້ານອະລິ​ຍະທໍາ, ​ທົດ​ແທນຄວາມແຕກຕ່າງດ້ານອະລິຍະທໍາດ້ວຍການແລກປ່ຽນດ້ານອະລິ​ຍະທໍາ, ​ທົດ​ແທນການປະ​ທະ​ກັນດ້ານອະລິ​ຍະທໍາດ້ວຍການຖອດຖອນບົດຮຽນດ້ານອະລິ​ຍະທໍາ, ​ທົດ​ແທນຄວາມ​ເອົາ​ປຽບດ້ານອະລິ​ຍະທໍາດ້ວຍ​ຄວາມ​ເຊື່ອມ​ໂຍງ​ເຂົ້າ​ຫາກັນດ້ານອະລິ​ຍະທໍາ.’’

—— ຄັກຈ້ອນຈາກຄໍາປາໄສ ຂອງ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ທີ່ກ່າວໃນກອງປະຊຸມສົນທະນາຂັ້ນສູງ ລະຫວ່າງ ພັກກອມມູນິດຈີນ ກັບ ພັກການເມືອງຂອງໂລກ ​ທີ່​ຈັດ​ຂຶ້ນໃນວັນທີ 15 ມີນາຜ່ານມາ.

ໃນວັນທີ 15 ມີ​ນາ​ຜ່ານມາ, ທ່ານ ດິມີຕ​ຣີ ໂນວີຄອັຟ ຮອງປະທານຄະນະກໍາມະການສູນກາງພັກກອມມູນິດຣັດເຊຍ ໄດ້ໃຫ້ການສໍາພາດຕໍ່ນັກຂ່າວວ່າ, ‘‘ຂໍ້ລິເລີ່ມວ່າດ້ວຍອະລິຍະທໍາທົ່ວໂລກທີ່ສະເໜີໂດຍ ທ່ານສີຈິ້ນຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ເປັນ​ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່ຫຼາຍ ແລະ ຄວນລົງເລິກຄົ້ນຄວ້າພິ​ຈາ​ລະ​ນາ ພ້ອມທັງຕ້ອງ​ຈັດ​ຕັ້ງປະຕິບັດຜັນຂະຫຍາຍຢ່າງບໍ່ລົດລະ.’’

ວັນທີ 15 ມີນາ​ຜ່ານມາ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງ ລະຫວ່າງ ພັກກອມມູນິດຈີນ ກັບ ພັກການເມືອງຂອງໂລກ ໂດຍໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍອະລິ​ຍະທໍາທົ່ວໂລກອອກມາເປັນຄັ້ງທໍາອິດ,ທ່ານຊີ້ອອກວ່າຕ້ອງຮ່ວມກັນສົ່ງເສີມ ແລະ ເຄົາ​ລົບຄວາມຫຼາກຫຼາຍດ້ານອະລິຍະທໍາຂອງໂລກ, ເສີມຂະຫຍາຍ​ຄ່າ​ນິ​ຍົມ​ຮ່ວມຂອງມວນມະນຸດ, ເອົາ​ໃຈ​ໃສ່ການສືບທອດ ແລະ ການປະດິດສ້າງໃໝ່ດ້ານອະລິ​ຍະທໍາ, ເພີ່ມທະວີການ​ແລກ​ປ່ຽນ ແລະ ຮ່ວມມືດ້ານວັດທະນາທໍາສາກົນ.

ທ່ານ ດິມີຕ​ຣີ ໂນວີຄອັຟ ກ່າວວ່າ, ຂໍ້ລິເລີ່ມວ່າດ້ວຍອະລິ​ຍະທໍາທົ່ວໂລກທີ່ ທ່ານ ສີຈິ້ນຜິງ ສະເໜີອອກມານັ້ນ ເປັນ ໝາກຜົນສໍາຄັນທີ່ສຸດຂອງກອງປະຊຸມສົນທະນາຂັ້ນສູງ ລະຫວ່າງ ພັກກອມມູນິດຈີນ ກັບ ພັກການເມືອງຂອງໂລກ, ການຊຸກຍູ້​ການ​ຈັດ​ຕັ້ງປະຕິບັດ​ທັດ​ສະ​ນະ​ຄະ​ຕິທີ່ມີ​ຫົວຄິດ​ປະ​ດິດສ້າງດັ່ງກ່າວ “ຈະເຮັດໃຫ້ມວນມະນຸດ​ສາ​ມາດບັນລຸເປົ້າໝາຍສໍາຄັນຕ່າງໆ ເຊັ່ນ: ການພັດທະນາແບບຍືນຍົງ, ທ່ຽງທໍາ ແລະ ຍຸຕິທໍາ, ແລະ ຮ່ວມກັນ ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງໄດ້​ງ່າຍກວ່າ​ເກົ່າ.”

ເອົາ​ໃຈ​ໃສ່ຄວາມຜາສຸກຮ່ວມກັນຂອງມວນມະນຸດ, ສະແຫວງຫາ​ຄ່າ​ນິ​ຍົມຮ່ວມຂອງມວນມະນຸດ ເຊັ່ນ: ສັນຕິພາບ, ການພັດທະນາ, ທ່ຽງທໍາ, ຍຸຕິທໍາ, ​ປະ​ຊາ​ທິປະໄຕ ແລະ ເສລີພາບ, ນີ້ແມ່ນເນື້ອໃນສໍາຄັນຂອງຂໍ້ລິເລີ່ມວ່າດ້ວຍອະລິຍະທໍາທົ່ວໂລກ.

ຕາມທັດສະ​ນະຂອງ ທ່ານ ໂຈເຊ ລຸຍ​ສ ເຊັນເທວລາປະທານ ພັກກອມມູນິດ​ແອ​ສ​ປາຍ, ຮອງປະທານພັກ​ປີກ​ຊ້າຍເອີຣົບແລ້ວ, ຂໍ້ລິເລີ່ມວ່າດ້ວຍອະລິ​ຍະທໍາທົ່ວໂລກ ໄດ້ຊີ້ທິດ​ເຍືອງທາງໃຫ້ແກ່ ປະຊາຊົນບັນດາປະເທດໃນທົ່ວໂລກ ​ໃນ​ການຮ່ວມກັນເສີມຂະຫຍາຍ​ຄ່າ​ນິ​ຍົມ​ຮ່ວມຂອງມວນມະນຸດ, ‘‘ປະຊາຊົນຂອງບັນດາປະເທດ ຄວນເລືືອກເສັ້ນທາງຂອງຕົນບົນພື້ນຖານສະພາບຕົວຈິງຂອງ ສັງຄົມ-ວັດທະນະທໍາ ຂອງ​ປະ​ເທດຕົນ.’’ຕະຫຼອດ 10 ປີ ຜ່ານມາ, ຈີນໄດ້ສະເໜີກົນໄກໃໝ່ ແລະ ຂໍ້ລິເລີ່ມໃໝ່ໃນຂົງເຂດການ​ບໍ​ລິ​ຫານທົ່ວໂລກ, ການ​ທະ​ນາ​ຄານ​ແລະ ການຄ້າ, ຄວາມໝັ້ນຄົງຂອງ​ພາກ​ພື້ນ ແລະ ຂົງ​ເຂດອື່ນໆອອກມາ, ເຊັ່ນ: ປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ, ຂໍ້ລິເລີ່ມຮ່ວມກັນສ້າງ ‘‘ໜຶ່ງແລວໜຶ່ງເສັ້ນທາງ’’, ຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມວ່າດ້ວຍອະລິຍະທໍາທົ່ວໂລກເປັນຕົ້ນ.

ທ່ານ ວັນໄຊ ຕະວິນຍານຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ, ບັນນາທິການໃຫຍ່ ໜັງສືພິມ ປະຊາຊົນ ໄດ້ຕີລາຄາຢ່າງສູງວ່າ, ຂໍ້ລິເລີ່ມວ່າດ້ວຍອະລິ​ຍະທໍາທົ່ວໂລກ ແມ່ນ​ຖືກ​ຕ້ອງກັບຄວາມຮຽກຮ້ອງ ຕ້ອງການຂອງຍຸກສະໄໝ, ຈະຊ່ວຍອະລິ​ຍະທໍາທີ່ແຕກຕ່າງກັນ​ເຊື່ອມ​ໂຍງ​ເຂົ້າ​ຫາ​ກັນ ແລະຖອດຖອນ​ບົດ​ຮຽນ​ຊຶ່ງ​ກັນ ​ແລະກັນ. ທ່ານ ເຊີເກ ຊານາໂກເຢັຟຮອງປະທານສະມາຄົມມິດຕະພາບ ຣັດເຊຍ-ຈີນ, ​ຫົວ​ໜ້າສູນຄົ້ນຄວ້າອາຊີ-ປາຊີຟິກ​ຣັດເຊຍກ່າວວ່າ, ຂໍ້ລິເລີ່ມໃໝ່ດັ່ງກ່າວຈະຊຸກຍູ້​ການສ້າງໂລກທີ່ມີຫຼາຍຂົ້ວ, ແລະ ເສີມຂະຫຍາຍບົດບາດຢ່າງຕັ້ງໜ້າໃນ​ການ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ຂອງ​ໂລກ.

ຂ່າວ: ໜັງສືພິມໄວໜຸ່ມຈີນ, ສໍານັກຂ່າວຊິນຮວາ

ຂ່າວສານຢຸນນານ·ຈີນ|“ຂໍ້ລິເລີ່ມວ່າດ້ວຍອະລິຍະທໍາທົ່ວໂລກ”ຖືກຕ້ອງກັບຄວາມຮຽກຮ້ອງຂອງຍຸກສະໄໝ