ຂ່າວສານຢຸນນານ·ຈີນ| ແຂກຜູ້ມີກຽດເຕົ້າໂຮມກັນຢູ່ກິ່ງແຂວງ ນູ້ຈ່ຽງ ແຂວງຢຸນນານເພື່ອປຶກສາຫາລືການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາທົ່ວໂລກ

2023-03-31 16:50:32
ມາຈາກ:

ວັນທີ 19 ມີນາ​ຜ່ານມາ, ເວທີ​ປຶກ​ສາ​ຫາ​ລືວ່າດ້ວຍການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາທົ່ວໂລກ (ນູ້ຈ່ຽງ) ປີ 2023 ໄດ້ຈັດຂຶ້ນຢູ່ກິ່ງແຂວງປົກຄອງຕົນເອງເຜົ່າລີ້ຊູ ນູ້ຈ່ຽງ ແຂວງຢຸນນານ ສ​ປ ຈີນ. ບັນດາ​ທູ​ຕາ​ນຸ​ທູດ, ເຈົ້າໜ້າທີ່​ລັດ​ຖະ​ບານ ແລະ ​ຜູ້ຊ່ຽວຊານວິຊາການລວມທັງໝົດ 190 ກວ່າທ່ານ ຈາກ 20 ປະເທດ ແລະ 4 ອົງການ​ຈັດ​ຕັ້ງສາກົນ ໄດ້ເຂົ້າຮ່ວມເວທີປຶກ​ສາ​ຫາ​ລື​ຄັ້ງ​ນີ້ ຊຶ່ງໄດ້​ຖອດ​ຖອນບົດຮຽນການຫຼຸດຜ່ອນຄວາມທຸກຍາກ ແລະ ການສ້າງສາພັດທະນາຊົນນະບົດ, ຮ່ວມກັນສະແຫວງຫາເສັ້ນທາງການສ້າງ​ສາໂລກທັນສະໄໝ ແລະ ການພັດທະນາແບບຍືນຍົງ.

ທ່ານ​ ສູ​ຊື​ສີ ຜູ້ຕ້າງໜ້າ ໂຄງ​ການທັນຍາຫານໂລກຂອງອົງການສະຫະປະຊາຊາດ ປະຈໍາ ສປ ຈີນ ເຫັນວ່າ, ພາຍໃຕ້ສະພາບທີ່ການພັດທະນາຂອງທົ່ວໂລກນັບມື້ນັບເສຍ​ຄວາມ​ດຸນ​ດ່ຽງກັນ, ຈີນບໍ່ພຽງໄດ້​ລຶບ​ລ້າງຄວາມທຸກຍາກເດັດຖານຢ່າງສໍາເລັດຜົນ​ເທົ່າ​ນັ້ນ, ຫາກຍັງໄດ້ຕັ້ງໜ້າເຂົ້າຮ່ວມພາລະກິດການຫຼຸດຜ່ອນຄວາມທຸກຍາກຂອງສາກົນ, ຮ່ວມກັນກັບປະເທດກໍາລັງພັດທະນາຖອດ​ຖອນ​ບົດ​ຮຽນທີ່ທັນສະໄໝຂອງຈີນ, ຊຶ່ງໄດ້ຮັບຄວາມເຄົາລົບ ແລະ ຄວາມຊົມເຊີຍ​ຈາກ​ບັນ​ດາ​ປະ​ເທດ​ໃນໂລກ.

ຂ່າວ: ໜັງສຶືພິມປະຊາຊົນລາຍວັນຂອງຈີນ, ໜັງສຶືພິມລາຍວັນຢຸນນານ

ຂ່າວສານຢຸນນານ·ຈີນ| ແຂກຜູ້ມີກຽດເຕົ້າໂຮມກັນຢູ່ກິ່ງແຂວງ ນູ້ຈ່ຽງ ແຂວງຢຸນນານເພື່ອປຶກສາຫາລືການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາທົ່ວໂລກ