ຂ່າວສານຢຸນນານ·ຈີນ| ຜູ້ຊ່ຽວຊານອາເມຣິກາ: ປະຊາທິປະໄຕຈີນ ແມ່ນທຸກສິ່ງທຸກຢ່າງເພື່ອປະຊາຊົນ

2023-03-31 16:51:51
ມາຈາກ:

ທະນາຄານໂລກ​ໄດ້ເປີດເຜີຍບົດລາຍງານ​ໃນປີກາຍນີ້ວ່າ, ຕະຫຼອດ 40 ກວ່າປີຜ່ານມາ, ຈີນໄດ້ເຮັດໃຫ້ປະຊາກອນ ປະມານ 800 ລ້ານຄົນ ຫຼຸດພົ້ນອອກຈາກຄວາມທຸກຍາກເດັດຖານຢ່າງສໍາເລັດຜົນ, ຊຶ່ງໄດ້ກວມ 75% ຂອງຈໍານວນປະ​ຊາ​ກອນ​ທີ່​ໄດ້ຫຼຸດຜ່ອນຄວາມທຸກຍາກຂອງໂລກໃນໄລຍະດຽວກັນ.

ຕາມບົດລາຍ​ງານຄົ້ນຄວ້າທີ່​ດຳ​ເນີນ​ຕະຫຼອດ​ເວລາ 10 ປີຂອງ ມະຫາວິທະຍາໄລຮາເວີດ ອາເມຣິກາ ​ທີ່ເປີດເຜີຍໃນ ປີ 2020 ໃຫ້ຮູ້ວ່າ, ຄວາມເພີ່ງພໍໃຈຂອງ​ປະ​ຊາຊົນຈີນຕໍ່ການນໍາພາຂອງພັກກອມມູນິດຈີນ ຈາກ86% ​ເພີ່ມ​ຂຶ້ນເປັນ 93%.

ເປັນຫຍັງ ລະ​ບົບການປົກຄອງຂອງຈີນ ຈຶ່ງສາມາດບັນລຸຜົນເປັນຈິງໄດ້ດີ​ປານ​ນີ້?

ລະບອບສັງຄົມນິຍົມທີ່ມີສີ​ສັນພິເສດຂອງຈີນ ແມ່ນຮັບໃຊ້ປະຊາຊົນຢ່າງ​ສຸດ​ອົກ​ສຸດ​ໃຈ ແລະ ສຸມໃສ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ. ນັບແຕ່ການສ້າງຕັ້ງພັກກອມມູນິດຈີນ 100 ກວ່າປີເປັນຕົ້ນມາ, ພັກກອມມູນິດຈີນ ເປັນກອງ​ນຳໜ້າຂອງປະຊາຊົນຈີນ​ມາ​ໂດຍ​ຕະຫຼອດ ຊຶ່ງ​ໄດ້ນໍາພາ​ປະ​ຊາ​ຊົນ​ຈີນກ້າວເດີນໄປສູ່ອະນາຄົດທີ່​ສວຍ​ງາມກວ່າ​ເກົ່າ.

ລັດຖະບານຈີນທີ່ນໍາພາໂດຍພັກກອມມູນິດຈິີນ ​ໄດ້ຍຶດໝັ້ນ ແລະ ປັບປຸງລະບອບສັງຄົມນິຍົມທີ່ມີສີ​ສັນພິເສດຂອງຈີນຢ່າງບໍ່ຢຸດຢັ້ງ, ຊຸກຍູ້ປະຊາທິໄຕປະຊາຊົນ​ທົ່ວຂະບວນການຢ່າງໜັກແໜ້ນ, ສາມາດເວົ້າໄດ້ວ່າ ເປັນ​ໜຶ່ງ​ໃນລັດຖະບານ​ທີ່​ມີ​ລະ​ບຽບ​ການ​ສະ​ພາ​ຜູ້​ແທນ ທີ່ທັນສະໄໝທີ່ສຸ​ດ ແລະ ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ​ໃນ​ໂລກ.

ລະບົບການປົກຄອງຂອງຈີນ ໄດ້​ປະ​ສົບ​ຜົນ​ສຳ​ເລັດອັນຍິ່ງໃຫຍ່​ປານນີ້, ແມ່ນຍ້ອນວ່າ ພັກກອມມູນິດຈີນ, ສະພາ​ປະ​ຊາ​ຊົນແຫ່ງຊາດຈີນ ແລະ ​ສະ​ພາ​ປຶກ​ສາ​ການເມືອງປະຊາຊົນແຫ່ງ​ຊາດຈີນ ໄດ້ຮ່ວມຈິດຮ່ວມໃຈກັນ ​ເພື່ອຮັບໃຊ້ປະຊາຊົນ ແລະ ປະເທດຊາດ. ຮູບແບບການປົກຄອງຂອງຈີນແມ່ນໄດ້ຮັບຜົນປະໂຫຍດຈາກການ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ ແລະ ຂໍ​ຄວາມ​ເຫັນ​ຈາກ​ຄົນ​ທັງຫຼາຍ ຊຶ່ງ​ມີຜົນດີຕໍ່ການນໍາຂອງປະເທດສາມາດ​ຮັບ​ຮູ້​ເຖິງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ຮັບຟັງຂໍ້​ສະ​ເໜີດ້ານນະໂຍບາຍຂອງປະຊາຊົນ, ພ້ອມທັງໄດ້ປະຕິບັດມາດ​ຕະ​ການ​ທີ່​ກ່ຽວ​ຂ້ອງ. ຮູບແບບການປົກຄອງດັ່ງກ່າວ ​ສາ​ມາດ​ຮັບ​ປະ​ກັນ​ໃຫ້ລັດຖະບານຈີນ ​ມີ​ນ້ຳ​ໃຈ​ຮັບ​ຜິດ​ຊອບຕໍ່ປະຊາຊົນ​ຈີນ​ຢ່າງ​ເຕັມ​ທີ່.

ຂຽນໂດຍ ທ່ານ ຈອນ ມິວເລີ ໄວ ປະທານບໍລິຫານ, ມູນນິທິການຮ່ວມມື ອາເມຣິກາ-ຈີນ, ຈາກ ເວັບໄຊໜັງສືພິມລາຍວັນຈີນ ທີ່ລົງໃນວັນທີ 5 ມີນາ

ຂ່າວສານຢຸນນານ·ຈີນ| ຜູ້ຊ່ຽວຊານອາເມຣິກາ: ປະຊາທິປະໄຕຈີນ ແມ່ນທຸກສິ່ງທຸກຢ່າງເພື່ອປະຊາຊົນ