ຂ່າວສານຢຸນນານ·ຈີນ| ນາງ ຮວງຢວນຢາ ຈາກມາເລເຊຍ: ຮຽນງິ້ນປັກກິ່ງ ເພື່ອເຜີຍແຜ່ໄປທົ່ວໂລກ
ຂ້ອຍໄດ້ເກີດຢູ່ຄອບຄົວທີ່ພໍ່ເປັນຄົນມາເລເຊຍ, ແມ່ມາຈາກນະຄອນຄຸນໝິງ ສປ ຈີນ.ປີນີ້ຂ້ອຍອາຍຸ 12 ປີ, ຂ້ອຍເລີ່ມຮຽນງິ້ວປັກກິ່ງຕັ້ງແຕ່ຕອນຮຽນປະຖົມ, ໄດ້ຮຽນມາເປັນເວລາ 5 ປີແລ້ວ. ເປັນຫຍັງຈຶ່ງສາມາດຮຽນມາເປັນເວລາດົນປານນີ້, ນັ້ນແມ່ນຍ້ອນວ່າຂ້ອຍມັກງິ້ວປັກກິ່ງຫຼາຍ.
ກ່ອນມາຮຽນງິ້ວປັກກິ່ງ, ຂ້ອຍກໍເຄີຍຮຽນຫຼີ້ນປີອາໂນ ແລະ ການຟ້ອນບາເລ. ແຕ່ທຸກເທື່ອໄດ້ເຫັນນັກສະແດງງິ້ວປັກກິ່ງທີ່ໄດ້ແຕ່ງໜ້າຕາຢ່າງສວຍງາມ ແລະ ມີທ່າທາງທີ່ງາມສະຫງ່າຢູ່ຕາມໂທລະພາບ, ຂ້ອຍກໍໄດ້ຮຽນຕາມທ່າທາງຂອງ ພວກນັກສະແດງ. ດັ່ງນັ້ນ, ແມ່ໄດ້ຊອກຫາຫ້ອງຮຽນຝຶກງິ້ວປັກກິ່ງ ທີ່ຕັ້ງຢູ່ໂຮງລະຄອນລຽນຮວາສື ຖະໜົນສູຝູ ນະຄອນຄຸນໝິງແຂວງຢຸນນານ ໃຫ້ຂ້ອຍ ໂດຍຜ່ານທາງອິນເຕີເນັດ.
ຜູ້ຮັບຜິດຊອບຂອງຊຸດຝຶກອົບຮົມເດັກນ້ອຍເປັນຄູ່ຄອງ ຊື່ ຟູ້ສຽງ ແລະ ຈ້າວສຽວລິງ ທີ່ເປັນນັກສິລະປິນງິ້ວປັກກິ່ງທີ່ເຂົ້າກິນເບ້ຍບຳນານແລ້ວຂອງໂຮງລະຄອນງິ້ວປັກກິ່ງແຂວງຢຸນນານ. ພາຍໃຕ້ການຊີ້ນຳຂອງພວກເພິ່ນ, ຂ້ອຍໄດ້ຮຽນຮູ້ວິທີອອກສຽງທີ່ໄດ້ມາດຕະຖານຂອງງິ້ວປັກກິ່ງຢ່າງວ່ອງໄວ, ທ່າທາງ ແລະ ຄຸນນະທຳປະຈຳຕົວກໍໄດ້ຮັບການຊີ້ນຳທາງວິຊາການ. ນອກນີ້, ຍ້ອນວ່າຂ້ອຍມັກ, ຂ້ອຍຍັງໄດ້ຮຽນຫຼິ້ນຜີຜາ ທີ່ເປັນເຄື່ອງເສບທີ່ໃຊ້ປະຈຳໃນງິ້ວປັກກິ່ງ.
ຫວ່າງມໍ່ໆນີ້, ຂ້ອຍໄດ້ເສັງຜ່ານການສອບເສັງງິ້ວປັກກິ່ງປະເພດນັກສະແດງສະໝັກຫຼິ້ນຊັ້ນ 6 ຂອງສະຖາບັນລະຄອນງິ້ວຈີນ. ປູ່ຍ່າຂອງຂ້ອຍທີ່ຢູ່ມາເລເຊຍຮູ້ແລ້ວ, ດີໃຈທີ່ສຸດ. ພວກເພິ່ນສະໜັບສະໜູນການຮຽນງິ້ວປັກກິ່ງຂອງຂ້ອຍທີ່ສຸດ. ເມື່ອຂ້ອຍກັບຄືນມາເລເຊຍທຸກເທື່ອໃນຍາມພັກ, ຂ້ອຍກໍສະແດງງິ້ວປັກກິ່ງໃນງານລ້ຽງຂອງຄອບຄົວ.
ຂ້ອຍມີຄວາມຮູ້ສຶກທີ່ດີໃນເວລາສະແດງຢູ່ເທິງເວທີ, ຂ້ອຍເຫັນວ່າຂ້ອຍບໍ່ພຽງແຕ່ໄດ້ສະແດງຄວາມມັກຮັກ ແລະ ຈຸດເດັ່ນຂອງຕົນເທົ່ານັ້ນ, ຫາກຍັງໄດ້ສະແດງ ມົນສະເໜ່ຂອງມູນເຊື້ອວັດທະນະທໍາຂອງຈີນອີກດ້ວຍ. ໃນອະນາຄົດ, ຂ້ອຍຈະຕັ້ງໃຈຮຽນງິ້ວປັກກິ່ງຫຼາຍກວ່າເກົ່າ, ພ້ອມທັງນໍາເອົາງິ້ວປັກກິ່ງໄປມາເລເຊຍ, ແລະ ສະຖານທີ່ຕ່າງໆຂອງໂລກ, ເພື່ອເຮັດໃຫ້ ຄົນຮັບຮູ້, ເຂົ້າໃຈ ແລະ ຮັກສິລະປະທີ່ມີມູນເຊື້ອປະເພດນີ້ຂອງຈີນອີກດ້ວຍ.
ຂ່າວ: ໜັງສຶືພິມລາຍວັນຢຸນນານ