ຂ່າວສານຢຸນນານ·ຈີນ| ''ຂໍ້ລິເລີ່ມວ່າດ້ວຍອະລິຍະທໍາທົ່ວໂລກ ສົ່ງເສີມໃຫ້ເຄົາລົບຄວາມຫຼາກຫຼາຍ ດ້ານອະລິຍະທໍາ''

2023-04-07 19:33:23
ມາຈາກ:

ທ່ານ ອັສຊາດຸນລາ ບາດາມຊຽນ ເລຂາທິການໃຫຍ່ ພັກລວມອິສລາມ ອີຣານ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງ ລະຫວ່າງ ພັກກອມມູນິດຈີນ ກັບ ພັກການເມືອງຂອງໂລກ ໂດຍຜ່ານທາງອອນລາຍ. ​ພາຍຫຼັງກອງປະຊຸມດັ່ງ​ກ່າວ​ສິ້ນ​ສຸດ​ລົງ​ແລ້ວ, ທ່ານໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ຂໍ້ລິເລີ່ມວ່າດ້ວຍອະລິຍະທໍາທົ່ວໂລກ ທີ່ສະເໜີໂດຍ ທ່ານ ສີຈິ້ນຜິງ ເລຂາທິການ​ໃຫຍ່​ ຄະນະກຳມະການສູນກາງພັກກອມມູນິດຈີນ ໃນຂະນະທີ່ໄດ້ສົ່ງເສີມ ແລະ ເຄົາ​ລົບຄວາມຫຼາກຫຼາຍດ້ານອະລິຍະທໍາຂອງໂລກແລ້ວ ຍັງໄດ້ຊຸກຍູ້ເຕົ້າໂຮມຄວາມສາມັກຄີ ຂອງອະລິຍະທໍາໂລກ ໃນຂະບວນການສະ​ແຫວງຫາຄວາມຝັນຮ່ວມກັນ.

ທ່ານແນະນໍາວ່າ, ອີຣານ ກັບ ຈີນ ຕ່າງກໍເປັນປະເທດ ອະລິຍະທໍາທີ່ເກົ່າແກ່, ອີຣານ ຮູ້ສຶກ ດີໃຈຫຼາຍ ຕໍ່ກັບການນໍາຈີນໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍອະລິຍະທໍາທົ່ວໂລກອອກມາ, ອີຣານເຫັນ​ວ່າມີພາລະໜ້າທີ່ຕອບ​ຮັບຂໍ້ລິເລີ່ມດັ່ງກ່າວ. ​ຈຸດ​ຢືນຂອງ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ​ຄະນະກຳມະການສູນກາງພັກກອມມູນິດຈີນ, ໃນຂະນະທີ່ໄດ້ ສົ່ງເສີມ ແລະ ເຄົາລົບຄວາມຫຼາກຫຼາຍດ້ານອະລິຍະທໍາຂອງໂລກແລ້ວ, ​ຍັງ​ໄດ້ເພີ່ມທະວີຄວາມສາມັກຄີ​ລະ​ຫວ່າງອະລິຍະທໍາ​ທີ່​ຕ່າງ​ກັນ​ຂອງ​ໂລກ, ​ຊຶ່ງເຮັດໃຫ້ອະລິຍະທໍາທົ່ວໂລກໄດ້ຮັບການພັດທະນາທີ່ດີກວ່າເກົ່າ.

ທ່ານ ອັສຊາດຸນລາ ບາດາມຊຽນ ກ່າວຕື່ມວ່າ: ຈີນ ຮຽກຮ້ອງໃຫ້ບັນດາປະເທດ ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບຂອງໂລກ ແລະ ສົ່ງເສີມໃຫ້ບັນດາປະເທດຊ່ວຍ​ຊູ​ຍູ້​ໜູນກັນ ຊຶ່ງສະແດງໃຫ້ເຫັນວ່າ ຈີນເປັນກໍາລັງແຮງທີ່ສໍາຄັນໃນດ້ານ ການສົ່ງເສີມ ສັນຕິພາບຂອງໂລກ ແລະ ເພີ່ມຄວາມຜາສຸກໃຫ້ແກ່ທົ່ວໂລກ.ທ່ານເຫັນວ່າ, ພັກລວມອິສລາມ ອີຣານ ຍິນດີເພີ່ມທະວີການແລກປ່ຽນກັບພັກກອມມູນິດຈີນ,ຊຸກຍູ້ກການຮ່ວມມືໃນຂົງເຂດຕ່າງໆລະ​ຫວ່າງ​ສອງ​ປະ​ເທດ ເຊັ່ນ: ການເມືອງ, ເສດຖະກິດ, ວັດທະນະທໍາ, ການແພດ ເປັນຕົ້ນ ຈະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່.

(ຂ່າວ: ສໍານັກຂ່າວຊິນຮວາ, ໜັງສືພິມລາຍວັນກວ່າງໝິງ)

ຂ່າວສານຢຸນນານ·ຈີນ| ''ຂໍ້ລິເລີ່ມວ່າດ້ວຍອະລິຍະທໍາທົ່ວໂລກ ສົ່ງເສີມໃຫ້ເຄົາລົບຄວາມຫຼາກຫຼາຍ ດ້ານອະລິຍະທໍາ''