ຈີນຍິນດີຮ່ວມກັບປະເທດຕ່າງໆ, ສະໜອງໂອກາດໃໝ່ໃຫ້ແກ່ການພັດທະນາຂອງໂລກດ້ວຍຜົນສໍາເລັດໃໝ່ຂອງຄວາມທັນສະໄໝແບບຈີນ

2023-04-23 16:34:44
ມາຈາກ:CRI

ທ່ານ ຫວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນໃນກອງປະຊຸມຖະແຫຼງຂ່າວໃນວັນທີ 21 ເມສານີ້ວ່າ: ຝ່າຍຈີນຍິນດີຮ່ວມກັບປະເທດຕ່າງໆ, ພະຍາຍາມສະໜອງໂອກາດໃໝ່ໃຫ້ແກ່ການພັດທະນາຂອງໂລກດ້ວຍຜົນສໍາເລັດໃໝ່ຂອງຄວາມທັນສະໄໝແບບຈີນ, ພ້ອມທັງສະໜອງແຮງຊຸກຍູ້ໃໝ່ໃນການຊອກຄົ້ນຫາເສັ້ນທາງແຫ່ງຄວາມທັນສະໄໝກໍຄືລະບຽບການສັງຄົມທີ່ດີກວ່າເກົ່າຂອງມວນມະນຸດ ເພື່ດຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ໃນມື້ດຽວກັນ, ເວທີເປິກສາຫາລືລານທີງພາຍໃຕ້ຫົວຂໍ້ “ຄວາມທັນສະໄໝແບບຈີນກັບໂລກ” ໄດ້ໄຂຂຶ້ນຢູ່ນະຄອນຊຽງໄຮ້ຂອງຈີນ. ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍມາຍັງເວທີເປິກສາຫາລື. ການນໍາແລະເຈົ້າໜ້າທີ່ທີ່ມີຊື່ສຽງ, ອະດີດເຈົ້າໜ້າທີ່, ຜູ້ຊ່ຽວຊ່ານແລະນັກວິຊາການ, ຜູ້ຕາງໜ້າຈາກວົງການອຸດສາຫະກໍາການຄ້າພາຍໃນປະເທດແລະຕ່າງປະເທດພ້ອມດ້ວຍທຸຕານຸທູດປະຈຳຈີນ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາຈີນແລະສື່ມວນຊົນສາກົນທັງໝົດ 300 ກວ່າຄົນໄດ້ເຕົ້າໂຮມກັນທີ່ນະຄອນຊຽງໄຮ້ແລະໄດ້ແລກປ່ຽນກັນຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ “ຄວາມທັນສະໄໝແບບຈີນກັບໂລກ”.

ທ່ານ ຫວ່າງເຫວີນປິ່ນ ກ່າວວ່າ: ລິຂະສິດຂອງຄວາມທັນສະໄໝແບບຈີນເປັນຂອງຈີນ, ແຕ່ວ່າໂອກາດທີ່ໄດ້ຈາກຄວາມທັນສະໄໝແບບຈີນນັ້ນແມ່ນເປັນຂອງທົ່ວໂລກ. ພວກເຮົາຍິນດີຕ້ອນຮັບປະເທດຕ່າງໆໃນໂລກສືບຕໍ່ເອົາໃຈໃສ່, ສະໜັບສະໜູນແລະເຂົ້າຮ່ວມຄວາມທັນສະໄໝແບບຈີນ, ຍິນດີຮ່ວມກັບປະເທດຕ່າງໆ, ຮ່ວມມືກັນກ້າວໄປຂ້າງໜ້າ, ຊຸກຍູ້ພາລະກິດການຫັນເປັນຄວາມທັນສະໄໝທີ່ມີລັກສະນະພິເສດຂອງໃຜລາວ ເພື່ອຮ່ວມກັນສ້າງອະນາຄົດທີ່ສົດໃສກວ່າເກົ່າຂອງໂລກ.

ຈີນຍິນດີຮ່ວມກັບປະເທດຕ່າງໆ, ສະໜອງໂອກາດໃໝ່ໃຫ້ແກ່ການພັດທະນາຂອງໂລກດ້ວຍຜົນສໍາເລັດໃໝ່ຂອງຄວາມທັນສະໄໝແບບຈີນ