ນັບຕັ້ງແຕ່ໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກເປັນເວລາໜຶ່ງປີມານີ້ໄດ້ຮັບຄວາມຍ້ອງຍໍຊົມເຊີຍເປັນຈຳນວນຫຼາຍແລະສຽງຕອບຮັບຢ່າງຕັ້ງໜ້າຈາກປະຊາຄົມໂລກ

2023-04-23 16:36:46
ມາຈາກ:CRI

ໃນເວລາແນະນຳສະພາບການທີ່ກ່ຽວຂ້ອງທີ່ຈີນຊຸກຍູ້ການປະຕິບັດຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກຕາມຄຳສອບຖາມໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 21 ເມສານີ້, ທ່ານຫວ່າງເຫວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວວ່າ:ນັບຕັ້ງແຕ່ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກເປັນເວລາໜຶ່ງປີມານີ້ໄດ້ຮັບຄວາມຍ້ອງຍໍຊົມເຊີຍຈຳນວນຫຼາຍແລະສຽງຕອບຮັບຢ່າງຕັ້ງໜ້າຈາກປະຊາຄົມໂລກ, ໄດ້ມີ 80 ກວ່າປະເທດແລະອົງການຈັດຕັ້ງສາກົນຈຳນວນໜຶ່ງສະແດງຄວາມຍ້ອງຍໍຊົມເຊີຍແລະການສະໜັບສະໜູນຕໍ່ຂໍ້ລິເລີ່ມ.

ທ່ານຫວ່າງເຫວີນປ່ິນຊີ້ໃຫ້ເຫັນວ່າ: “ຫວ່າງບໍ່ດົນມານີ້, ຝ່າຍຈີນໄດ້ປະກາດເອກະສານກ່ຽວກັບນິຍາມຂອງຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກໂດຍໄດ້ຊີ້ແຈງແນວຄວາມຄິດໃຈກາງແລະຫຼັກການຂອງຂໍ້ລິເລີ່ມ, ທິດທາງການຮ່ວມມືທີ່ເປັນຈຸດສຸມພ້ອມທັງເວທີແລະກົນໄກການຮ່ວມມື. ຝ່າຍຈີນໄດ້ດຳເນີນການໄກ່ເກ່ຍທາງການທູດຢ່າງຕັ້ງໜ້າ, ໄດ້ພະຍາຍາມຢ່າງບໍ່ລົດລະເພື່ອຊຸກຍູ້ການແກ້ໄຂດ້ວຍວິທີທາງການເມືອງຂອງບັນຫາຈຸດສຸມຕ່າງໆ, ເປັນຕົ້ນແມ່ນບັນຫານີວເຄລຍຂອງອີຣານ, ບັນຫາແຫຼມເກົາຫຼີ, ບັນຫາຊີຣີ, ບັນຫາປາເລັສຕິນແລະອື່ນໆ. ພວກເຮົາໄດ້ປະກາດເອກະສານຕ່າງໆ,ເຊັ່ນ: ຈຸດຢືນຂອງຈີນກ່ຽວກັບການແກ້ໄຂວິກິດການອູແກຣນດ້ວຍວິທີທາງການເມືອງ, ຈຸດຢືນຂອງຈີນກ່ຽວກັບການແກ້ໄຂບັນຫາອັຟການີສະຖານ,ຈີນໄດ້ຢືນຢູ່ຂ້າງສັນຕິພາບຢ່າງເດັດດ່ຽວ.ຫວ່າງກ່ອນນີ້ບໍ່ດົນ, ການສົນທະນາຢູ່ປັກກິ່ງລະຫວ່າງອາຣາບີ ຊາອູດິດແລະອີຣານໄດ້ຮັບໝາກຜົນສຳຄັນ, ສອງປະເທດປະກາດຟື້ນຟູສາຍສຳພັນທາງການທູດ, ສິ່ງນີ້ແມ່ນພຶດຕິກຳທີ່ສຳເລັດຜົນຄັ້ງໜຶ່ງຂອງຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ເຊິ່ງໄດ້ສ້າງຕົວແບບໃຫ້ກັບປະເທດໃນພາກພື້ນຜ່ານການສົນທະນາແລະເປິກສາຫາລືກັນເພື່ອແກ້ໄຂຄວາມຂັດແຍ້ງແລະຄວາມເຫັນທີ່ແຕກຕ່າງກັນ, ເພື່ອບັນລຸຄວາມຖືກຕ້ອງປອງດອງກັນຖານບ້ານໃກ້ເຮືອນຄຽງ.”

ທ່ານຫວ່າງເຫວີນປິ່ນກ່າວວ່າ: “ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກແມ່ນຜະລິດຕະພັນສາທາລະນະສາກົນ, ສິ່ງທີ່ປົກປ້ອງນັ້ນແມ່ນຄວາມສຸກແລະຄວາມສະຫງົບຂອງປະຊາຊົນຢູ່ໃນໂລກ. ຝ່າຍຈີນຍິນດີຮ່ວມກັນຝ່າຍຕ່າງໆ, ຍຶດໝັ້ນແນວຄວາມຄິດປະຊາຄົມຮ່ວມຄວາມໝັ້ນຄົງ, ຍຶດໝັ້ນລັດທິຫຼາຍຝ່າຍທີ່ແທ້ຈິງ, ຮ່ວມກັນຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງແບບເກົ່າແລະແບບໃໝ່, ຮ່ວມກັນຊຸກຍູ້ພາລະກິດອັນສູງສົ່ງແຫ່ງການພັດທະນາສັນຕິພາບຂອງມວນມະນຸດ.”

ນັບຕັ້ງແຕ່ໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກເປັນເວລາໜຶ່ງປີມານີ້ໄດ້ຮັບຄວາມຍ້ອງຍໍຊົມເຊີຍເປັນຈຳນວນຫຼາຍແລະສຽງຕອບຮັບຢ່າງຕັ້ງໜ້າຈາກປະຊາຄົມໂລກ