ຂ່າວສານຢຸນນານ·ຈີນ| "ກໍາລັງແຫ່ງຄວາມສາມັກຄີສາມາດເອົາຊະນະ ຄວາມມືດມົນທີ່ເຮັດໃຫ້ທົ່ວໂລກແຕກສະຫຼາຍ"

2023-04-23 17:19:35
ມາຈາກ:

ທ່ານ​ ມາ​ຕິນ ຈາ​ເກ​ສ ຜູ້​ຊ່ຽວ​ຊານ​ບັນ​ຫາ​ຈີນ ​ທີ່​ມີ​ຊື່​ສຽງ​ຂອງ​ອັງ​ກິດ​ກ່າວ​ວ່າ: ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​-ໂປ​ອາວ ໄດ້​ສຸມ​ໃສ່​ບັນ​ຫາ​ແຖວ​ໜ້າ​ແຫ່ງ​ກາ​ນ​ພັດ​ທະ​ນາ​ຂອງ​ອາ​ຊີ ກໍ​ຄື​ຂອງ​ໂລກ, ໄດ້​ສະ​ໜອງ​ເວ​ທີ​ແລກ​ປ່ຽນ​ຄວາມ​ຄິດ ແລະ ລົງ​ເລິກ​ແລກ​ປ່ຽນ​ກັນ​ໃຫ້​ແກ່​ບຸກ​ຄົນ​ວົງ​ການ​ຕ່າງໆ. ຈີນແລະ ອາ​ຊີ​ ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້ສຳຄັນ​ໃນ​ເວ​ທີ​ສາ​ກົນ, ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​-ໂປ​ອາວ ກໍ​ມີ​ບົດ​ບາດ​ນັບ​ມື້​ສຳ​ຄັນ​ໃນ​ເວ​ທີ​ສາ​ກົນ​ເຊັ່ນ​ກັນ.

​ໃນວັນ​ທີ 31 ມີ​ນາ​ຜ່ານ​ມາ, ກອງ​ປະ​ຊຸມ​ປະ​ຈຳ​ປີ​ 2023 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ-​ໂປ​ອາວ ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ໂປ​ອາວ​ແຂວງ​ໄຫຫຼຳ​ ແຫ່ງ ສປ ຈີນ ເປັນ​ເວ​ລາ 4 ວັນ​ໄດ້​ປິດ​ລົງຢ່າງສໍາເລັດຜົນ ພາຍ​ໃຕ້​ຫົວ​ຂໍ້: “ໂລກ​ທີ່​ບໍ່​ແນ່ນອນ: ສາ​ມັກ​ຄີ ແລະ ຮ່ວມ​ມື​ກັນ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ເປີດ​ປະ​ຕູ​ສູ່​ພາຍນອກ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງກວມ​ລວມ” ໂດຍ​ມີບັນດາ​ແຂກຜູ້​ມີ​ກຽດ 2.000 ກວ່າ​ທ່ານ, ​ຈາກ 50 ກວ່າ​ປະ​ເທດ​ ແລະ​ ເຂດ​ແຄວ້ນ​ເຂົ້າ​ຮ່ວມ.

ທ່ານ​ ຣັ​ຟ ຈອນ​ສັນ ກຳ​ມະ​ການ​ຄະ​ນະ​ກຳ​ມະ​ການ​ທີ່​ປຶກ​ສາ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​-ໂປ​ອາວ, ປະ​ທານ​ບໍ​ລິ​ສັດ​ ອາ​ສ​ຕ​ຣາ ເຊ​ເນ​ກາ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ-​ໂປ​ອາວ ແມ່ນ​ເວ​ທີ​ສຳ​ຄັນ​ແຫ່ງ​ການ​ແລກ​ປ່ຽນແລະ ສົນ​ທະ​ນາ​ກັນ ຊຶ່ງ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ທີ່​ມີ​ອິດ​ທິ​ພົນ​ທີ່​ສຸດ​ໃນ​ໂລກ, ໄດ້​ດຶງ​ດູດ​ແຂກ​ຜູ້​ມີ​ກຽດ​ໃນ​ວົງ​ການການ​ເມືອງ, ວົງ​ການ​ການ​ຄ້າ ແລະ ວົງ​ການ​ວິ​ຊາ​ການ​ທົ່ວ​ໂລກ​ ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼວງຫຼາຍ ໄດ້​ດຳ​ເນີນ​ການ​ສົນທະ​ນາ​ ແລະ ປຶກ​ສາ​ຫາ​ລື​ກັນ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ລັກ​ສະ​ນະ​ສ້າງ​ສັນ.

ທ່ານ ​ນາງ ກ​ຣີ​ຕາ​ລີ​ນາ ຈໍຈີວາ ຜູ້​ອຳ​ນວຍ​ການ​ໃຫຍ່​ກອງ​ທຶນ​ເງິ​ນ​ຕາ​ສາ​ກົນ ຫຼື IMFກ່າວ​ຄຳ​ປາ​ໄສວ່າ: ການ​ຮ່ວມ​ມື ແລະ ຄວາມ​ສາ​ມັກ​ຄີ ​ປຽບເໝືອນທວນ​ໄຟ​ເຍືອງ​ທາງ​ໃຫ້​ແກ່​ພວກ​ເຮົາ​ຮ່ວມ​ກັນ​ຮັບ​ມື​ກັບສິ່ງ​ທ້າ​ທາຍ​ໃນ​ອະ​ນາ​ຄົດ. ກຳ​ລັງ​ແຫ່ງ​ຄວາມ​ສາ​ມັກ​ຄີ ​ສາ​ມາ​ດ​ເອົາຊະນະ​ຄວາມ​ມືດ​ມົນ​ທີ່​ເຮັ​ດ​ໃຫ້​ທົ່ວ​ໂລກ​ແຕກ​ສະຫຼາຍ.

ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​-ໂປ​ອາວ, ເສດ​ຖະ​ກິດ​ຈີນ​ ໄດ້​ເຕີບ​ໂຕ​ຢ່າງ​ແຂງ​ແຮງ ແລະ ການ​ພັດ​ທະ​ນາ​ຂອງ​ອາ​ຊີ​ໄດ້​ຟື້ນ​ຕົວ​ຄືນ, ​ເຮັດ​ໃຫ້​ບຸກ​ຄົນ​ຝ່າຍ​ຕ່າງໆ​ ມີ​ຄວາມ​ໝັ້ນ​ໃຈ ​ຢ່າງ​ເຕັມ​ປ່ຽມ​ຕໍ່​ການ​ຮ່ວມ​ມື ແລະ ການ​ພັດ​ທະ​ນາ​ໃນ​ອະ​ນາຄົດ.

ທ່ານ ​ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ກ່າວ​ວ່າ: ຢູ່​ປະ​ເທດ​ລາວກໍ​ສາ​ມາດ​ສຳ​ຜັດ​ກັບ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ເສດ​ຖະ​ກິດ​ຈີນ ​ໄດ້​ນຳ​ພາ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ອ້ອມ​ຂ້າງ. ກ່ອນ​ໜ້າ​ນີ້, ທ່ານ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ນັບ​ແຕ່​ຕົ້ນ​ປີ​ມາ​ນີ້, ມີຫຼາຍ​ຄະ​ນະ​ຜູ້​ແທນ​ທຸ​ລະ​ກິດ​ຈີນ​ ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ລາວ, ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ລາວ ​ໄດ້​ສົ່ງ​ອອກ​ໄປປະເທດຈີນ​ ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ ​ເປັນ​ຈຳ​ນວນຫຼວງຫຼາຍ. ສິ່ງ​ທີ່​ສຳ​ຄັນ​ກວ່າ​ນັ້ນ​ຄື: ຈີນ​ໄດ້​ສະ​ເໜີ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຕ່າງໆເຊັ່ນ: ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ”, ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ທົ່ວ​ໂລກ ​ເປັນ​ຕົ້ນ ພວມ​ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ໃໝ່​ ໃຫ້ແກ່​ການ​ພັດ​ທະ​ນາ​ພາກ​ພື້ນ​ຢ່າງບໍ່​ຢຸດ​ຢັ້ງ.

ຂ່າວ: ສໍານັກຂ່າວຊິນຮວາ, ໜັງສືພິມປະຊາຊົນລາຍວັນຂອງຈີນ

ຂ່າວສານຢຸນນານ·ຈີນ| "ກໍາລັງແຫ່ງຄວາມສາມັກຄີສາມາດເອົາຊະນະ ຄວາມມືດມົນທີ່ເຮັດໃຫ້ທົ່ວໂລກແຕກສະຫຼາຍ"