ຂ່າວສານຢຸນນານ·ຈີນ| ການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ ຂອງດ່ານເຫີໂຂວແຂວງຢຸນນານ ຫຼາຍກວ່າ 6 ແສນໂຕນໃນໄຕມາດທໍາອິດປີນີ້

2023-04-23 17:21:53
ມາຈາກ:

ຕາມສະຖິຕິຫຼ້າສຸດຈາກດ່ານກວດກາ​ການ​ເຂົ້າ-ອອກເມືອງ ​ຕາມ​ດ່ານເຫີໂຂວແຂວງຢຸນນານ​ ໃຫ້​ຮູ້​ວ່າ: ໃນໄຕມາດ​ທຳ​ອິດປີນີ້, ດ່ານດັ່ງກ່າວໄດ້ກວດກາ ແລະ ປ່ອຍພາຫະນະເຂົ້າ-ອອກດ່ານ​ ທັງ​ໝົດ​ໄດ້ 42.000 ເທື່ອຄັນ, ເພີ່ມຂຶ້ນ 49,6% ເມື່ອທຽບໃສ່ໄລຍະດຽວກັນ​ຂອງ​ປີ​ຜ່ານ​ມາ. ຄົນເຂົ້າ-ອອກເມືອງ​ ຫຼາຍກວ່າ 53.000 ເທື່ອຄົນ, ເພີ່ມຂຶ້ນ 79,8% ເມື່ອທຽບໃສ່ໄລຍະດຽວກັນ​ຂອງ​ປີ​ຜ່ານ​ມາ ແລະ ປະ​ລິ​ມານ​ການຂົນສົ່ງສິນຄ້າ ຫຼາຍກວ່າ 610.000 ໂຕນ, ເພີ່ມຂຶ້ນ 66,2% ເມື່ອທຽບໃສ່ໄລຍະດຽວກັນ​ຂອງ​ປີ​ຜ່ານ​ມາ.

ດ່ານເຫີໂຂວ ຕັ້ງຢູ່ຊາຍແດນຈີນ-ຫວຽດນາມ. ສະຖິຕິສະແດງໃຫ້ເຫັນວ່າ: ສິນຄ້ານໍາເຂົ້າ ຕາມດ່ານເຫີໂຂວ​ຕົ້ນ​ຕໍແມ່ນແຜ່ນມັນຕົ້ນ, ໄມ້ອັດ, ໝາກມັງກອນ, ໝາກມີ້ ແລະ ສິນຄ້າລາຍໃຫຍ່​ແບບ​ດັ້ງ​ເດີມຕ່າງໆ. ສິນຄ້າສົ່ງອອກ ​ຕົ້ນ​ຕໍແມ່ນຜັກ​ສົດ, ກົດ​ອຳ​ໂມ​ນິ​ອົມ​ກົດ​ອຳ​ໂມ​ນິ​ອົມ​ນີ​ຕຣາດ ແລະ ອຸ​ປະ​ກອນເອເລັກໂຕຼນິກ​.

ຂ່າວ: ໜັງສືພິມລາຍວັນຢຸນນານ

ຂ່າວສານຢຸນນານ·ຈີນ| ການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ ຂອງດ່ານເຫີໂຂວແຂວງຢຸນນານ ຫຼາຍກວ່າ 6 ແສນໂຕນໃນໄຕມາດທໍາອິດປີນີ້