ຂ່າວສານຢຸນນານ·ຈີນ| "ນີ້ແມ່ນເຫດການສໍາຄັນ ໃນການໄປມາຫາສູ່ກັນ ແລະ ການຮ່ວມມື ລາວ-ຢຸນນານ"

2023-04-23 17:26:32
ມາຈາກ:

ໃນລະ​ຫວ່າງວັນທີ 29 ມີນາ​ ຫາວັນທີ 1 ເມສາ​ຜ່ານມາ, ຄະນະຜູ້ແທນມິດຕະພາບແຂວງຢຸນນານ ​ໄດ້​ເດີນ​ທາງ​ມາຢ້ຽມຢາມປະເທດລາວ. ໃນ​ໄລ​ຍະ​ຢ້ຽມ​ຢາມ, ​ສອງ​ຝ່າຍ ໄດ້​ຮ່ວມ​ກັນ​ຈັດ​ຕັ້ງປັດຕິບັດຄວາມເຫັນ​ທີ່ເປັນເອກະພາບກັນອັນສໍາຄັນ ​ລະ​ຫວ່າງ ຜູ້ນໍາສູງສຸດສອງພັກລາວ-ຈີນ ແລະປະຕິບັດ “ຖະແຫຼງການຮ່ວມວ່າດ້ວຍການສືບຕໍ່​ລົງ​ເລິກສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ” ໃຫ້ບັນລຸຄວາມເປັນຈິງ ແລະ ຊຸກຍູ້ການພັດທະນາຮ່ວມກັນ, ສ້າງຄວາມຮັ່ງມີຮ່ວມກັນ​ຢູ່​ຕາມເຂດຊາຍແດນ ລະ​ຫວ່າງ ​ສອງ​ຝ່າຍ, ທັງໄດ້ມີຄວາມເຫັນ​ທີ່ເປັນເອກະພາບກັນຢ່າງກວ້າງ​ຂວາງ ທາງດ້ານການຮ່ວມມື ໃນຂົງເຂດການລົງທຶນ, ​ດ້ານ​ເສດ​ຖະ​ກິດ, ການຄ້າ, ການທ່ອງທ່ຽວ ແລະ ວັດທະນະທໍາ, ການພັດທະນາກະສິກໍາ ແລະ ຫຼຸດ​ຜ່ອນຄວາມທຸກຍາກ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ອື່ນໆ ໂດຍປິ່ນອ້ອມການນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ.

ພາຍຫຼັງ​ການແຜ່ລະບາດ​ຂອງພະຍາດໂຄວິດ-19 ໄດ້​ສິ້ນ​ສຸດ​ລົງ, ການຢ້ຽມຢາມປະເທດລາວ ຂອງຄະນະຜູ້ແທນມິດຕະພາບແຂວງຢຸນນານ ສປຈີນ ເປັນເຫດການສໍາຄັນ​ໃນດ້ານການໄປມາ​ຫາ​ສູ່​ກັນ ແລະການຮ່ວມມືກັນ ລະຫວ່າງລາວແລະ​ ແຂວງຢຸນນານ. ທ່ານ ພອນທະວີ ບຸດດາລາ ຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດລາວ ກ່າວວ່າ: ໃນອະນາຄົດ, ທັງສອງຝ່າຍ ສາມາດລົງເລິກຂຸດຄົ້ນທ່າແຮງຂອງໃຜລາວ ແລະ ບັນລຸຜົນສໍາເລັດດ້ານການຮ່ວມມືຫຼາຍຂຶ້ນ ບົນພື້ນຖານການຮ່ວມມືທີ່ມີຢູ່ແລ້ວໃນປັດຈຸບັນ.

ທ່ານ ກະຕ່າຍ ມາກໂນຊາ ໂຄສົກ-ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ກ່າວດ້ວຍຄວາມດີໃຈວ່າ: “ຂ້ອຍເຫັນທ່ານ ຫວາງໜີງ ເລຂາຄະ​ນະພັກແຂວງຢຸນນານ ໄດ້ເຂົ້າຮ່ວມພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນເພຍວັດ ນະຄອນຫຼວງວຽງຈັນ ໂດຍການຊ່ວຍເຫຼືອຈາກ ສປ ຈີນ, ຫວັງວ່າ: ສື່ມວນຊົນຂອງປະເທດລາວກັບແຂວງຢຸນນານ ຈະເພີ່ມ​ທະ​ວີການແລກປ່ຽນກັນ,ຊອກຫາຮູບແບບໃໝ່ ແລະ ທິດທາງໃໝ່ດ້ານການຮ່ວມມື ເພື່ອເພີ່ມທະວີຄວາມເຂົ້າໃຈກັນ ລະຫວ່າງ ປະຊາຊົນສອງຊາດ ລາວ-ຈີນ ຕື່ມ​ອີກ.

ຂ່າວ: ໜັງສືພິມລາຍວັນຢຸນນານ

ຂ່າວສານຢຸນນານ·ຈີນ| "ນີ້ແມ່ນເຫດການສໍາຄັນ ໃນການໄປມາຫາສູ່ກັນ ແລະ ການຮ່ວມມື ລາວ-ຢຸນນານ"