ຂ່າວສານຢຸນນານ·ຈີນ| ຂໍ້ລິເລີ່ມຂອງຈີນຈະຊ່ວຍໂລກພັດທະນາຮ່ວມກັນ

2023-04-23 17:29:38
ມາຈາກ:

ທ່ານ ອ​າ​ລີ​ສ​ແຕ ມີ​ເຊຍ ເລຂາທິການ​ໃຫຍ່ ຄະນະກໍາມະການອາຊີຕາເວັນອອກຂອງອັງກິດ, ຜູ້ຊ່ຽວຊານດ້ານການຕ່າງປະເທດສາທະລະນະ ແລະ ບັນຫາປະເທດຈີນ ກ່າວ​​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ໃນໂລກປັດຈຸບັນ, ບັນຫາຫຼາຍຢ່າງ ມີແຕ່​ໃຫ້​ປະ​ເທດ​ຕ່າງໆ ຮ່ວມມືກັນ ແລະ ພະຍາຍາມຮ່ວມກັນ ຈຶ່ງຈະ​ສາ​ມາດແກ້ໄຂໃຫ້​ຕົກໄດ້. ທັດສະນະ​ຄະ​ຕິການສ້າງ​ປະ​ຊາຄົມຮ່ວມຊາຕາກໍາ​ຂອງມວນມະນຸດທີ່ຝ່າຍຈີນສະເໜີ​ອອກ​ມາ ໄດ້​ເປີດຊ່ອງທາງໃຫ້​ບັນ​ດາປະເທດໃນການ​ຮັບ​ມື​ກັບສິ່ງທ້າທາຍ​ລັກ​ສະ​ນະທົ່ວໂລກ ແລະ ບັນລຸການພັດທະນາ​ທີ່ດີກວ່າເກົ່າ ​ພ້ອມ​ທັງ​ເສີ​ມ​ຂະ​ຫຍາຍບົດບາດອັນສໍາຄັນ ເພື່ອຜົນປະໂຫຍດຂອງມວນມະນຸດ.

ໃນຫຼາຍປີຜ່ານມາ, ທ່ານອ​າ​ລີ​ສ​ແຕ ມີ​ເຊຍ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ 20 ກວ່າແຂວງ ແລະ ນະຄອນຂອງຈີນ, ໄດ້ເປັນສັກ​ຂີ​ພິ​ຍານໃຫ້​ແກ່ການພັດທະນາ ແລະ ປ່ຽນແປງໃໝ່ຂອງຈີນ. ​ທ່ານ ໄດ້ສັງເກດເຫັນການສ້າງພື້ນຖານໂຄງລ່າງຂອງຈີນ ໄດ້ປະສົບຜົນສໍາເລັດອັນຍິ່ງໃຫຍ່. ປະເທດຈີນ ​ໄດ້ເລັ່ງໃສ່ການສ້າງ​ລະ​ບົບອິນເຕີເນັດສາຍກວ້າງຢ່າງຕໍ່ເນື່ອງ ຊຶ່ງໄດ້ສ້າງພື້ນຖານທີ່ດີໃຫ້ແກ່ການພັດທະນາຫັນເປັນເຕັກໂນໂລຊີຂໍ້ມູນຂ່າວສານ.

ທ່ານ ອ​າ​ລີ​ສ​ແຕ ມີ​ເຊຍ ໄດ້​ເຮັດວຽກງານກ່ຽວກັບການ​ສື່​ສານສາກົນ ແລະ ໃຫ້​ຄຳປຶກສາການຕ່າງປະເທດສາທາລະນະເປັນໄລຍະຍາວ. ທ່ານ ກ່າວວ່າ: ສິ່ງທ້າທາຍຕ່າງໆໃນໂລກເຊັ່ນ: ການປ່ຽນແປງ​ຂອງດິນຟ້າອາກາດ, ລັດທິກໍ່ການຮ້າຍ, ຄວາມປອດໄພ​ດ່ານນິວເຄຼຍ ແລະ ອື່ນໆ ກໍາລັງເພີ່ມຂຶ້ນ ຊຶ່ງໄດ້ສະແດງໃຫ້ເຫັນວ່າ: ການບໍລິຫານທົ່ວໂລກຕ້ອງການໄດ້​ຮັບ​ການປັບປຸງຢ່າງຮີບດ່ວນ. ທ່ານ ອ​າ​ລີ​ສ​ແຕ ມີ​ເຊຍ ກ່າວ​ຕື່ມວ່າ: ນັບແຕ່ການຮ່ວມສ້າງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ທັດສະນະ​ຄະ​ຕິການສ້າງ​ປະ​ຊາຄົມຮ່ວມຊາຕາກໍາ​ຂອງມວນມະນຸດ ຈົນເຖິງຂໍ້ລິເລີ່ມ​ວ່າ​ດ້ວຍການພັດທະນາທົ່ວໂລກ, ຂໍ້ລິເລີ່ມ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງທົ່ວໂລກ ແລະ ຂໍ້ລິເລີ່ມ​ວ່າ​ດ້ວຍອະລິຍະທໍາທົ່ວໂລກ, ແຜນການບໍລິຫານທົ່ວໂລກ ທີ່ປະເທດຈີນສະເໜີ​ອອກ​ມາ ເພື່ອຮ່ວມມືກັບປະເທດຕ່າງໆ​ໃນ​ໂລກ ຮ່ວມ​ກັນສ້າງການພົວພັນສາກົນແບບໃໝ່ ທີ່ເຄົາລົບນັບຖື​ຊຶ່ງ​ກັນ ​ແລະ ກັນ, ​ຍຸຕິທໍາ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.

ທ່ານ ອ​າ​ລີ​ສ​ແຕ ມີ​ເຊຍ ກ່າວຢໍ້າວ່າ: ສຽງ​ຂອງປະເທດຈີນ ຕ້ອງການຮັບຟັງຢ່າງຕັ້ງໜ້າ ແລະ ຖືກເຜີຍແຜ່ຢ່າງກວ້າງຂວາງ. ​ຈຸດ​ຢືນ ແລະ ຂໍ້ລິເລີ່ມຂອງປະເທດຈີນ ຈະຊ່ວຍ​ປະ​ຊາ​ຄົມ​ໂລກ ໃນການ​ຄຸ້ມ​ຄອງ ແລະ ຄວບຄຸມຄວາມຂັດແຍ້ງ, ເປີດກວ້າງຄວາມເຫັນ​ທີ່ເປັນເອກະພາບກັນ ແລະ ບັນລຸການພັດທະນາຮ່ວມກັນ.

ຂ່າວ: ໜັງສືພິມປະຊາຊົນລາຍວັນຂອງຈີນ

ຂ່າວສານຢຸນນານ·ຈີນ| ຂໍ້ລິເລີ່ມຂອງຈີນຈະຊ່ວຍໂລກພັດທະນາຮ່ວມກັນ