ຂ່າວສານຢຸນນານ·ຈີນ| "ໃຫ້ຄົນນັບມື້ນັບຫຼາຍຮັບຮູ້ປະເທດຈີນ"

2023-04-23 17:32:28
ມາຈາກ:

ຂ້າ​ພະ​ເຈົ້າ​ ນາງ ຕູລີນ ລີນຈື ແມ່ນ​ອາ​ຈານ​ສອນ​ພາ​ສາ​ມຽນ​ມາ​ ທີ່​ມາ​ຈາກ​ປະ​ເທດ​ມຽນ​ມາ, ມາ​ຈີນ​ເປັນ​ເວ​ລາ 9ປີ​ກວ່າ​ແລ້ວ. ຂ້ອຍຍັງ​ຈື່​ໄດ້​ດີ​ວ່າ, ຕອນ​ທີ່​ຂ້ອຍ​ຫາ​ກໍ່​ມາ​ຮອດ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ລື ​ແລະ​ ເຜົ່າ​ຈິງ​ໂພ​ເຕີ​ຫົງ ​ແຂວງ​ຢຸນ​ນານ. ໃນ​ເວ​ລາ​ນັ້ນ, ຖະ​ໜົນຫົນທາງ​ຂອງ​ນະ​ຄອນ​ມາງ​ຊື​ບໍ່​ສະ​ອາດ​ປາ​ນ​ນີ້, ຕົ້ນ​ໄມ້​ຕົ້ນ​ຫຍ້າ​ໃນ​ເມືອງ​ກໍ​ໜ້ອຍກວ່າ, ແຫຼ່ງ​ທ່ອງ​ທ່ຽວ​ກໍ​ບໍ່ຫຼາຍ. ປັດ​ຈຸ​ບັນ, ນະ​ຄອນ​ມາງ​ຊື​ນັບ​ມື້​ນັບ​ງາມ​ຂຶ້ນ.

ຂ້າ​ພະ​ເຈົ້າ​ ສົນ​ໃຈ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ແຂວງ​ຢຸນ​ນານ​ທີ່​ສຸດ. ເມື່ອ​ຮອດ​ມື້​ພັກ, ຂ້າ​ພະ​ເຈົ້າ​ຈະ​ຖື​ກ້ອງຖ່າຍຮູບ ແລະ ຄອມ​ພິວ​ເຕີ​ຂອງ​ຂ້າພະ​ເຈົ້າ ຍ່າງ ຫຼື ​ຂີ່​ລົດ​ຖີບ​ໄປ​ຢ້ຽມ​ຢາມ​ບ້ານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ກິ່ງ​ແຂວງ​ເຕີ​ຫົງ. ຂ້າ​ພະ​ເຈົ້າ​ ໄດ້​ຮັກ​ສາ​ຄວາມ​ຊິນ​ເຄີຍ​ແບບ​ນີ້​ມາ​ເປັນ​ເວ​ລາ 10 ກວ່າ​ປີ​ແລ້ວ.

ໃນ​ເວລາ​ໄປ​ຢ້ຽມ​ຢາມ​ບ້ານ​ເຫຼົ່າ​ນີ້, ຂ້າ​ພະ​ເຈົ້າ​ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ຜົນ​ງານ​ໃນ​ດ້ານ​ສືບ​ທອດ ແລະ ປົກ​​ປັກຮັກສາມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ແຂວງ​ຢຸນ​ນານ. ບ້ານ​ຕ່າງໆ​ ກໍ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ສູງ​ຕໍ່​ການ​ປົກ​ປັກຮັກສາວັດ​ທະ​ນະ​ທຳ​ຂອງ​ຊົ​ນ​ເຜົ່າ​ສ່ວນ​ໜ້ອຍ. ​ທຸກ​ປີ, ເມື່ອ​ຮອດ​ບຸນ​ຫົດ​ນ້ຳ​ຂອງ​ເຜົ່າ​​ລື້ ແລະ ເທດ​ສະ​ການ​ຮ້ອງ​ເພງ​ຂອງ​ເຜົ່າ​ຈິງ​ໂພ, ຈະ​ໄດ້​ຈັດກິດ​ຈະ​ກຳ​ຕ່າງໆ​ຢ່າງ​ອຸ​ດົມ​ສົມ​ບູນ. ຂ້າ​ພະ​ເຈົ້າ​ ມັກ​ສະ​ພາບ​ການ​ຂອງ​ຕົນ​ໃນ​ປັດ​ຈຸ​ບັນ. ເວ​ລາ​ແລ້ວ​ວຽກ, ຂ້າ​ພະ​ເຈົ້າ ​ຈະ​ສືບ​ຕໍ່​ເຮັດ​ວຽກ​ງານ​ຄົ້ນ​ຄວ້າ​ການ​ປົກປັກຮັກສາ ແລະ ສືບ​ທອດ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ເພື່ອ​ເຮັດ​ໃຫ້​ຄົນ​ນັບ​ມື້​ນັບຫຼາຍ​ຮັບ​ຮູ້​ນະ​ໂຍ​ບາຍ​ຊົນ​ເຜົ່າ​ຂອງ​ຈີນ, ຮັບ​ຮູ້​ຈີນ​ຢ່າງ​ພາ​ວະ​ວິ​ໄສ, ຮອບ​ດ້ານ ແລະ ຄົບ​ວົງ​ຈອນ.

ຂ່າວ: ໜັງສືພິມລາຍວັນຢຸນນານ

ຂ່າວສານຢຸນນານ·ຈີນ| "ໃຫ້ຄົນນັບມື້ນັບຫຼາຍຮັບຮູ້ປະເທດຈີນ"